- Advertisement -spot_img

AUTHOR NAME

Jenjila

942 POSTS
0 COMMENTS

ເກີດອຸປະຕິເຫດ ລົດ 6 ລໍ້ປີ້ນ ຢູ່ເສັ້ນທາງບ້ານນ້ຳມອງ ເມືອງນໍ້າບາກ ເສຍຊີວິດ 2 ຄົນ

ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຫຼວງພະບາງ ລາຍງານວ່າ: ວັນທີ 27 ມີນາ 2026 ເວລາ 08:32 ນາທີ ເກີດອຸປະຕິເຫດ ລົດ 6 ລໍ້ປີ້ນ ຢູ່ເສັ້ນທາງບ້ານນ້ຳມອງ ເມືອງນໍ້າບາກ ແຂວງຫລວງພະບາງ ພົບຜູ້ເສຍຊີວິດ 2 ຄົນ, ເພດຍິງ 1ຄົນ, ສັນຊາດລາວ. ຕາມການລາຍງານເບື້ອງຕົ້ນ: ລົດຄັນດັ່ງກ່າວເດີນທາງມາຈາກແຂວງອຸດົມໄຊ ເພື່ອໄປແຂວງຫລວງພະບາງ,...

ສຳເລັດການທຳລາຍລະເບີດໃຫຍ່ MK82 ນ້ຳໜັກ 500 ປອນ ບ້ານພິກໃຫຍ່ຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫລວງພະບາງ

ວັນທີ 23 ມີນາ 2026 ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫລວງພະບາງ ໄດ້ສຳເລັດການທຳລາຍລະເບີດໃຫຍ່ ຈຳນວນ 1 ໜ່ວຍ ປະເພດ MK82 GPLD ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຣາມ) ຢູ່ບ້ານພິກໃຫຍ່, ນະຄອນຫລວງພະບາງ, ແຂວງ...

ອັບເດດ! ປໍ້ານໍ້າມັນ ທີ່ເປີດໃຫ້ບໍລິການ ທົ່ວນະຄອນຫລວງວຽງຈັນ ປະຈຳວັນທີ 27 ມີນາ 2026

ອັບເດດ! ປໍ້ານໍ້າມັນ ທີ່ເປີດໃຫ້ບໍລິການ ທົ່ວນະຄອນຫລວງວຽງຈັນ ວັນທີ 27 ມີນາ 2026 ດັ່ງລຸາ

ຄະນະຈັດຕັ້ງສູນກາງພັກ ສະເໜີຄົ້ນຄວ້າ ການປ່ຽນຊື່ນະຄອນປາກເຊ ເປັນຊື່ນະຄອນຄໍາໄຕສີພັນດອນ.

ອີງຕາມແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ເລກທີ 521/ຄຈສພ ນະຄອນຫຼວງວຽງຈັນ, ລົງວັນທີ 24 ມີນາ 2026 ເຖິງ: ສະຫາຍ ເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງແຂວງຈໍາປາສັກ. ເລື່ອງ: ການຄົ້ນຄວ້າການປ່ຽນຊື່ນະຄອນປາກເຊ ເປັນ ນະຄອນຄໍາໄຕ ສີພັນດອນ. - ອີງຕາມ ມະຕິຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະຈັດຕັ້ງສູນກາງພັກ ສະບັບເລກ ທີ 28/ຄຈສພ,...

ລາຍງານສະພາບອາກາດປະຈໍາວັນທີ 27 ມີນາ 2026

ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພາກເໜືອ ລົງຫາ ພາກກາງ ແລະ ກະແສລົມຕາເວັນອອກພັດປົກຄຸມພາກໃຕ້. ເຊິ່ງຈະເຮັດໃຫ້ອາກາດຍັງຈະເຢັນໃນຕອນກາງຄືນ ຫາ ຕອນເຊົົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ສ່ວນຕອນບ່າຍອາກາດຈະຮ້ອນ ຫາ ຮ້ອນເອົົ້າຢູ່ທົົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງຢູ່ໃນແຕ່ລະພາກ. ພະຍາກອນອາກາດ ແຕ່ເວລາ 07...

ກອງປະຊຸມ ຄະນະສະເພາະກິດແກ້ໄຂບັນຫານໍ້າມັນເຊື້ອໄຟ ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ

ຂປລ. ກອງປະຊຸມຄະນະສະເພາະກິດແກ້ໄຂບັນຫານໍ້າມັນເຊື້ອໄຟ ຈັດຂຶ້ນໃນວັນທີ 26 ມີນາ 2026 ທີ່ສໍານັກ ງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາ ວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ, ຫົວໜ້າຄະນະສະເພາະກິດ, ມີບັນດາທ່ານ ໃນຄະນະ, ກອງເລຂາຄະນະສະເພາະກິດ, ຜູ້ຕາງໜ້າຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ...

