ຫາລືແກ້ໄຂບັນຫາການຖິ້ມຂີ້ເຫຍື້ອແບບຊະຊາຍ ໃນຕົວເມືອງ

Must read

ອົງການປົກຄອງເມືອງຫາດຊາຍຟອງ ຮ່ວມກັບ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ຈັດກອງປະຊຸມຫາລືແກ້ໄຂບັນຫາການຖິ້ມຂີ້ເຫຍື້ອແບບຊະຊາຍ ໃນຕົວເມືອງ ຢູ່ນະຄອນຫລວງວຽງຈັນ ໃນວັນທີ 13 ພຶດສະພາ 2026 ໂດຍມີ ທ່ານ ຄໍາໝູນ ຕຽງທະລາດ ເລຂາພັກເມືອງຫາດຊາຍຟອງ, ທ່ານ ປັນຍາ ມະນີວົງ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ, ທ່ານ ບົວໃສ ລຸນນະວົງສາ ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ພ້ອມດ້ວຍພາກສ່ວນບໍລິສັດບໍລິການຈັດເກັບມ້ຽນຂີ້ເຫຍຶ້ອ ແລະ ການຈັດ ຕັ້ງບ້ານເຂົ້ນຮ່ວມ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອປຶກສາຫາລືແກ້ໄຂບັນຫາການຖິ້ມຂີ້ເຫຍື້ອແບບຊະຊາຍ ຢ່າງບໍ່ເປັນລະບົບ ໃນຕົວເມືອງຂອງນະຄອນຫລວງວຽງຈັນ ຊຶ່ງຍັງເປັນບັນຫາທີ່ແກ້ໄຂບໍ່ໄດ້ ໂດຍສະເພາະໃນບໍລິເວນພື້ນທີ່ດິນເປົ່າຫວ່າງ ລຽບຕາມແຄມທາງສາຍຫລັກຕ່າງໆຂອງເມືອງ ແລະ ເທສະບານ ຊຶ່ງເຕັມໄປດ້ວຍເສດຂີ້ເຫຍື້ອທີ່ຖືກປະຖິ້ມໄວ້ແບບຊະຊາຍ ແຕ່ກໍບໍ່ມີໜ່ວຍງານກ່ຽວຂ້ອງໃດໄປເກັບມ້ຽນ, ຖ້າຫາກວ່າຍັງສືບຕໍ່ປະປ່ອຍເປັນແບບນີ້ ກໍຈະສົ່ງຜົນທາງດ້ານກິ່ນ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ ໂດຍສະເພາະໃນລະດູຝົນ ແລະ ໜຶ່ງໃນນັ້ນເມືອງຫາດຊາຍຟອງ ກໍເປັນເມືອງໜຶ່ງທີ່ກໍາລັງພົບບັນຫາການຖິ້້ມຂິ້ເຫຍື້ອແບບຊະຊາຍ.

ໃນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງ ຂອງນະຄອນຫລວງວຽງຈັນ ວ່າດ້ວຍການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ ໃນນະຄອນຫລວງວຽງຈັນ ໂດຍຍົກໃຫ້ເຫັນເຖິງນິຍາມໃນການຄຸ້ມຄອງຂີ້ເຫຍື້ອ, ການ ດໍາເນີນວຽກງານເພື່ອປະຕິບັດມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ, ການຄວບຄຸມ ແລະ ຈັດ ການຂີ້ເຫຍື້ອ ໂດຍເລີ່ມຈາກການຄັດແຍກການເກັບມ້ຽນ, ຄ່ຽນຖ່າຍ ແລະ ການຂົນສົ່ງ ລວມເຖິງການແປຮູບ ເພື່ອການນໍາໃຊ້ປະໂຫຍດຈາກຂີ້ເຫຍື້ອ ແລະ ການກໍາຈັດຂີ້ເຫຍື້ອດ້ວຍວິທີຕ່າງໆ. ທັງນີ້, ກໍເພື່ອຄໍານຶງເຖິງປະໂຫຍດສູງສຸດໃນທາງເສດຖະສາດ, ທັດສະນີຍະພາບ, ສຸຂະພາບ ແລະ ການປົກປັກຮັກສາສິ່ງແວດລ້ອມ. ສະນັ້ນ, ການກໍາຈັດຂີ້ເຫຍື້ອ ຈຶ່ງແມ່ນວິທີການ ແລະ ຂະບວນການໃນການກໍາຈັດ ຫລື ທໍາລາຍທີ່ຢູ່ພາຍໃຕ້ການຄວບຄຸມທີ່ຖືກຕ້ອງຕາມມາດຕະຖານເຕັກນິກ, ຖືກຫລັກສຸຂະນາໄມ ຮັບປະກັນຕໍ່ສິ່ງແວດລ້ອມ, ທໍາມະຊາດ ແລະ ສັງຄົມ ຕໍ່ກັບວຽກງານດັ່ງກ່າວ.

ນອກຈາກນີ້, ນະຄອນຫລວງວຽງຈັນ ຍັງມີນະໂຍບາຍກ່ຽວກັບການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ ເພື່ອຊຸກຍູ້ສົ່ງເສີມການພັດທະນາວຽກງານການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ ດ້ວຍການອອກນິຕິກໍາ ເພື່ອສ້າງເງື່ອນໄຂໃຫ້ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນເຂົ້າໃນການຄົ້ນຄວ້ານໍາໃຊ້ວິທະຍາສາດ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ ໂດຍໃຫ້ສອດຄ່ງຕາມແນວທາງນະໂຍບາຍ, ນິຕິກໍາ, ກົດໝາຍ ແລະ ຕາມແຜນຍຸດທະສາດ ແຜນງານຄຸ້ມຄອງຂີ້ເຫຍື້ອແບບຍືນຍົງຂອງນະຄອນ ຫລວງວຽງຈັນ ໃນແຕ່ລະໄລຍະ. ທັງນີ້, ກໍເພື່ອສົ່ງເສີມການບໍລິການເກັບມ້ຽນຂີ້ເຫຍື້ອ ແລະ ແປຮູບຂີ້ເຫຍື້ອກາຍເປັນຊັບພະຍາກອນທີ່ສ້າງມູນຄ່າ ແລະ ແນໃສ່ເພື່ອຮັກສາສິ່ງແວດລ້ອມໃນຕົວເມືອງຕາມນະໂຍບາຍ 6 ສ ເພື່ອຮັກສາໃຫ້ມີຄວາມສະອາດຈົບງາມ ແລະ ເປັນລະບຽບຮຽບຮ້ອຍ.

ຂ່າວ: ກິດຕາ

ຂໍ້ມູນ: ໜັງສືພິມວຽງຈັນໃໝ່

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article