- Advertisement -spot_img

AUTHOR NAME

kaling

238 POSTS
0 COMMENTS

ສະຫະລັດໄຟຂຽວຊື້ນ້ຳມັນຣັດເຊຍຊົ່ວຄາວ ຫຼັງລາຄານ້ຳມັນໂລກພຸ່ງທະລຸ 100 ໂດລາ ທ່າມກາງສົງຄາມ

ລັດຖະບານສະຫະລັດອອກໃບອະນຸຍາດພິເສດແບບຈຳກັດ ອະນຸຍາດໃຫ້ບາງປະເທດສາມາດຊື້ນ້ຳມັນຂອງຣັດເຊຍໄດ້ຊົ່ວຄາວ ໂດຍມາດຕະການດັ່ງກ່າວມີຂຶ້ນໃນຊ່ວງທີ່ລາຄານ້ຳມັນໂລກພຸ່ງສູງຂຶ້ນ ທ່າມກາງຄວາມເຄັ່ງຕຶງຈາກສົງຄາມກັບອີຣ່ານ ລາຍງານລະບຸວ່າ ລາຄານ້ຳມັນດິບເບຣນທ໌ ປິດຕະຫຼາດສູງກວ່າ 100 ໂດລາຕໍ່ບາເຣລເປັນຄັ້ງທຳອິດນັບຕັ້ງແຕ່ເດືອນສິງຫາ ປີ 2022 ໃນຂະນະທີ່ຄວາມຂັດແຍ້ງທີ່ຍືດເຍື້ອສົ່ງຜົນກະທົບຕໍ່ເສັ້ນທາງຂົນສົ່ງພະລັງງານສຳຄັນຂອງໂລກ ດ້ານ ສະກ໋ອດ ເບສເຊນທ໌ ລັດຖະມົນຕີວ່າການກະຊວງການຄັງສະຫະລັດ ກ່າວວ່າ ມາດຕະການດັ່ງກ່າວເປັນພຽງການອະນຸຍາດຊົ່ວຄາວເພື່ອຊ່ວຍໃຫ້ສາມາດລະບາຍອຸປະທານນ້ຳມັນທີ່ກຳລັງລອຍລຳຢູ່ກາງທະເລ ໂດຍເຂົາລະບຸຜ່ານສື່ສັງຄົມອອນໄລນ໌ວ່າ "ເພື່ອເພີ່ມການເຂົ້າເຖິງອຸປະທານນ້ຳມັນໃນຕະຫຼາດໂລກ ກະຊວງການຄັງສະຫະລັດໄດ້ອອກໃບອະນຸຍາດຊົ່ວຄາວໃຫ້ປະເທດຕ່າງໆ ສາມາດຊື້ນ້ຳມັນຣັດເຊຍທີ່ກຳລັງຕິດຄ້າງຢູ່ໃນທະເລໄດ້" ຢ່າງໃດກໍຕາມ ເບສເຊນທ໌ ຢ້ຳວ່າ ມາດຕະການນີ້ມີຂອບເຂດຈຳກັດ ແລະ...

“ທອງຄຳ” ຈະເປັນຜູ້ຊະນະໃນວິກິດການຮອບນີ້ຫຼືບໍ່?