ລາຍງານຈຳນວນຄວາມເສຍຫາຍ ຈາກພະຍຸໝາກເຫັບ ຢູ່ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ລວມ 17 ບ້ານ 5,490 ຫຼັງຄາເຮືອນ

ຄະນະກຳມະການຄຸ້ມຄອງ ໄພພິບັດ ນະຄອນຫຼວງວຽງຈັນ ໄດ້ລາຍງານ ວັນທີ 26 ມີນາ 2026 ນີ້ວ່າ: ສະພາບຄວາມເສຍຫາຍ ຈາກພະຍຸລະດູຮ້ອນທີ່ເກີດຂຶ້ນ ວັນທີ 22 ມີນາ 2026 ຢູ່ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ຈໍານວນ 17 ບ້ານ, 5,490 ຫຼັງຄາເຮືອນ, ໂຮງຮຽນ...

ລາຍງານສະພາບອາກາດປະຈໍາວັນທີ 26 ມີນາ 2026

ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະສືບຕໍ່ປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບລົມຕາເວັນຕົກພັດປົກຄຸມເປັນສ່ວນໃຫຍ່, ເຊີ່ງຈະເຮັດໃຫ້ອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົົ້າຢູ່ທົົ່ວໄປໃນຕອນກາງເວັນ ແລະ ອາກາດຍັງຈະເຢັນ ຫາ ໜາວເຢັນຢູ່ບາງທ້ອງຖິ່ນໃນຕອນກາງຄືນ ຫາ ຕອນເຊົົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ການນຳແຂວງສະຫວັນນະເຂດ ຢືນຢັນຍັງມີນ້ຳມັນເຊື້ອໄຟພຽງພໍ ຈຳນວນທັງໝົດ 2.6 ລ້ານລິດ, ແອັດຊັງ 6 ແສນລິດ.

ໃນວັນທີ 23 ມີນາ 2026, ທ່ານ ຄຳຜຸຍ ສີບຸນເຮືອງ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ທັງເປັນຫົວໜ້າຄະນະຊີ້ນຳລວມຄະນະກຳມະການຕິດຕາມ, ກວດກາການນຳເຂົ້າ, ການສະໜອງ ແລະການຈຳໜ່າຍນ້ຳມັນເຊື້ອໄຟໃນຊ່ວງໄລຍະຄວາມບໍ່ສະຫງົບໃນພາກພື້ນຕາເວັນອອກກາງພາຍໃນແຂວງ ພ້ອມດ້ວຍທ່ານ ສີໂທ ທໍລະທາ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ ຮອງຫົວໜ້າຄະນະຊີ້ນຳລວມ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ລົງຕິດຕາມ, ກວດກາເບິ່ງສາງນ້ຳມັນເຊື້ອໄຟນາເຊັງ ເຊິ່ງເປັນສາງນ້ຳມັນໃຫຍ່ຂອງລັດວິສາຫະກິດນ້ຳມັນເຊື້ອໄຟລາວສາຂາແຂວງ ທັງນີ້ກໍ່ເພື່ອຕິດຕາມເບິ່ງສະພາບການນຳເຂົ້ານ້ຳມັນເຊື້ອໄຟ...

ໂຄງການກໍ່ສ້າງ ປູຢາງ 2 ຊັ້ນ ທາງເລກທີ 9004 ເມືອງສະໜາມໄຊ ຈະໃຫ້ສຳເລັດໃນປີ 2026ນີ້

ຂ່າວສານແຂວງອັດຕະປືລາຍງານວ່າ ວັນທີ 23 ມີນາ 2026 ນີ້ ວ່າ: ທ່ານ ວານິດາ ຫອມສົມບັດ ປະທານ ບໍລິສັດ ໄຊເສດຖາ ກໍ່ສ້າງ-ຂົວທາງຈຳກັດຜູ້ດຽວ ລາຍງານໂຄງການກໍ່ສ້າງ ເສັ້ນທາງ ປູຢາງ 2 ຊັ້ນ ທາງເລກທີ 9004 ແຕ່ຫົວຂົວເຊປຽນແຍກທາງ 18 A...

Latest news

- Advertisement -spot_img