ກອງຕຳຫລວດຈະລາຈອນ ເມືອງຈັນທະບູລີ ເອົາໃຈໃສ່ລະບາຍການສັນຈອນ ໃຫ້ມີຄວາມໂລ່ງລ່ຽນ

Must read

ກອງຕຳຫລວດຈະລາຈອນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ເພີ່ມທະວີ ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ ລະບາຍການສັນຈອນ ໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ໂດຍເນັ້ນໜັກໃນຈຸດທີ່ມີການຈະລາຈອນແອອັດ, ໜາແໜ້ນ ແລະ ຈຸດສຳຄັນຕ່າງໆພາຍໃນເມືອງ ໂດຍສະເພາະ ຈຸດເສັ້ນທາງສາມແຍກຫ້ວຍຫົງ (ຈຸດຕະຫລາດຫ້ວຍຫົງ) ໃຫ້ມີຄວາມໂລ່ງລ່ຽນ ໂດຍໄດ້ຈັດກຳລັງເຈົ້າໜ້າທີ່ ປະ ຈຳການໃນທຸກໆມື້ (ໃນໂມງລັດຖະການ) ນັບແຕ່ວັນຈັນເຖິງວັນສຸກ ໃນຊົ່ວໂມງຮີບດ່ວນ ທັງໃນຊ່ວງເຊົ້າ ແລະ ຊ່ວງແລງ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ຜູ້ໃຊ້ລົດໃຊ້ຖະໜົນ ແລະ ຫລຸດ ຜ່ອນຄວາມແອອັດໃນການສັນຈອນ.

ທ່ານ ພັນຕີ ສີຈັນ ດວງສະຫງ່າ ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ສັງກັດຢູ່ກອງຕຳຫລວດຈະລາຈອນ ເມືອງຈັນທະບູລີ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໃນວັນທີ 18 ພຶດ ສະພາ 2026 ນີ້ວ່າ: ການຈັດຕັ້ງປະຕິບັດໜ້າທີ່ລະບາຍການສັນຈອນ (ລະບາຍລົດ) ຢູ່ຈຸດທາງສາມແຍກຕະຫລາດຫ້ວຍຫົງ ໃນແຕ່ລະວັນ ແມ່ນປະຕິບັດຕາມພາລະບົດບາດ ແລະ ການມອບໝາຍ ຂອງພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ກໍຄື ກອງຕຳຫລວດຈະລາຈອນ ເມືອງຈັນທະບູລີ ເພື່ອແກ້ໄຂບັນຫາການຈະລາຈອນແອອັດ ເຮັດໃຫ້ການສັນຈອນ ຂອງປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນໃນຊົ່ວໂມງຮີບດ່ວນ ໃຫ້ມີຄວາມໂລ່ງລ່ຽນ, ປອດໄພ ແລະ ຫລຸດຜ່ອນບັນຫາລົດຕິດ ຊຶ່ງໃນຊ່ວງເຊົ້າຕົນເອງໄດ້ເລີ່ມຈັດຕັ້ງປະຕິບັດໜ້າທີ່ ລະບາຍການສັນຈອນ ເລີ່ມແຕ່ເວລາ 07:00-09:00 ໂມງ ແລະ ຊ່ວງແລງເລີ່ມແຕ່ເວລາ 16:00-18:00 ໂມງ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນໄດ້ວ່າ ປະຊາ ຊົນຜູ້ໃຊ້ລົດໃຊ້ຖະໜົນ ໄດ້ໃຫ້ຄວາມຮ່ວມມືປະຕິບັດຕາມກົດລະບຽບ (ປະຕິບັດຕາມການບອກທິດທາງເດີນຂອງເຈົ້າໜ້າທີ່) ເຮັດໃຫ້ການສັນຈອນຢູ່ຈຸດເສັ້ນທາງດັ່ງກ່າວ ມີຄວາມເປັນລະບຽບຮຽບຮ້ອຍ, ບໍ່ມີຄວາມແອອັດຫລາຍເກີນໄປ ເຮັດໃຫ້ການເດີນທາງຂອງປະຊາຊົນໃນແຕ່ລະວັນ ມີຄວາມສະ ດວກ, ວ່ອງໄວ ແລະ ປອດໄພຂຶ້ນກວ່າເກົ່າ.

ໂອກາດນີ້, ທ່ານ ພັນຕີ ສີຈັນ ດວງສະຫງ່າ ຍັງຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ປະຕິບັດຕາມກົດຈະລາຈອນຢ່າງເຂັ້ມງວດ ເພື່ອຮ່ວມກັນສ້າງຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ກໍຄື ເຮັດໃຫ້ການສັນຈອນໄປ-ມາ ໃນຊົ່ວໂມງຮີບດ່ວນ ມີຄວາມສະດວກສະບາຍ, ວ່ອງໄວ ແລະ ປອດໄພ ຫລຸດຜ່ອນການເກີດອຸບັດເຫດ ແລະ ບັນຫາລົດຕິດ.

ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານລະບາຍການສັນຈອນ ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມ ຂອງກອງຕຳຫລວດຈະລາຈອນ ເມືອງຈັນທະບູລີ ໃນການຮັບໃຊ້ສັງຄົມ ແລະ ຍົກລະດັບການຈັດລະບຽບການຈະລາຈອນທາງບົກ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຕອບສະໜອງຄວາມຕ້ອງການ ແລະ ອຳນວຍຄວາມສະດວກ ໃຫ້ປະຊາຊົນ ໃນຍຸກປັດຈຸບັນ.

ຂ່າວ-ພາບ: ທະນູທອງ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article