ລາວ-ຍີ່ປຸ່ນ ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

Must read

ໃນວັນທີ 22 ພຶດສະພາ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດຍີ່ປຸ່ນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂມເຕງິ ໂທຊິມິຊຶ (Mr. MOTEGI Toshimitsu) ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ, ໃນໂອກາດເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມພິທີເປີດງານບຸນລາວ ປະຈໍາປີ 2026 ທີ່ ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 21-24 ພຶດສະພາ 2026.

ໃນການພົບປະ, ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບການພົວພັນຮ່ວມມື ລະຫວ່າງສອງປະເທດ ໂດຍໄດ້ຕີລາຄາສູງ ແລະ ສະແດງຄວາມປິຕິຍິນດີທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ ລາວ ແລະ ຍີ່ປຸ່ນ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນ ທັງໃນສາຍລັດ, ການທູດປະຊາຊົນ ແລະ ສາຍສະພາ. ສປປ ລາວ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 5 ມີນາ 1955 ຊຶ່ງນັບຕັ້ງແຕ່ນັ້ນມາການພົວພັນຮ່ວມມືໃນດ້ານຕ່າງໆຂອງສອງປະເທດ ໄດ້ຮັບການເສີມຂະຫຍາຍຂຶ້ນເປັນກ້າວໆ. ພິເສດໃນປີ 2025 ຜ່ານມາ ສອງຝ່າຍໄດ້ຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ ດ້ວຍຜົນສໍາເລັດອັນຈົບງາມ, ເຕັມໄປດ້ວຍບັນຍາກາດຄຶກຄື້ນ ແລະ ມີເນື້ອໃນ, ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ, ໂດຍສະເພາະ ການຢ້ຽມຢາມຍີ່ປຸ່ນ ຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ແລະ ການສະເດັດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສົມເດັດ ເຈົ້າຍິງ ໄອໂກະ, ຊຶ່ງ ສປປ ລາວ ເປັນປະເທດທໍາອິດໃນການຢ້ຽມຢາມທາງການຢູ່ຕ່າງປະເທດ ຂອງພະອົງ. ພ້ອມກັນນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ, ລວມທັງການຈັດຕັ້ງຜັນຂະຫຍາຍຜົນການພົບປະຂອງສອງນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ໃນເດືອນມັງກອນ 2025 ຜ່ານມາ, ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ໃຫ້ແໜ້ນແຟ້ນ ແລະ ເລິກເຊິ່ງຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ໃນໂອກາດດຽວກັນນີ້, ທ່ານ ໂມເຕງິ ໂທຊິມິຊຶ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຍີ່ປຸ່ນ ຂອງ ຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້. ຂະນະດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນດັ່ງກ່າວ ແລະ ໄດ້ສະແດງຄວາມພ້ອມທີ່ຈະເຮັດວຽກຮ່ວມກັບ ທ່ານ ໂມເຕງິ ໂທຊິມິຊຶ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນການເຫັນດີເປັນເອກະພາບຂອງການນໍາ ລາວ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາ ແລະ ຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ, ພ້ອມທັງໄດ້ເຊື້ອເຊີນ ທ່ານ ໂມເຕງິ ໂທຊິມິຊຶ ຢ້ຽມຢາມ ສປປ ລາວ ໃນເວລາອັນເໝາະສົມ. ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດ AZEC Plus ກ່ຽວກັບຄວາມເຂັ້ມແຂງດ້ານພະລັງງານ ໃນເດືອນເມສາ 2026 ຜ່ານມາ ເພື່ອສະໜັບສະໜູນບັນດາປະເທດໃນອາຊີຮັບມືກັບວິກິດການດ້ານພະລັງງານ ໃນໄລຍະສັ້ນ ແລະ ໄລຍະຍາວ, ກໍຄືການພັດທະນາ AZEC 2.0 ໂດຍກວມເອົາວິໄສທັດການສ້າງຄວາມເຂັ້ມແຂງດ້ານພະລັງງານ ແລະ ເສດຖະກິດໄປຄຽງຄູ່ກັນ.

ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ການສົ່ງຊ່ຽວຊານ ແລະ ອາສາສະໝັກຂອງອົງການ JICA ມາປະຕິບັດໜ້າທີ່ຢູ່ບັນດາຂະແໜງການຂອງລາວ ທັງໃນສູນກາງ ແລະ ທ້ອງຖິ່ນ. ພິເສດ ແມ່ນການຊ່ວຍເຫຼືອໃນໂຄງການມະນຸດສະທໍາເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (UXO) ຢູ່ ສປປ ລາວ. ພ້ອມນັ້ນ, ຍັງໄດ້ແຈ້ງ ແລະ ເຊື້ອເຊີນຝ່າຍຍີ່ປຸ່ນເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລູກຫວ່ານ ຮອບວຽນທີ 3 (3RC CCM) ພາຍໃຕ້ການເປັນປະທານຂອງ ສປປ ລາວ ໃນເດືອນກັນຍາ 2026 ທີ່ ນະຄອນຫຼວງວຽງຈັນ. ນອກນີ້, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ແຈ້ງຄູ່ຮ່ວມຕຳແໜ່ງຊາບວ່າ ສປປ ລາວ ຈະຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາໃນປີນີ້ ແລະ ກຳລັງຈັດຕັ້ງປະຕິບັດແຜນຍຸດທະສາດວ່າດ້ວຍການຂ້າມຜ່ານເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງຍືນຍົງ ແລະ ໂລ່ງລ່ຽນ ໄລຍະ 2026-2029, ຫວັງຢ່າງຍິ່ງວ່າ ຍີ່ປຸ່ນ ຈະສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດດັ່ງກ່າວ.

(ຂ່າວ: ກຕທ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article