
ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວິນສ໌ຕັນ ປີເຕີ້ (Right Honorable Winston Peters) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ນິວຊີແລນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນ ທາງໄປຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-15 ພຶດສະພາ 2026 ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.

ໃນຕອນເຊົ້າວັນທີ 14 ພຶດສະພາ 2026 ທີ່ລັດຖະສະພາ ແຫ່ງ ນິວຊີແລນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ພົບປະສອງຝ່າຍຢ່າງເປັນທາງການ ກັບລັດຖະມົນຕີຕ່າງປະເທດ ຂອງນິວຊີແລນ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ນິວຊີແລນ ທີ່ໄດ້ຮັບການ ພັດທະນາຢ່າງຕໍ່ເນື່ອງ ໃນຕະຫລອດໄລຍະເວລາກວ່າ 6 ທົດສະວັດ ທີ່ຜ່ານມາ ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນການທູດ ຮ່ວມກັນ ໃນວັນທີ 17 ກຸມພາ 1963 ເປັນຕົ້ນມາ ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ຂອງທັງສອງປະເທດ ຢ່າງເປັນປົກກະຕິ ແລະ ການພົວພັນຮ່ວມມືສອງຝ່າຍ ທີ່ມີຜົນສຳເລັດໃນໄລຍະຜ່ານມາ.

ພ້ອມກັນນັ້ນ, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ເຊັ່ນ: ການພັດທະນາທາງດ້ານຊັບພະຍາກອນມະນຸດ, ການເກັບກູ້ລະເບີດບໍ່ທັນແຕກ, ການຮ່ວມມືທາງດ້ານພະລັງງານ, ການປົກປັກຮັກສາສິ່ງແວດລ້ອມ, ການຮ່ວມມືທາງດ້ານເສດຖະກິດ, ການທ່ອງທ່ຽວ ແລະ ອື່ນໆ; ພ້ອມທັງເຫັນ ດີຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການ ຮ່ວມມືສອງຝ່າຍໃນດ້ານຕ່າງໆ ໃຫ້ນັບມື້ນັບແຕກດອກອອກຜົນ ແລະ ເປັນຮູບປະທຳຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແຈ້ງສະພາບການພັດທະນາພາຍໃນປະເທດໃຫ້ກັນ ແລະ ກັນຊາບ ພ້ອມທັງແລກປ່ຽນ ຄໍາຄິດຄໍາເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມ ຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ນິວຊີແລນ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ ໃນດ້ານຕ່າງໆ ລວມທັງການສະໜັບສະໜູນການເປັນປະທານກອງປະຊຸມສຸດຍອດອາ ຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ຜ່ານມາ. ພ້ອມນີ້, ຍັງໄດ້ເຊື້ອເຊີນລັດຖະມົນຕີຕ່າງປະເທດ ນິວຊີແລນ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ພ້ອມທັງເຊື້ອເຊີນເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ ສປປ ລາວ ຈະເປັນເຈົ້າພາບໃນເດືອນກັນຍາ 2026 ນີ້.

ໃນໂອກາດນີ້, ທ່ານ ວິນສ໌ຕັນ ປີເຕີ້ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ນິວຊີແລນ ໄດ້ຕີລາຄາສູງຕໍ່ການ ຢ້ຽມຢາມຄັ້ງນີ້ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ດີ ລະຫວ່າງສອງປະເທດ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ ແລະ ຢືນຢັນ ຈະໃຫ້ການສືບຕໍ່ຊ່ວຍເຫລືອ ສປປ ລາວ ໃນຂົງເຂດທີ່ຈຳເປັນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ລວມທັງ ການຢ້ຽມຢາມ ສປປ ລາວ ໃນອະນາຄົດ.

ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ພົບປະຫາລື ກັບ ທ່ານ ນາງ ນິໂກລາ ກຣິກ ລັດຖະມົນຕີ ຮັບຜິດຊອບວຽກງານການຄ້າ, ສິ່ງແວດລ້ອມ ແລະ ແມ່ຍິງ ແຫ່ງ ນິວຊີ ແລນ ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍທາງດ້ານສິ່ງແວດລ້ອມ, ເສດຖະກິດ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ຍັງໄດ້ຢ້ຽມຢາມລັດຖະສະພາ. ນອກຈາກນີ້, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຢາມຂັ້ນຕອນການດຳເນີນງານຂອງລັດຖະສະພາ, ຫ້ອງວາງ ສະແດງການສ້າງຮູບເງົາ, ຫໍພິພິທະພັນແຫ່ງຊາດນິວຊີແລນ, ພົບປະພີ່ນ້ອງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ ນິວຊີ ແລນ ແລະ ພົບປະໂອ້ລົມກັບນັກສຶກສາລາວ ທີ່ກໍາລັງສຶກສາ ແລະ ຝຶກອົບຮົມ ທີ່ມະຫາວິທະຍາໄລ ວິກຕໍເຣຍ ແຫ່ງ ເວລລິງຕັນ (Victoria University of Wellington) ພາຍໃຕ້ໂຄງການທຶນການສຶກສາ ນິວຊີແລນ ມານາກີ (The Manaaki New Zealand Scholarship) ອີກດ້ວຍ.

ການຢ້ຽມຢາມຄັ້ງນີ້, ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ສົມ ກຽດຈາກຝ່າຍນິວຊີແລນ ຊຶ່ງສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທັງສອງຊາດ.





