ພະແນກ ອຄ ແຂວງຄຳມ່ວນ ທຳລາຍເບຍ steen ນໍາເຂົ້ານອກລະບົບ 347 ແກັດ ແລະ ຢາສູບ 141 ຕຸດ

Must read

Khammouane News ລາຍງານວ່າ: ວັນທີ 7 ເມສາ 2026 ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນ ໄດ້ຈັດພິທີທໍາລາຍສິນຄ້າທີ່ລະເມີດກົດໝາຍ, ລະບຽບດ້ານການຄ້າ ແລະ ສິນຄ້ານອກລະບົບ ທີ່ທາງເຈົ້າໜ້າທີ່ກວດກາການຄ້າແຂວງຍຶດໄດ້ ໃນໄລຍະຜ່ານມາ. ໂດຍການເຂົ້າຮ່ວມຂອງ ທ່ານ ວັນທອນ ບຸດສົມພັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ພ້ອມດ້ວຍພາກສ່ວນຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ສິນຄ້ານໍາມາທໍາລາຍໃນຄັ້ງນີ້ ມີທັງໝົດ 14 ລາຍການ ມູນຄ່າລວມ 104 ລ້ານກວ່າກີບ, ປະກອບມີ:

– ເບຍ steen ນໍາເຂົ້ານອກລະບົບ 347 ແກັດ

– ຢາສູບນອກລະບົບ 141 ຕຸດ

– ກ່ອງຮັບສັນຍານຈານດາວທຽມ 7 ກ່ອງ, ພ້ອມດ້ວຍຫົວດູດສັນຍານຈານດາວທຽມ, ລີໂມດ ແລະ ແຜ່ນຈານຮັບສັນຍານຄົບຊຸດ

– ສິນຄ້າອຸປະໂພກ-ບໍລິໂພກໝົດອາຍຸ 8 ລາຍການ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article