ເລຂາທິການໃຫຍ່ພັກ ປປ ລາວ ຕ້ອນຮັບ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ

Must read

ຂປລ. ໃນຕອນບ່າຍວັນທີ 9 ເມສາ 2026, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ຕ້ອນຮັບ ສະຫາຍ ເຈີນ ເກີ້ມ ຕູ໊ ພ້ອມດ້ວຍຄະນະ ທີ່ເປັນເພື່ອນມິດສະໜິດສະໜົມຂອງ ພັກ, ລັດ ແລະ ປະຊາຊົນລາວ ຊຶ່ງໄດ້ດໍາເນີນໃນບັນຍາກາດທີ່ສອງພັກ ຫາກໍສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກ, ສໍາເລັດການເລືອກຕັ້ງຜູ້ແທນແທນສະພາແຫ່ງຊາດ, ສະພາປະຊາຊົນຂັ້ນຕ່າງໆ, ພິເສດ ໃນບັນຍາກາດທີ່ປະຊາຊົນລາວບັນດາເຜົ່າ ກຽມຕ້ອນຮັບປີໃໝ່; ຊົມເຊີຍ ແລະ ຕີລາຄາສູງທີ່ ສະຫາຍ ເຈີນ ເກີ້ມ ຕູ໊ ທີ່ໄດ້ຮັບເລືອກຕັ້ງໃຫ້ສືບຕໍ່ດຳລົງຕຳແໜ່ງເປັນ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ຜົນງານການປະກອບສ່ວນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ໃນຕະຫລອດໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ຮ່ວມກັບ ບັນດາສະຫາຍການນໍາ ພັກ, ລັດ ຫວຽດນາມ ຈະສືບຕໍ່ນຳພາປະເທດຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ; ຕີລາຄາສູງ ທີ່ ສະຫາຍ ເຈີນ ເກີ້ມ ຕູ໊ ໄດ້ເລືອກຢ້ຽມຢາມ ສປປ ລາວ ເປັນປະເທດທຳອິດ ໃນການເຄື່ອນໄຫວຕ່າງປະເທດ, ໃນຕຳແໜ່ງ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ເປັນການສະແດງໃຫ້ເຫັນເຖິງການຖືສໍາຄັນຂອງ ພັກ, ລັດ ຫວຽດນາມ ທີ່ມີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ; ຊົມເຊີຍຜົນສໍາເລັດການພົບປະລະຫວ່າງ ສອງສະຫາຍຜູ້ປະຈໍາການສູນກາງພັກ ແລະ ພົບປະກັບ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ; ພິເສດ ຊົມເຊີຍຜົນສໍາເລັດຂອງກອງປະຊຸມສະພາແຫ່ງຊາດ ຄັ້ງປະຖົມມະລືກ ຊຶ່ງໄດ້ຕົກຮັບຮອງເອົາ ສະຫາຍ ໂຕມ ເລິມ ເປັນປະທານປະເທດ, ສະຫາຍ ເຈີນ ແທັງ ເໝີ້ນ ເປັນປະທານສະພາແຫ່ງຊາດ, ສະຫາຍ ເລມິງຮຶງ ເປັນນາຍົກລັດຖະມົນຕີ ແລະ ຮັບຮອງເອົາຄະນະລັດຖະບານຊຸດໃໝ່. ໃນໂອກາດນີ້, ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຊົມເຊີຍ ແລະ ອວຍພອນໄຊອັນປະເສີດໄປຍັງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕ ເລິມ, ພ້ອມດ້ວຍບັນດາສະຫາຍການນໍາພັກ, ລັດ ຫວຽດນາມ. ເພື່ອຊຸກຍຸ້ການພົວພັນຮ່ວມມືສອງຝ່າຍ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ໄດ້ຊີ້ນໍາ ແລະ ສະເໜີໃຫ້ສອງຝ່າຍ ສືບຕໍ່ຮັກສາການແລກປ່ຽນຢ້ຽມຢາມ, ການພົບປະລະຫວ່າງການນຳຂັ້ນສູງຂອງ ສອງພັກ, ສອງລັດ; ສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງ ຂອງການນໍາຂັ້ນສູງສອງພັກ, ຖະແຫລງການ ແລະ ຂໍ້ຕົກລົງຮ່ວມມືຂອງ ສອງລັດຖະບານ, ບັນດາກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ; ແລກປ່ຽນຄະນະຊ່ຽວຊານ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນວຽກງານກໍ່ສ້ງພັກ, ກໍ່ສ້າງລະບົບການເມືອງ; ແລກ ປ່ຽນທາງດ້ານທິດສະດີ ແລະ ພຶດຕິກໍາ, ວຽກງານບໍາລຸງສ້າງພະນັກງານຂັ້ນຕ່າງໆ; ຍູ້ແຮງວຽກງານໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມກ່ຽວກັບມູນເຊື້ອສາຍພົວພັນພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ; ສືບຕໍ່ຊຸກຍູ້ການເຊື່ອມໂຍງພື້ນຖານເສດຖະກິດ, ເຊື່ອມໂຍງເຊື່ອມຈອດພື້ນຖານໂຄງລ່າງ ລະຫວ່າງສອງປະເທດ ລາວ-ຫວຽດນາມ ແລະ ອື່ນໆ.

ສະຫາຍ ເຈີນ ເກີ້ມ ຕູ໊ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ແລະ ຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ຕະຫລອດໄລຍະ 40 ປີ ແຫ່ງດໍາເນີນການປ່ຽນແປງໃໝ່, ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແລະ ກອງປະຊຸມສະພາແຫ່ງຊາດລາວ ຄັ້ງປະຖົມມະລືກ ຊຶ່ງຮັບຮອງເອົາ ສະຫາຍ ທອງລຸນ ສີສຸລິດ ເປັນປະທານປະເທດ, ຮັບຮອງເອົາປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ ແລະ ຄະນະລັດຖະບານຊຸດໃໝ່; ພ້ອມທັງແຈ້ງໃຫ້ຊາບສະພາບພົ້ນເດັ່ນ ແລະ ບັນດາຜົນສໍາເລັດທີ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ການເລືອກຕັ້ງຜູ້ແທນສະພາແຫ່ງຊາດ ຊຸດທີ XVI ແລະ ສະພາປະຊາຊົນຂັ້ນຕ່າງໆ; ສະແດງຄວາມເຫັນດີເປັນເອກະພາບໃນການສືບຕໍ່ ພີ່ມທະວີການຮ່ວມມືຂອງສອງປະ ເທດ ໂດຍສະເພາະຂົງເຂດການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ, ຍູ້ແຮງຄວາມເປັນຫຸ້ນສ່ວນຍຸດທະສາດ, ການເຊື່ອຈອດດ້ານຍຸດທະສາດການພັດທະນາປະເທດຂອງ ສອງປະເທດໃຫ້ເຂົ້າສູ່ລວງເລິກ, ຮ່ວມກັນກະກຽມຈັດຕັ້ງບັນດາກິດຈະກໍາ ສະເຫລີມສະຫລອງສອງວັນປະຫວັດສາດຂອງສອງຊາດໃນປີ 2027 ໃຫ້ເປັນຂະບວນຟົດຟື້ນ, ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມທະວີສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ນັບມື້ເຂົ້າສູາລວງເລິກ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.

ພາບ: ອ່າຍຄໍາ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article