ທ່າມກາງສະຖານະການສູ້ລົບໃນຕາເວັນອອກກາງ ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງການຂົນສົ່ງນ້ຳມັນຜ່ານຊ່ອງແຄບຮໍມຸສ ເຊິ່ງເປັນເສັ້ນທາງລຳລຽງພະລັງງານຫຼັກຂອງໂລກ ສ້າງຜົນກະທົບຕໍ່ລາຄານ້ຳມັນທີ່ປັບຕົວຂຶ້ນຢ່າງໄວວາ ແລະ ບີບໃຫ້ຕະຫຼາດການເງິນຕ້ອງທົບທວນສົມມຸດຕິຖານເດີມກ່ຽວກັບທ່າອ່ຽງເງິນເຟີ້ ແລະ ທິດທາງອັດຕາດອກເບ້ຍຂອງທະນາຄານກາງສະຫະລັດ (ເຟດ) ອີກຄັ້ງ. ໃນຊ່ວງບໍ່ກີ່ວັນທີ່ຜ່ານມາ ອັດຕາຜົນຕອບແທນພັນທະບັດລັດຖະບານສະຫະລັດ ປັບຕົວສູງຂຶ້ນ ໃນຂະນະທີ່ນັກລົງທຶນຫຼຸດຄວາມຄາດຫວັງຕໍ່ການຫຼຸດດອກເບ້ຍ ຫຼັງຈາກປະເມີນວ່າລາຄາພະລັງງານທີ່ພຸ່ງຂຶ້ນ ອາດຈະເຮັດໃຫ້ການນຳເງິນເຟີ້ກັບຄືນສູ່ເປົ້າໝາຍ 2% ເປັນໄປໄດ້ຍາກ ແລະ ອາດໃຊ້ເວລາດົນກວ່າທີ່ຄາດໄວ້. ຮົ່ວເຊັ່ງເຮັງວິເຄາະວ່າ ການສູ້ລົບທີ່ເກີດຂຶ້ນນີ້ ຖືເປັນ "ຊ໋ອກດ້ານອຸປະທານ" ທີ່ມີລັກສະນະກະຕຸ້ນເງິນເຟີ້ໂດຍກົງ...

ສະຫະລັດ ເປີດສອບສວນປະເທດທີ່ເກີນດຸນການຄ້າກັບສະຫະລັດ

ສຳນັກຂ່າວ CNBC ລາຍງານວ່າ ລັດຖະບານສະຫະລັດອາເມລິກາ ພາຍໃຕ້ປະທານາທິບໍດີ ໂດນານ ທຣຳ ໄດ້ປະກາດໃນວັນພຸດວ່າ ຈະເປີດການສອບສວນດ້ານການຄ້າຕໍ່ຈີນ, ເມັກຊິໂກ, ສະຫະພາບເອີຣົບ ແລະ ອີກກວ່າສິບປະເທດ ໂດຍມີເປົ້າໝາຍເພື່ອຫາແນວທາງນຳໃຊ້ມາດຕະການພາສີໃໝ່ ແທນ "ພາສີຕອບໂຕ້ (reciprocal tariffs)" ທີ່ສານສູງສຸດສະຫະລັດຫາກໍ່ຕັດສິນວ່າບໍ່ຊອບດ້ວຍກົດໝາຍ ນາຍ ເຈມີສັນ ເກຣຍ ຜູ້ຕາງໜ້າການຄ້າສະຫະລັດ (USTR) ເປີດເຜີຍວ່າ...

ອີຣານເຕືອນ: ໂລກຄວນກຽມຮັບມືກັບລາຄານ້ຳມັນທີ່ອາດພຸ່ງທະລຸ 200 ໂດລາຕໍ່ບາເຣວ

ກອງບັນຊາການທະຫານຂອງອີຣານ ໄດ້ອອກແຖລງການເມື່ອວານນີ້ (11 ມີນາ) ວ່າ ໂລກຄວນກຽມຮັບມືກັບລາຄານ້ຳມັນທີ່ອາດພຸ່ງສູງເຖິງ 200 ໂດລາຕໍ່ບາເຣວ ຫຼັງຈາກທີ່ເຮືອອີກ 3 ລຳຖືກໂຈມຕີໃນບໍລິເວນອ່າວທີ່ກຳລັງຖືກປິດລ້ອມ. ໂດຍອີຣານໄດ້ຍິງຂີປນາວຸດໂຈມຕີອິສຣາແອລ ແລະ ເປົ້າໝາຍຫຼາຍແຫ່ງທົ່ວຕາເວັນອອກກາງເມື່ອວານນີ້ ຊຶ່ງສະແດງໃຫ້ເຫັນວ່າຍັງສາມາດໂຕ້ຕອບ ແລະ ສ້າງຄວາມວຸ້ນວາຍຕໍ່ເສັ້ນທາງດ້ານພະລັງງານໄດ້ ເຖິງແມ່ນວ່າກະຊວງປ້ອງກັນຊາດສະຫະລັດຈະລະບຸວ່າ ການໂຈມຕີຮ່ວມກັນຂອງສະຫະລັດ ແລະ ອິສຣາແອລຄັ້ງລ່າສຸດນີ້ ຖືເປັນການໂຈມຕີທີ່ຮຸນແຮງທີ່ສຸດນັບຕັ້ງແຕ່ເລີ່ມຕົ້ນສົງຄາມ. ລາຄານ້ຳມັນທີ່ພຸ່ງສູງຂຶ້ນຢ່າງໄວວາໃນຕົ້ນອາທິດ ເລີ່ມປັບຕົວລົດລົງ ຂະນະທີ່ຕະຫຼາດຫຸ້ນຟື້ນຕົວ...

