ໃນເວລາ 15 ໂມງ 00 ນາທີ ຂອງວັນທີ 13 ພຶດສະພາ 2026 ໜ່ວຍສະເພາະກິດຫ້ອງສັນຕິບານ ແລະ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງອຸດົມໄຊ ລົງກວດກາຄົນຕ່າງປະເທດທີ່ມາພັກເຊົາຢູ່ 02 ຈຸດໂຮງແຮມເຂດບ້ານວັງໄຮ ເມືອງໄຊ ແຂວງອຸດົມໄຊ.


ຜ່ານການລົງກວດກາຕົວຈິງພົບເຫັນຄົນຕ່າງປະເທດ ທີ່ມາພັກເຊົາລີ້ຊ້ອນບໍ່ຖືກຕ້ອງ ຈໍານວນ 50 ຄົນ, ພ້ອມໂທລະສັບ 53 ເຄື່ອງ, ໃນນີ້ ສັນຊາດຈີນ 46 ຄົນ, ສັນຊາດມຽນມາ 04 ຄົນ, ຜ່ານການກວດກາ ແລະ ສືບສວນ-ສອບສວນ ຂັ້ນເບື້ອງຕົ້ນຂອງເຈົ້າໜ້າທີ່ ຈໍານວນເປົ້າໝາຍດັ່ງກ່າວແມ່ນບໍ່ມີໜັງສືຜ່ານແດນ (Passport) ທີ່ຊັດເຈນ.


ປະຈຸບັນທາງເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງອຸດົມໄຊ ພວມເລັ່ງສືບສວນ-ສອບສວນ ຂະຫຍາຍຜົນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ ຂອງ ສປປ ລາວ.


ຂ່າວ:ປກສ ແຂວງອຸດົມໄຊ





