- Advertisement -spot_img

AUTHOR NAME

Jenjila

942 POSTS
0 COMMENTS

ສຳນັກຂ່າວ CNN ລາຍງານວ່າ ອີຣານ ກຳລັງຢູ່ໃນລະຫວ່າງການພິຈາລະນາ”ເປີດໄຟຂຽວ”ໃນການຊື້-ຂາຍນ້ຳມັນດ້ວຍເງິນ “ຢວນ”ແທນເງິນໂດລາ

ອີຣ່ານ ອາດອະນຸຍາດໃຫ້ສະເພາະເຮືອທີ່ຊື້-ຂາຍນ້ຳມັນດ້ວຍເງິນ "ຢວນ" ແລ່ນຜ່ານຊ່ອງແຄບຮໍມຸດ ເວັບໄຊ Mint Markets ໄດ້ລາຍງານຂ່າວໂດຍອ້າງອີງຂໍ້ມູນຈາກສຳນັກຂ່າວ CNN ເຊິ່ງໜັງສືພິມ The Times of India ເຜີຍແຜ່ວ່າ: ທາງການອີຣ່ານ ກຳລັງຢູ່ໃນລະຫວ່າງການພິຈາລະນາທີ່ຈະ "ເປີດໄຟຂຽວ" ຫຼື ອະນຸຍາດໃຫ້ສະເພາະເຮືອບັນທຸກນ້ຳມັນລະຫວ່າງປະເທດ ທີ່ຢູ່ພາຍໃຕ້ສັນຍາການຄ້າທີ່ນຳໃຊ້ສະກຸນເງິນ ຢວນ (Yuan) ຂອງຈີນເທົ່ານັ້ນ ຈຶ່ງຈະສາມາດແລ່ນຜ່ານ...

ການປ່ຽນແປງຂອງດິນຟ້າອາກາດເຮັດໃຫ້ການຜະລິດປາທົ່ວໂລກຫຼຸດລົງ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ການຄົ້ນຄວ້າໃໝ່ຈາກມະຫາວິທະຍາໄລ Monash ໃນອົສຕຣາລີໄດ້ເປີດເຜີຍວ່າ, ການປ່ຽນແປງຂອງດິນຟ້າອາກາດສາມາດຫຼຸດຜ່ອນການຜະລິດການປະມົງທົ່ວໂລກຢ່າງຫຼວງຫຼາຍ ຍ້ອນວ່າປາປັບຕົວເຂົ້າກັບມະຫາສະໝຸດທີ່ອຸ່ນຂຶ້ນໃນວິຖີທາງທີ່ເຮັດໃຫ້ພວກມັນໂຕນ້ອຍລົງ ແລະ ອອກລູກໜ້ອຍລົງ. ວາລະສານ Science ລະບຸວ່າ: ຮູບແບບຈຳລອງໃໝ່ຂອງມະຫາວິທະຍາໄລດັ່ງກ່າວຄາດຄະເນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ການຜະລິດການປະມົງໃນຫຼາຍພາກພື້ນຂອງໂລກ ຊຶ່ງເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງດ້ານອາຫານ, ຊີວິດການເປັນຢູ່ ແລະ ອະນາຄົດຂອງສິ່ງທີ່ມີຊີວິດໃນທະເລທີ່ເປັນແຫຼ່ງອາຫານທະເລທີ່ຍືນຍົງ. ການຄົ້ນຄວ້ານີ້ໄດ້ສ້າງແບບຈຳລອງຜົນກະທົບດ້ານວິວັດທະນາການຂອງປາເກືອບ 3,000 ຊະນິດ ແລະ ຄາດຄະເນຜົນຜະລິດໃນອະນາຄົດສຳລັບ 43 ແຫຼ່ງຫາປາທີ່ສໍາຄັນທົ່ວໂລກ. ໃນຂະນະທີ່ປາຈະວິວັດທະນາການເພື່ອຄວາມຢູ່ລອດໃນອຸນຫະພູມທີ່ສູງຂຶ້ນ, ແຕ່ພວກມັນຈະເຕີບໃຫຍ່...

ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟໃຫ້ບໍລິການນໍ້າມັນເຄື່ອນທີ່ ຊ່ວຍເຫລືອສັງຄົມ

ຂປລ. ໃນວັນທີ 18 ມີນາ 2026 ນີ້, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ຈຳກັດ (NTP) ໄດ້ໃຫ້ບໍລິການນໍ້າມັນເຊື້ອໄຟແບບເຄື່ອນທີ່ ເພື່ອຊ່ວຍເຫລືອສັງຄົມໃນໄລຍະທີ່ນໍ້າມັນບໍ່ພຽງພໍ ໃຫ້ແກ່ຊາວນະຄອນຫລວງວຽງຈັນ ຢູ່ເຂດເສດຖະກິດພິເສດບຶງທາດຫລວງ ໂດຍແບ່ງອອກເປັນ 2 ຈຸດຄື: ຈຸດນໍ້າມັນກະຊວນ 2 ຄັນ ແລະ ຈຸດນໍ້າມັນແອັດຊັງ 4...

