ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດ ນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນປີ ໃໝ່ລາວ ຈສ 1388 ພສ 2569 ເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເນື້ອໃນໄດ້ລະບຸວ່າ: ເນື່ອງໃນໂອກາດ ບຸນປະເພນີປີໃໝ່ລາວ, ຕາງໜ້າ ພັກ, ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ແລະ ບັນດາສະຫາຍການນໍາ ພັກ, ລັດ ແລະ ປະຊາຊົນລາວ.
ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ນັບມື້ໄດ້ຮັບການພັດທະນາຢ່າງເລິກເຊິ່ງ, ແທດຕົວຈິງ ແລະ ມີປະສິດທິຜົນ; ພິເສດ, ການທີ່ສອງປະເທດພວກເຮົາໄດ້ເພີ່ມເຕີມເນື້ອໃນ“ການເປັນຫຸ້ນສ່ວນຍຸດທະສາດ” ໃນປີ 2025 ຊຶ່ງເປັນຂີດໝາຍອັນສໍາຄັນ, ກໍານົດທິດອັນຍາວນານໃຫ້ແກ່ການພົວພັນ ລະຫວ່າງ ສອງພັກ, ສອງລັດ; ສ້າງພື້ນຖານອັນໝັ້ນຄົງໃຫ້ແກ່ການພັດທະນາ ເພື່ອຜົນປະໂຫຍດຂອງປະຊາຊົນ, ເພື່ອສັນຕິພາບ, ສະ ຖຽນລະພາບ ຢູ່ໃນພາກພື້ນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ພັກປະຊາຊົນປະຕິວັດລາວ, ນໍາໜ້າໂດຍ ສະຫາຍ ທອງລຸນ ສີສຸລິດ ປະເທດຊາດລາວ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃຫຍ່ຫລວງ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຢ່າງມີໄຊ, ສ້າງປະເທດຊາດໃຫ້ນັບມື້ວັດທະນະຖາວອນ, ປະຊາຊົນນັບມື້ອີ່ມໜໍາສໍາລານ, ມີຄວາມຜາສຸກ.
ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງ ສະຫາຍ ທີ່ໄດ້ສົ່ງຄໍາອວຍພອນໄຊອັນປະເສີດມາຍັງ ຂ້າພະເຈົ້າ ໃນໂອກາດທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃນວາລະກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ XVI ຄັ້ງວັນທີ 7 ເມສາ 2026.
ອວຍພອນໃຫ້ ສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ຈົ່ງສວຍສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫລອດໄປ.





