ໜ່ວຍຂ່າວກອງແຫ່ງຊາດຂອງເກົາຫຼີໃຕ້ ເປີດເຜີຍວ່າ ມີຂໍ້ມູນຂ່າວກອງທີ່ໜ້າເຊື່ອຖືຊີ້ໃຫ້ເຫັນວ່າ ເກົາຫຼີເໜືອກຳລັງຮີບຮ້ອນຜັກດັນ “ຄິມ ຈູແອ” ລູກສາວຂອງຄິມ ຈອງອຶນ ຜູ້ນຳສູງສຸດ ໃຫ້ເປັນຜູ້ສືບທອດອຳນາດໃນອະນາຄົດ ຫຼັງຈາກປາກົດໂຕໃນກິດຈະກຳທາງທະຫານ ລວມທັງການຂັບລົດຖັງຮົບ
ໜ່ວຍຂ່າວກອງແຫ່ງຊາດເກົາຫຼີໃຕ້ (NIS) ໄດ້ລາຍງານສະຫຼຸບຕໍ່ຄະນະກຳມາທິການຂ່າວກອງຂອງລັດຖະສະພາ ໂດຍລະບຸວ່າ ເກົາຫຼີເໜືອກຳລັງຮີບຮ້ອນດຳເນີນຂະບວນການສ້າງຄວາມຊອບທຳໃຫ້ແກ່ “ຄິມ ຈູແອ” ລູກສາວຂອງນາຍຄິມ ຈອງອຶນ ໃນຖານະຜູ້ສືບທອດອຳນາດລຸ້ນທີ 4 ແຫ່ງຕະກູນຄິມ
NIS ວິເຄາະວ່າ ການທີ່ສື່ລັດຖະບານເກົາຫຼີເໜືອເຜີຍແຜ່ຮູບພາບຄິມ ຈູແອ ກຳລັງຂັບລົດຖັງຮົບລຸ້ນໃໝ່ຄຽງຂ້າງບິດາໃນເດືອນຜ່ານມານັ້ນ ເປັນຄວາມຕັ້ງໃຈທີ່ຈະສະແດງໃຫ້ເຫັນເຖິງຂີດຄວາມສາມາດດ້ານທະຫານຂອງນາງ ເພື່ອຫຼຸດຜ່ອນຂໍ້ສົງໄສກ່ຽວກັບການມີ “ຜູ້ນຳຍິງ” ໃນປະເທດທີ່ປົກຄອງໂດຍຜູ້ຊາຍມາຫຼາຍກວ່າ 8 ທົດສະວັດ
ພາບລັກສ່ວນດັ່ງກ່າວຖືວ່າເປັນການເດີນຕາມຮອຍນາຍຄິມ ຈອງອຶນ ເຊິ່ງເຄີຍປາກົດພາບຂັບລົດຖັງໃນສື່ລັດຖະບານ ກ່ອນທີ່ຈະຂຶ້ນຄອງອຳນາດຕໍ່ຈາກນາຍຄິມ ຈອງອິລ ຜູ້ເປັນບິດາເຊັ່ນກັນ
ນອກຈາກປະເດັນການສືບທອດອຳນາດ NIS ຍັງລາຍງານກ່ຽວກັບການທົດສອບເຄື່ອງຈັກຂີດສູນລຸ້ນໃໝ່ທີ່ໃຊ້ວັດສະດຸຄາບອນໄຟເບີ ເຊິ່ງຄາດວ່າມີເປົ້າໝາຍເພື່ອເຮັດໃຫ້ຕົວຂີດສູນມີນ້ຳໜັກເບົາລົງ ແລະ ຮອງຮັບການຕິດຕັ້ງຫົວລະເບີດຫຼາຍຫົວ
ທ່າມກາງສົງຄາມລະຫວ່າງສະຫະລັດ-ອິດສະລາແອນ ຍັງພົບວ່າ ເກົາຫຼີເໜືອຍັງບໍ່ທັນມີການສົ່ງອາວຸດຫຼືເສບຽງໄປສະໜັບສະໜຸນອີຣ່ານໃນສົງຄາມຄັ້ງນີ້ ລວມທັງບໍ່ມີການສົ່ງສານສະແດງຄວາມເສຍໃຈຕໍ່ການຈາກໄປຂອງຜູ້ນຳສູງສຸດ ອຍາຕອລ່າ ອາລີ ຄາເມເນອີ ຫຼືສະແດງຄວາມຍິນດີຕໍ່ຜູ້ນຳຄົນໃໝ່ແຕ່ຢ່າງໃດ
ໜ່ວຍຂ່າວກອງເກົາຫຼີໃຕ້ປະເມີນວ່າ ເກົາຫຼີເໜືອອາດກຳລັງຮັກສາທ່າທີ ເພື່ອລໍຖ້າຈັງຫວະທາງການທູດ ຫຼັງຈາກສົມມຸດຕິຖານວ່າ ປະທານາທິບໍດີໂດນັລ ທຣຳ ຂອງສະຫະລັດ ມີກຳນົດຈະພົບປະກັບ ປະທານາທິບໍດີສີ ຈິ້ນຜິງ ຂອງຈີນໃນເດືອນພຶດສະພານີ້
ນອກຈາກນີ້ NIS ຍັງຄາດການວ່າ ສົງຄາມລະຫວ່າງສະຫະລັດ-ອິດສະລາແອນ ກັບ ອີຣ່ານ ອາດຈະເລີ່ມຫຼຸດລະດັບຄວາມຮຸນແຮງລົງໃນຊ່ວງທ້າຍເດືອນເມສານີ້ ໂດຍຜົນໄດ້ຮັບຈະຂຶ້ນຢູ່ກັບການໂຈມຕີຂອງສະຫະລັດ ທີ່ອາດເກີດຂຶ້ນໃນອີກ 3-4 ວັນຂ້າງໜ້າ ຫຼັງຈາກທີ່ທຣຳເພີ່ງຂູ່ຈະທຳລາຍໂຮງໄຟຟ້າ ແລະ ສະໜາມບິນສຳຄັນໃນອີຣ່ານ ຫາກຍັງບໍ່ທັນມີການເປີດຊ່ອງແຄບຮໍໂມຊໃຫ້ສັນຈອນໄດ້ຕາມປົກກະຕິ.
ທີ່ມາ: Yonhap