ອັບເດດ! ຂໍ້ມູນປ້ຳນ້ຳມັນທີ່ເປີດໃຫ້ບໍລິການຢູ່ ນະຄອນຫລວງວຽງຈັນ ວັນທີ 18 ມີນາ 2026

ອັບເດດ! ຂໍ້ມູນປ້ຳນ້ຳມັນທີ່ເປີດໃຫ້ບໍລິການຢູ່ ນະຄອນຫລວງວຽງຈັນ ວັນທີ 18 ມີນາ 2026 ດັ່ງລຸ່ມນີ້:

ພະບາດສົມເດັດພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ເຂົ້າຮ່ວມພິທີບາສີສູ່ຂວັນ

ພາບທີ່ອົບອຸ່ນໃນຕອນຄໍ່າວັນທີ 17 ມີນາ 2026 ທີ່ທໍານຽບປະທານປະເທດ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ເປັນກຽດຈັດ ພິທີບາສີສູ່ຂວັນ ແລະ ງານລ້ຽງຕ້ອນຮັບ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ...

ແຈ້ງການຢຸດການອອກປຶ້ມສໍາມະໂນຄົວໃຫ້ພົນລະເມືອງລາວແບບເກົ່າ ແລະ ຫັນມານໍາໃຊ້ໜັງສືຢັ້ງຢືນຂໍ້ມູນສໍາມະໂນຄົວແທນ.

ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ຂໍຖືເປັນກຽດແຈ້ງມາຍັງ ຫ້ອງການບັນດາກະຊວງ, ອົງການທຽບເທົ່າ, ສະພາແຫ່ງຊາດ, ອົງການປົກຄອງທ້ອງຖິ່ນ, ຜູ້ປະກອບການ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຊາບດັ່ງນີ້: 1. ກະຊວງປ້ອງກັນຄວາມສະຫງົບ ໄດ້ຢຸດເຊົາການອອກປື້ມສຳມະໂນຄົວໃຫ້ພົນລະເມືອງລາວແບບເກົ່າ ຫັນມາຈົດທະບຽນສໍາມະໂນຄົວແບບເອເລັກໂຕຣນິກແບບທັນສະໄໝ ແລະ ຫັນມານໍາໃຊ້ໜັງສືຢັ້ງຢືນ ຂໍ້ມູນສຳມະໂນຄົວ (ແບບຟອມ ສຄ07) ຕາມລະບຽບຫຼັກການຂອງກະຊວງປ້ອງກັນຄວາມສະຫງົບ ແທນປື້ມສຳມະໂນຄົວແບບເກົ່າ. 2. ສໍາລັບບຸກຄົນ...

ລາຍງານສະພາບອາກາດປະຈໍາວັນທີ 18 ມີນາ 2026

ຄວາມກົດດັນສູງຂອງອາກາດເຢັນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົບທົບກະແສລົມຕາເວັນຕົກ ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນຢູ່ທົ່ວໄປໃນຕອນກາງຄືນ ຫາຕອນເຊົ້າ ສ່ວນຕອນບ່າຍອາກາດຈະຮ້ອນຕື່ມອີກໃນແຕ່ລະພາກ ແລະຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ.

ລາວ-ໄທ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ໄດ້ສະເດັດມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ມີນາ...

ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທເດີນທາງເຖິງນະຄອນຫຼວງວຽງຈັນ

ໃນຕອນແລງຂອງວັນທີ 16 ມີນານີ້, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ແຕ່ວັນທີ 16 - 18 ມີນາ 2026. ພິທີຕ້ອນຮັບຢູ່ສະໜາມບິນໄດ້ຈັດຂຶ້ນຢ່າງອົບອຸ່ນ...

ລາຍງານສະພາບອາກາດປະຈໍາວັນທີ 17 ມີນາ 2026

ຄວາມກົດດັນສູງຂອງອາກາດຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຍັງຈະເຢັນໃນຕອນກາງຄືນ ຫາ ຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ສ່ວນພາກາງ ແລະ ພາກໃຕ້ ອາກາດຮ້ອນໃນໄລຍະຕອນບ່າຍ ແລະ ຈະມີລົມພັດແຮງເປັນບາງໂອກາດຕື່ມອີກ. ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ):...

Latest news

- Advertisement -spot_img