ໂດຍປະຕິບັດຕາມກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ສະບັບເລກທີ 059ສພຊ, ລົງວັນທີ 26 ທັນວາ 2014, ຂໍ້ຕົກລົງ ວ່າດ້ວຍການຮ່ວມມືສ້າງຕັ້ງສູນຮ່ວມມືວຽກງານຕໍາຫຼວດລາວ-ຈີນ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຈີນ ລົງວັນທີ 04 ທັນວາ 2020, ຕາມການປະສານສົມທົບເຮັດວຽກຕົວຈິງຮ່ວມກັບເຈົ້າໜ້າທີ່ຕໍາຫຼວດ ສປ ຈີນ ປະຈໍາຢູ່ ສູນຮ່ວມມືລາວ-ຈີນ ແລະ ປະຕິບັດຕາມສັນຍາການຮ່ວມມືລະຫວ່າງລາວ-ຈີນ ໃນການແລກປ່ຽນຂໍ້ມູນຂ່າວສານ ແລະ ການສົ່ງຕົວຜູ້ຖືກຫາທີ່ເປັນຄົນຕ່າງປະເທດ (ໂດຍສະເພາະຄົນຈີນ) ກັບຄືນປະເທດເພື່ອດໍາເນີນຄະດີ ຫຼັງຈາກຖືກຈັບກຸມຢູ່ ສປປ ລາວ.

ໃນວັນທີ 13 ພຶດສະພາ 2026, ກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງ ປກສ ຮ່ວມກັບສູນຮ່ວມມືວຽກງານຕໍາຫຼວດລາວ-ຈີນ ໄດ້ມອບ-ຮັບຕົວພວກຖືກຫາທີ່ເປັນຄົນສັນຊາດຈີນຈໍານວນ 485 ຄົນ ຍິງ 30 ຄົນ ກັບຄືນໄປດໍາເນີນຄະດີຕາມລະບຽບກົດໝາຍຢູ່ປະເທດຈີນ, ໃນຂໍ້ຫາກໍ່ອາຊະກໍາທາງລະບົບໂທລະຄົມ ຫຼື ຄໍເຊັນເຕີ, ໃຫ້ບໍລິການການພະນັນອອນລາຍ, ເຂົ້າ-ອອກເມືອງຜິດກົດໝາຍ, ເຮັດວຽກບໍ່ຖືກເປົ້າໝາຍຕາມທີ່ທາງການກໍານົດ, ດຳເນີນທຸລະກິດ, ປະກອບອາຊີບໂດຍບໍ່ໄດ້ຮັບອະນຸຍາດ ແລະ ມີເຈດຕະນາລີ້ຊ່ອນຢູ່ ສປປ ລາວ.

ກຸ່ມແກ້ງດັ່ງກ່າວ, ຖືກກັກຕົວໃນວັນທີ 6 ພຶດສະພາ 2026 ຈາກເຫດການທີ່ເຈົ້າໜ້າທີ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ ມ້າງກຸ່ມແກ້ງຄໍເຊັນເຕີຢູ່ 7 ຈຸດເປົ້າໝາຍ (ຣີສອດ, ໂຮງແຮມ ແລະ ເຮືອນພັກ)ຢູ່ແຂວງສະຫວັນນະເຂດ, ເຊິ່ງພົບເຫັນຄົນຕ່າງປະເທດ 605 ຄົນ, ຍິງ 81 ຄົນ, ມີ 8 ສັນຊາດຄື: ສັນຊາດຈີນ, ໄທ, ກຳປູເຈຍ, ມຽນມາ, ຫວຽດນາມ, ໄຕ້ຫວັນ, ມາເລເຊຍ ແລະ ສັນຊາດເກົາຫຼີໃຕ້ ພ້ອມດ້ວຍເຄື່ອງຂອງກາງເພື່ອກໍ່ການກະທໍາຜິດຈໍານວນຫຼາຍລາຍການ.

ການມອບ-ຮັບຕົວພວກຖືກຫາດັ່ງກ່າວແມ່ນໄດ້ຈັດຂຶ້ນທີ່ດ່ານສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ສປປ ລາວ; ໂອກາດນີ້, ຜູ້ຕາງໜ້າທັງສອງຝ່າຍກໍໄດ້ພ້ອມກັນເຊັນບົດບັນທຶກມອບ-ຮັບ ຕົວພວກຖືກຫາຈໍານວນ 485 ຄົນ, ຍິງ 30 ຄົນ ໂດຍມີຄະນະຮັບຜິດຊອບທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ຕະຫຼອດໄລຍະຜ່ານມາລັດຖະບານ ສປປ ລາວ ກໍຄື ກະຊວງປ້ອງກັນຄວາມສະຫງົບ ແລະ ໜ່ວຍງານທີ່ກ່ຽວຂ້ອງ ໄດ້ສຸມໃສ່ສະກັດກັ້ນ ແລະ ແກ້ໄຂຢ່າງຈິງຈັງ, ຕໍ່ກັບບັນຫາອາຊະຍາກໍາທາງໂທລະຄົມຢ່າງເດັດຂາດ. ປະຈຸບັນນີ້, ເຈົ້າໜ້າທີ່ວິຊາສະເພາະກໍາລັງ ສືບຕໍ່ຕິດຕາມ, ສືບສວນ ແລະ ດໍາເນີນຄະດີ ຢ່າງຕໍ່ເນື່ອງ. ພ້ອມດຽວກັນນັ້ນ, ສປປ ລາວ ຍັງໄດ້ຮ່ວມມືກັບປະເທດເພື່ອນບ້ານ ແລະ ອົງການສາກົນໃນການແກ້ໄຂບັນຫາດັ່ງກ່າວ.

