ການນຳເມືອງໂຂງ ມອບເງິນ 15 ລ້ານກີບ ສົມທົບທຶນກໍ່ສ້າງທາງເບຕົງ ເຂົ້າບ້ານຫາດຊາຍຄູນ

Must read

ໃນວັນທີ 6 ພຶດສະພານີ້, ຄະນະພັກ-ອຳນາດການປົກຄອງເມືອງໂຂງ ແຂວງຈຳປາສັກ ໄດ້ນຳເອົາເງິນ 15.000.000 ກີບ ໄປມອບສົມທົບທຶນເຂົ້າໃນການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ບ້ານຫາດຊາຍຄູນ ເພື່ອຊຸກຍູ້ການພັດທະນາພື້ນຖານໂຄງລ່າງໃຫ້ມີຄວາມເຂັ້ມແຂງ, ໂດຍການເຂົ້າຮ່ວມ ແລະ ມອບຂອງ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍບັນດາທ່ານກຳມະການພັກເມືອງ; ຕາງໜ້າຮັບເງິນໂດຍ ທ່ານ ວັນນາ ອ່ອນຄຳໄພ ນາຍບ້ານຫາດຊາຍຄູນ ພ້ອມດ້ວຍຄະນະຈັດຕັ້ງບ້ານ.

ສຳລັບໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ, ການດຳເນີນງານແມ່ນມີຄວາມຄືບໜ້າ ໂດຍສາມາດສຳເລັດການເທເບຕົງໄປແລ້ວເລນຂ້າງໜຶ່ງ, ທາງມີຄວາມຍາວ 800 ແມັດ, ຄວາມກວ້າງ 3,5 ແມັດ ແລະ ຄວາມໜາ 20 ຊັງຕີແມັດ.

(ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article