ລັດຖະບານຍີ່ປຸ່ນກຽມປັບຂຶ້ນພາສີທ່ອງທ່ຽວລະຫວ່າງຊາດ ຫຼື ທີ່ເອີ້ນກັນວ່າ “ພາສີຊາໂຍນາຣະ” ຈາກເດີມ 1,000 ເຢນ ເປັນ 3,000 ເຢນຕໍ່ຄົນ ເລີ່ມມີຜົນຕັ້ງແຕ່ວັນທີ 1 ກໍລະກົດ 2026 ສົ່ງຜົນໃຫ້ຕົ້ນທຶນການເດີນທາງເຂົ້າ-ອອກປະເທດເພີ່ມຂຶ້ນ ທ່າມກາງແຮງກົດດັນຈາກຄ່າປີ້ຍົນທີ່ປັບຕົວສູງຂຶ້ນຢູ່ແລ້ວ
ການປັບຂຶ້ນພາສີຄັ້ງນີ້ມີເປົ້າໝາຍເພື່ອຮັບມືບັນຫາໂອເວີທູຣິສຶມ ຫຼື ສະພາວະນັກທ່ອງທ່ຽວລົ້ນເມືອງ ແລະ ເພື່ອເພີ່ມງົບປະມານໃນການພັດທະນາໂຄງລ່າງພື້ນຖານດ້ານການທ່ອງທ່ຽວ ໂດຍລັດຖະບານປະເມີນວ່າຈະສ້າງລາຍຮັບເພີ່ມປະມານ 130,000 ລ້ານເຢນໃນສົກງົບປະມານ 2026
ພາສີດັ່ງກ່າວຈະຖືກເກັບຈາກຜູ້ໂດຍສານທຸກຄົນທີ່ເດີນທາງອອກຈາກຍີ່ປຸ່ນ ບໍ່ວ່າຈະເປັນນັກທ່ອງທ່ຽວຕ່າງຊາດ ຫຼື ຄົນຍີ່ປຸ່ນເອງ ທັງການເດີນທາງທາງອາກາດ ແລະ ທາງທະເລ ໂດຍຈະຖືກລວມເຂົ້າໄປໃນລາຄາປີ້ໂດຍສານໂດຍອັດຕະໂນມັດ
ຢ່າງໃດກໍຕາມ ມີຂໍ້ຍົກເວັ້ນສຳລັບເດັກອາຍຸຕ່ຳກວ່າ 2 ປີ ແລະ ຜູ້ໂດຍສານທຣັນຊິດທີ່ເດີນທາງອອກຈາກຍີ່ປຸ່ນພາຍໃນ 24 ຊົ່ວໂມງ ໂດຍບໍ່ຕ້ອງເສຍພາສີດັ່ງກ່າວ
ເຖິງແມ່ນລັດຖະບານຈະໃຫ້ເຫດຜົນວ່າການຂຶ້ນພາສີເປັນສ່ວນໜຶ່ງຂອງການຈັດການນັກທ່ອງທ່ຽວທີ່ໜາແໜ້ນໃນເມືອງຫຼັກ ເຊັ່ນ ກຽວໂຕ ແລະ ໂອຊາກາ ລວມທັງການຍົກລະດັບການບໍລິການຫຼາຍພາສາ ແລະ ກະຈາຍນັກທ່ອງທ່ຽວໄປຍັງເມືອງຮອງ ແຕ່ສະຖານະການລ່າສຸດກັບສະທ້ອນແນວໂນ້ມກົງກັນຂ້າມ
ຈຳນວນນັກທ່ອງທ່ຽວ ໂດຍສະເພາະຈາກຈີນ ເລີ່ມຫຼຸດລົງຢ່າງມີນັຍສຳຄັນ ໃນຂະນະດຽວກັນ ວິກິດໃນຕາເວັນອອກກາງຍັງສົ່ງຜົນໃຫ້ລາຄານ້ຳມັນ ແລະ ຄ່າໂດຍສານຍົນພຸ່ງຂຶ້ນປະມານ ຮ້ອຍລະ 15–20 ເຊິ່ງຍິ່ງເພີ່ມຕົ້ນທຶນໃຫ້ກັບນັກເດີນທາງ
ນອກຈາກນີ້ ນັກທ່ອງທ່ຽວຍັງຕ້ອງເຜີ່ນກັບພາສີທີ່ພັກໃນຫຼາຍເມືອງຫຼັກຂອງຍີ່ປຸ່ນ ເຊັ່ນ ໂຕກຽວ ກຽວໂຕ ໂອຊາກາ ແລະ ລ່າສຸດ ຮອກໄກໂດ ທີ່ເລີ່ມເກັບຕັ້ງແຕ່ 1 ເມສາ 2026 ໃນອັດຕາ 100 ຫາ 500 ເຢນຕໍ່ຄືນຕໍ່ຄົນ ໂດຍຊຳລະໂດຍກົງກັບໂຮງແຮມ
ນັກວິເຄາະມອງວ່າ ການຂຶ້ນພາສີໃນຊ່ວງເວລາທີ່ຕົ້ນທຶນການເດີນທາງເພີ່ມຂຶ້ນ ອາດສົ່ງຜົນຕໍ່ຄວາມສາມາດໃນການແຂ່ງຂັນຂອງອຸດສາຫະກຳທ່ອງທ່ຽວຍີ່ປຸ່ນໃນໄລຍະສັ້ນ ເຖິງແມ່ນໃນໄລຍະຍາວຈະຊ່ວຍສ້າງຄວາມສົມດຸນລະຫວ່າງຈຳນວນນັກທ່ອງທ່ຽວ ກັບ ຄຸນນະພາບການທ່ອງທ່ຽວໄດ້ກໍຕາມ
ການເຄື່ອນໄຫວຄັ້ງນີ້ຈຶ່ງສະທ້ອນຍຸດທະສາດໃໝ່ຂອງຍີ່ປຸ່ນ ທີ່ພະຍາຍາມປ່ຽນຈາກ ປະລິມານນັກທ່ອງທ່ຽວໄປສູ່ຄຸນນະພາບ ແລະ ຄວາມຍືນຍົງ ທ່າມກາງຄວາມຜັນຜວນຂອງເສດຖະກິດໂລກ ແລະ ຕົ້ນທຶນພະລັງງານທີ່ຍັງຄົງເປັນປັດໃຈກົດດັນສຳຄັນ





