25 C
Vientiane
ວັນທີ 1 December, 2025

ເຈົ້າແຂວງຄຳມ່ວນ ຕິດຕາມໂຄງການປັບປຸງ, ກໍ່ສ້າງເສັ້ນທາງ ແລະ ກັນເຈື່ອນ

Must read

ວັນທີ 28 ພະຈິກ 2025ນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຕາງໜ້າພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຕິດຕາມບັນດາໂຄງການກໍ່ສ້າງ ແລະ ປັບປຸງເສັ້ນທາງພາຍໃນເມືອງ ທ່າແຂກ ໂດຍໄດ້ ຕິດຕາມຄວາມຄືບໜ້າໂຄງການຂະຫຍາຍເສັ້ນທາງເບຕົງ ແຕ່ວົງວຽນຫຼັກ 2 ຫາ ສາງນໍ້າມັນຫຼັກ 4, ມີຄວາມຍາວ 1.3 ກິໂລແມັດ, ຄວາມກວ້າງຂະຫຍາຍເບື້ອງລະ 5 ແມັດ, ເລີ່ມຈັດຕັ້ງປະຕິບັດແຕ່ຕົ້ນເດືອນ ກັນຍາ 2025, ຮັບເໝົາໂດຍບໍລິສັດ ລັດວິສາຫະກິດກໍ່ສ້າງທາງເລກ 8, ມູນຄ່າ 19 ຕື້ກວ່າກີບ (ງົບປະມານຂອງແຂວງ). ປັດຈຸບັນ ມີຄວາມຄືບໜ້າປະມານ 49.6%, ຄາດຈະໃຫ້ສໍາເລັດການເທເບຕົງຂະຫຍາຍທາງ ໃນທ້າຍປີ 2025 ນີ້.

ຕິດຕາມໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມແມ່ນໍ້າຂອງ (ໂຊນ B) ແຕ່ເຂດທ່າດ່ານຮອດອ່າງນໍ້າປະປາບ້ານຈອມແກ້ວຄວາມຍາວ 1,000 ແມັດ, ມູນຄ່າ 1.8 ລ້ານກວ່າໂດລາສະຫະລັດ, ເລີ່ມກໍ່ສ້າງແຕ່ເດືອນ ກໍລະກົດ 2025 ຮັບເໝົາໂດຍບໍລິສັດ ແສງມີໄຊຄົບວົງຈອນ ຈໍາກັດຜູ້ດຽວ. ປັດຈຸບັນ ມີຄວາມຄືບໜ້າ 18%, ຄາດວ່າຈະໃຫ້ສໍາເລັດ ຕົ້ນປີ 2027; ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນໂຊນ A ເຂດທ່າດ່ານ ຫາ ຫ້ວຍສະຄາມ, ມີຄວາມຍາວ 645.99 ແມັດ, ຮັບເໝົາໂດຍ ບໍລິສັດ ເອວເອສເອັມ ກໍ່ສ້າງຈໍາກັດຜູ້ດຽວ ມູນຄ່າ 4.6 ລ້ານກວ່າໂດລາສະຫະລັດ, ເລີ່ມຈັດຕັ້ງປະຕິບັດແຕ່ເດືອນພຶດສະພາ 2025. ປັດຈຸບັນ ມີຄວາມຄືບໜ້າ 20% ຄາດວ່າຈະໃຫ້ສໍາເລັດໃນເດືອນ ພຶດສະພາ 2027 ແລະ ໂຄງການຟື້ນຟູບູລະນະໃຈກາງເມືອງ ແລະ ອະນຸລັກມໍລະດົກ, ຊຶ່ງທັງ 3 ໂຄງການດັ່ງກ່າວ ແມ່ນນອນໃນ 5 ກິດຈະກໍາຂອງໂຄງການພັດທະນາຕົວເມືອງຕາມແລວທາງ ອານຸພາກພື້ນແມ່ນໍ້າຂອງ 4 ຫຼື GMS 4, ພ້ອມນັ້ນ ກໍໄດ້ຕິດຕາມເບິ່ງການຟື້ນຟູກໍ່ສ້າງທາງປູຢາງ ແຕ່ສີ່ແຍກບ້ານເຫຼົ່າໂພໄຊ ຫາ ພະທາດສີໂຄດຕະບອງ ໄລຍະ 1,250 ແມັດ, ໜ້າທາງກວ້າງ 12 ແມັດ, ຮັບເໝົາໂດຍ ບໍລິສັດຈະເລີນສຸກກໍ່ສ້າງຂົວທາງ ແລະ ຊົນລະປະທານຈໍາກັດ, ໄລຍະກໍ່ສ້າງ 12 ເດືອນ. ປັດຈຸບັນ, ມີຄວາມຄືບໜ້າ 23% ແລະ ຕິດຕາມເບິ່ງໂຄງການກໍ່ສ້າງຕະຝັ່ງເຈື່ອນ ແຄມແມ່ນໍ້າຂອງ ເຂດພະທາດສີໂຄດຕະບອງທີ່ສໍາເລັດການກໍ່ສ້າງໄລຍະໜຶ່ງຕາມສັນຍາ ຂອງບໍລິສັດ ດີເອັມ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ.

ໃນໂອກາດເຄື່ອນໄຫວຕິດຕາມໂຄງການກໍ່ສ້າງໃນຄັ້ງນີ້, ທ່ານເຈົ້າແຂວງ ຄໍາມ່ວນ ຍັງສະເໜີ ມາຍັງພາກສ່ວນກ່ຽວຂ້ອງ ຈົ່ງສືບຕໍ່ໃນການຊຸກຍູ້ສົ່ງເສີມການມີສ່ວນຮ່ວມຂອງສັງຄົມ ເພື່ອອໍານວຍຄວາມສະດວກໃຫ້ແກ່ໂຄງການກໍ່ສ້າງ ແລະ ພາກສ່ວນບໍລິສັດ ຜູ້ຮັບເໝົາ ຈົ່ງໄດ້ຂຸ້ນຂ້ຽວເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດທັນຕາມກໍານົດເວລາ ທັງຖືກຕ້ອງຕາມຫຼັກວິຊາການ, ມາດຕະຖານການກໍ່ສ້າງທີ່ມີຄຸນນະພາບ. ສໍາລັບການປັບປຸງກໍ່ສ້າງເສັ້ນທາງແມ່ນໃຫ້ສໍາເລັດກ່ອນສັນຍາ, ກ່ອນການຈັດງານບຸນພະທາດສີໂຄດຕະບອງປະຈໍາປີ 2026 ທີ່ຈະມາເຖິງນີ້ ໂດຍສະເພາະວຽກໜ້າທາງ ເພື່ອໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ແຄມທາງ, ຜູ້ທໍາມາຄ້າຂາຍ ມີຄວາມສະດວກໃນການຄ້າຂາຍຕະຫຼອດຜູ້ທີ່ສັນຈອນໄປ-ມາ ຜ່ານເສັ້ນທາງດັ່ງກ່າວ.

(ຂ່າວ: ມະນີວັນ)

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article