ອີຣານວາງ 3 ເງື່ອນໄຂຢຸດສົງຄາມ: ຮັບຮອງສິດທິອັນຊອບທຳ, ຮຽກຮ້ອງຊົດໃຊ້ຄ່າເສຍຫາຍ, ຮັບປະກັນບໍ່ໂຈມຕີອີກ

ວັນທີ 11 ມີນາ 2026 ທ່ານ ມາຊູດ ເປເຊດເຄຍນ ປະທານາທິບໍດີຂອງອີຣານ ໄດ້ອອກຄຳແຖລງການณ໌ລະບຸວ່າ ຜູ້ນຳອີຣານໄດ້ຊີ້ແຈງໃນຄຳແຖລງການວ່າ ສົງຄາມຄັ້ງນີ້ຖືກຈູດຊົນວົນໂດຍລະບອບໄຊໂອນິດ ແລະ ສະຫະລັດອາເມລິກາ ເຊິ່ງທາງດຽວທີ່ຈະຢຸດຕິຄວາມຂັດແຍ່ງໄດ້ ຕ້ອງມີ 3 ເງື່ອນໄຂສຳຄັນ ຄື: ການຮັບຮອງສິດທິອັນຊອບທຳຂອງອີຣານ, ການຊົດໃຊ້ຄ່າເສຍຫາຍຈາກສົງຄາມ ແລະ ການຮັບປະກັນຈາກປະຊາຄົມສາກົນວ່າຈະບໍ່ເກີດການຮຸກຮານຂຶ້ນອີກໃນອານາຄົດ ພ້ອມກັນນີ້ ປະທານາທິບໍດີອີຣານ ໄດ້ຢືນຢັນຈຸດຢືນລະຫວ່າງການຫາລືກັບຜູ້ນຳຂອງ...

ຄິວບາໄຟຟ້າດັບຄັ້ງໃຫຍ່ເກືອບທົ່ວເກາະ ຮັບມືແຮງກົດດັນສະຫະລັດຕັດເສັ້ນທາງນ້ຳມັນ

ຊາວຄິວບາກວ່າເຄິ່ງປະເທດ ລວມທັງນະຄອນຫຼວງຮາວານາ ຕ້ອງຕົກຢູ່ໃນຄວາມມືດມິດ ຫຼັງລະບົບສາຍສົ່ງໄຟຟ້າແຫ່ງຊາດລົ້ມກະທັນຫັນ ເນື່ອງຈາກໂຮງໄຟຟ້າພະລັງຄວາມຮ້ອນຫຼັກເກີດຂັດຂ້ອງ ໃນຂະນະທີ່ລັດຖະບານຄອມມິວນິດຂອງຄິວບາກຳລັງເຜີຊິງຮັບມືສາລະພັດດ້ານ ຫຼັງສະຫະລັດພາຍໃຕ້ລັດຖະບານໂດນັລ ທຣໍາ ຍົກລະດັບການກົດດັນ ຕັດເສັ້ນທາງສົ່ງນ້ຳມັນຈາກເວເນຊູເອລາ ແລະ ເມັກຊິໂກ ສົ່ງຜົນໃຫ້ວິກິດພະລັງງານດີດສູ່ລະດັບຮ້າຍແຮງທີ່ສຸດໃນຮອບຫຼາຍປີ "ຢູນຽນ ອີເລັກຕຣິກາ" (Union Electrica) ລັດວິສາຫະກິດໄຟຟ້າຂອງຄິວບາ ລາຍງານວ່າ ເຫດການໄຟຟ້າດັບວົງກວ້າງໄດ້ເລີ່ມຕົ້ນຂຶ້ນໃນວັນພຸດທີ່ຜ່ານມາ (4 ມີ.ນາ.) ຫຼັງຈາກໂຮງໄຟຟ້າພະລັງຄວາມຮ້ອນ "ອັນໂຕນິໂອ ກີເຕຣັດ"...