ໃນໂອກາດນີ້, ຈຶ່ງຂໍຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າ ທຸກຊັ້ນຄົນໃນສັງຄົມໃຫ້ມີສະຕິຕໍ່ກົນອຸບາຍຂອງພວກກຸ່ມຄົນບໍ່ດີປະຈຸບັນນີ້ບັນຫາອາຊະຍາກໍາທາງໂທລະຄົມແມ່ນມີຮູບແບບການຫຼອກລວງທີ່ຫຼາກຫຼາຍ ແລະ ວິທີປ້ອງກັນຕົນເອງຢ່າງທັນສະໄໝ, ນັກທຸລະກິດ ແລະ ຊາວຄ້າຂາຍ ຫຼື ຜູ້ປະກອບການເຮືອນໃຫ້ເຊົ່າ, ໂຮງແຮມ, ອະພາດເມັນ, ຫ້ອງແຖວ ຕ້ອງມີສ່ວນຮ່ວມ ແລະ ໃຫ້ການຮ່ວມກັບເຈົ້າໜ້າທີ່ບໍ່ໃຫ້ກຸ່ມຄົນບໍ່ດີມາສວຍໃຊ້ສະຖານທີ່ຂອງຕົນໃນການກະທຳທີ່ຜິດກົດໝາຍ; ຕ້ອງມີມາດຕະການທີ່ເຂັ້ມງວດຕໍ່ຜູ້ໃຊ້ບໍລິການ ຖ້າຫາກພົບເຫັນມີການເຄື່ອນໄຫວທີບໍ່ຖືກຕ້ອງຕາມກົດໝາຍຕ້ອງໄດ້ລາຍງານຕໍ່ເຈົ້າໜ້າທີ່ຢ່າງຮີບດ່ວນ.

ສໍາລັບຊາວໜຸ່ມ, ໄວໜຸ່ມ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນ ຕ້ອງສຶກສາຫາຄວາມຮູ້ ດ້ານຄວາມປອດໄພທາງໄຊເບີຢູ່ສະເໝີ ແລະ ຊ່ວຍໃຫ້ຄວາມຮູ້ດ້ານດິຈິຕອນ ໃຫ້ຜູ້ສູງອາຍຸໃນຄອບຄົວ ທີ່ອາດຈະຂາດຄວາມເຂົ້າໃຈ; ລະມັດລະວັງ ຕໍ່ການໂຄສະນາແອບອ້າງວຽກງານທີ່ໃຫ້ລາຍຮັບສູງຜິດປົກກະຕິ ໂດຍສະເພາະຕາມສື່ສັງຄົມອອນລາຍ ເຊິ່ງອາດຈະເປັນການຫຼອກລວງ ຫຼື ຄ້າມະນຸດ, ສິ່ງສໍາຄັນ, ຫ້າມບໍ່ໃຫ້ຄົນອື່ນ ໃຊ້ບັນຊີທະນາຄານຂອງຕົນຢ່າງເດັດຂາດ ເພາະອາດຖືກນໍາໄປໃຊ້ໃນການຟອກເງິນ ໂດຍບໍ່ຮູ້ສຶກຕົວ, ຫ້າມສົ່ງຂໍ້ມູນສ່ວນຕົວ, ລະຫັດ OTP ຫຼື ຂໍ້ມູນທາງການເງິນ ໃຫ້ຜູ້ໃດ ຜ່ານທາງໂທລະສັບ ຫຼື ສື່ອອນລາຍ ໂດຍທີ່ຍັງບໍ່ທັນໄດ້ກວດສອບຄວາມໜ້າເຊື່ອຖືຢ່າງລະອຽດ. ທັງນີ້, ກໍເພື່ອເປັນການປົກປ້ອງສິດ, ຜົນປະໂຫຍດ ແລະ ຄວາມປອດໄພຂອງທຸກຄົນໃນສັງຄົມ.

ພາບ: ບຸນພະຈັນ
ຂ່າວ: ກົມສື່ມວນຊົນ ປກສ