ປີສາດແດງ” ແມນເຊັດເຕີ ຢູໄນເຕັດ ບຸກໄປເສຍ ນິວຄາສເຊິນ ຢູໄນເຕັດ ທີ່ເຫຼືອ 10 ຄົນ

ການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ເມື່ອຄືນວັນພຸດທີ 4 ມີນາ 2026 ຄູ່ທີ່ໜ້າສົນໃຈ ນິວຄາດສ໌ ຢູໄນເຕດ ເປີດສະໜາມເຊນ ເຈມດ໌ ພາກ ຮັບການມາຢ້ຽມຢາມຂອງ "ປີສາດແດງ" ແມນ ຢູໄນເຕດ ຜົນປາກົດວ່າ ແມນເຊດເຕີ ຢູໄນເຕດ ພາດເສຍປະຕູທ້າຍເກມ ບຸກໄປແພ້ ນິວຄາສເຊິນ ທີ່ເຫຼືອ 10...

ຈີນໂຊຄວາມລ້ຳສະໄໝ ກອງທັບໜຸ່ນຍົນຮິວແມນນອຍດ໌ລັກຊີນ ງານກາລ້າກຸດຈີນ 2026

ກາຍເປັນທີ່ເວົ້າເຖິງຂ້າມຄືນ ເມື່ອກອງທັບໜຸ່ນຍົນຮິວແມນນອຍດ໌ອັດສະລິຍະກ້າວຂຶ້ນເວທີງານກາລ້າເທດສະການລະດູໃບໄມ້ຜລິປີ 2026 ຂອງຈີນ ໂຊໂຄສະໜາທັກສະທັງສິລະປະການຕໍ່ສູ້ໄປຈົນເຖິງງານເຮືອນ ຢືນຢັນຄວາມສຳເລັດຂອງອຸດສາຫະກຳໜຸ່ນຍົນ ແລະ AI ທີ່ຂະຫຍາຍຕົວຢ່າງໄວວາ ໃນຄ່ຳຄືນສະຫຼອງການເຂົ້າສູ່ປີມ້າຢ່າງຍິ່ງໃຫຍ່ ກອງທັບໜຸ່ນຍົນຮິວແມນນອຍດ໌ທີ່ຕິດຕັ້ງລະບົບປັນຍາປະດິດຂັ້ນສູງ ໄດ້ກາຍເປັນໜຶ່ງໃນກຸ່ມນັກສະແດງທີ່ສ້າງຄວາມຕື່ນຕາຕື່ນໃຈທີ່ສຸດ ໃນງານກາລ້າເທດສະການລະດູໃບໄມ້ຜລິປະຈຳປີ 2026 (Spring Festival Gala) ຂອງປະເທດຈີນ ໃນຄືນວັນຈັນທີ່ຜ່ານມາ (16 ກຸມພາ) ໂດຍສ້າງຄວາມຕົກໃຈໃຫ້ຜູ້ຊົມດ້ວຍການນຳສະເໜີທີ່ແປກໃໝ່ ແລະ ຄວາມສາມາດທາງກາຍທີ່ໜ້າຕື່ນເຕັ້ນ ງານກາລ້າຄັ້ງນີ້ຈັດໂດຍ China...

“ເນທັນຍາຮູ” ຍື່ນຄຳຂາດຕໍ່ອີຣານ ວ່າຕ້ອງຮື້ຖອນໂຄງສ້າງນິວເຄລຍທັງໝົດ

ແນວໃດກໍຕາມ ອີຣານຍືນຍັນວ່າ “ການເສີມສົມສະນະເປັນສູນ” ແມ່ນເສັ້ນຕາຍທີ່ບໍ່ສາມາດຍອມຮັບໄດ້ ເນື່ອງຈາກເຫັນວ່າເປັນສິດທິພາຍໃຕ້ສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄລຍ (NPT) ດ້ານນາຍ ມາໂກ ຣູບິໂອ ລັດຖະມົນຕີຕ່າງປະເທດສະຫະລັດ ແຖລງທີ່ສະໂລວາເກຍວ່າ ປະທານາທິບໍດີ ໂດນັນ ທຣຳ ມັກໃຊ້ວິທີທາງການທູດ ແລະການເຈລະຈາ ຫຼາຍກວ່າການໂຈມຕີໂດຍກົງ ແຕ່ຢ່າງໃດກໍຕາມ ສະຫະລັດໄດ້ສົ່ງເຮືອບັນທຸກເຄື່ອງບິນ 2 ລຳ ລວມທັງເຮືອຮົບທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ ເຂົ້າສູ່ຕາເວັນອອກກາງ ເພື່ອປ້ອງກັນໄພຄຸກຄາມ ໃນການເຈລະຈາທີ່ນະຄອນເຈນີວາຄັ້ງນີ້ ສະຫະລັດໄດ້ສົ່ງຄົນໃກ້ຊິດຂອງທຣຳ...

ມຽນມາໄລ່ທູດຕີມໍ-ເລສເຕ ອອກຈາກປະເທດ ກໍລະນີຟ້ອງ “ອາຊະຍາກຳສົງຄາມ” ສັ່ນສະເທືອນອາຊຽນ

ລັດຖະບານທະຫານມຽນມາປະກາດໄລ່ຜູ້ແທນລະດັບສູງຂອງຕີມໍ-ເລສເຕອອກຈາກປະເທດ ຫຼັງຈາກມີລາຍງານວ່າລັດຖະບານຕີມໍ-ເລສເຕໄດ້ດຳເນີນຄະດີຕໍ່ກອງທັບມຽນມາໃນຂໍ້ຫາ "ອາຊະຍາກຳສົງຄາມ" ແລະ "ອາຊະຍາກຳຕໍ່ມະນຸດຊາດ" ລັດຖະບານທະຫານມຽນມາປະກາດໄລ່ຜູ້ແທນລະດັບສູງຂອງຕີມໍ-ເລສເຕອອກຈາກປະເທດເພື່ອເປັນການຕອບໂຕ້ ຫຼັງຈາກມີລາຍງານວ່າລັດຖະບານຕີມໍ-ເລສເຕໄດ້ເປີດຂະບວນການທາງກົດໝາຍເອົາຜິດກອງທັບມຽນມາໃນຂໍ້ຫາ "ອາຊະຍາກຳສົງຄາມ" ແລະ "ອາຊະຍາກຳຕໍ່ມະນຸດຊາດ" ເຊິ່ງການເຄື່ອນໄຫວດັ່ງກ່າວຍິ່ງເພີ່ມແຮງກົດດັນທາງການທູດພາຍໃນກຸ່ມອາຊຽນ ແລະຢືນຢັນຢ້ຳປະເດັນສິດທິມະນຸດໃນມຽນມາທີ່ຖືກຈັບຕາມອງຈາກປະຊາຄົມໂລກ. ຖະແຫຼງການຂອງລັດຖະບານທະຫານມຽນມາໃນວັນອາທິດ (15 ກຸມພາ) ລະບຸວ່າ ໄດ້ເອີ້ນອຸປທູດຂອງຕີມໍ-ເລສເຕເຂົ້າພົບໃນວັນສຸກທີ່ຜ່ານມາ ແລະສັ່ງໃຫ້ເດີນທາງອອກຈາກປະເທດພາຍໃນໜຶ່ງອາທິດ ຫຼັງຈາກມີລາຍງານວ່າຕີມໍ-ເລສເຕໄດ້ແຕ່ງຕັ້ງອັຍການອາວຸໂສເພື່ອກວດສອບຄະດີອາຍາທີ່ກ່ຽວຂ້ອງກັບກອງທັບມຽນມາ ເຊິ່ງທາງການມຽນມາເອີ້ນວ່າເປັນຄວາມຜິດຫວັງຢ່າງຍິ່ງ. ກ່ອນໜ້ານີ້ ອົງການ Chin Human Rights Organization (CHRO)...

Latest news

- Advertisement -spot_img