ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລໍເຣັນສວອງ ນາຍົກລັດຖະມົນຕີສິງກະໂປໄດ້ເປີດເຜີຍຜ່ານຄລິບວີດີໂອທີ່ເຜີຍແຜ່ຫວ່າງມໍ່ໆມານີ້ວ່າ, ທ່ານໄດ້ຮຽກປະຊຸມຄະນະກຳມະການລະດັບກະຊວງກ່ຽວກັບການຄຸ້ມຄອງວິກິດການພາຍໃນປະເທດ ເພື່ອປະສານງານການຕອບສະໜອງໃນລະດັບຊາດ. ໂດຍຄະນະກຳມະການດັ່ງກ່າວມີທ່ານ ເຄ. ຊານມູກາມ ລັດຖະມົນຕີກະຊວງປະສານງານຄວາມໝັ້ນຄົງແຫ່ງຊາດ ເປັນປະທານ ແລະ ທ່ານ ກັນ ຄິມຍອງ ຮອງນາຍົກລັດຖະມົນຕີ ເປັນທີ່ປຶກສາ.
ທ່ານ ວອງ ກ່າວວ່າ: ສິງກະໂປຈະເພີ່ມທະວີມາດຕະການຊ່ວຍເຫຼືອຄົວເຮືອນ ແລະ ອອກມາດຕະການຊ່ວຍເຫຼືອແບບເປົ້າໝາຍສຳລັບພາກທຸລະກິດທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງ ເພື່ອຫຼຸດຜ່ອນຜົນກະທົບຈາກຂໍ້ຂັດແຍ່ງໃນຕາເວັນອອກກາງຕໍ່ລະບົບພະລັງງານຂອງສິງກະໂປທີ່ເພິ່ງພາອາໄສການນຳເຂົ້າເປັນຫຼັກ. ໂດຍປັດຈຸບັນ ສິງກະໂປໄດ້ຈັດການບັນຫາການສະໜອງທີ່ຢຸດສະງັກຢ່າງກະທັນຫັນໄດ້ແລ້ວ; ໂຮງງານກັ່ນນ້ຳມັນ ແລະ ບໍລິສັດເຄມີກຳລັງຫຼຸດຜ່ອນການຜະລິດ ແລະ ຊອກຫາແຫຼ່ງນ້ຳມັນດິບ ແລະ ວັດຖຸດິບຈາກແຫຼ່ງອື່ນໆ ນອກຈາກຕາເວັນອອກກາງ.
ໃນຂະນະດຽວກັນ, ຜູ້ນຳເຂົ້າອາຍແກ໊ສທຳມະຊາດແຫຼວ (LNG) ຂອງສິງກະໂປກຳລັງຊອກຫາແຫຼ່ງສະໜອງທາງເລືອກຈາກຜູ້ຜະລິດທົ່ວໂລກ. ໂດຍສິງກະໂປຈະຍົກລະດັບການຮ່ວມມືກັບອົສຕຣາລີ ຊຶ່ງກວມເອົາຫຼາຍກວ່າໜຶ່ງສ່ວນສາມຂອງການນຳເຂົ້າ LNG ຂອງສິງກະໂປ ແລະ ຈະເຮັດວຽກຢ່າງໃກ້ຊິດກັບນູແວນເຊລັງ ເພື່ອຮັບປະກັນເສັ້ນທາງການສະໜອງສິນຄ້າ ແລະ ອາຫານທີ່ຈຳເປັນຢ່າງຕໍ່ເນື່ອງ.
ນອກຈາກນັ້ນ, ສິງກະໂປຈະຍົກລະດັບມາດຕະການຊ່ວຍເຫຼືອທີ່ມີຢູ່ແລ້ວ, ລວມທັງການອຸດໜູນເພີ່ມເຕີມເພື່ອຊົດເຊີຍຄ່າໄຟຟ້າທີ່ສູງຂຶ້ນທີ່ໄດ້ປະກາດໃນປີງົບປະມານ 2026 ແລະ ຈະໃຫ້ການສະໜັບສະໜູນແບບເປົ້າໝາຍຕື່ມອີກແກ່ພາກທຸລະກິດທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງ. ທ່ານ ວອງ ກ່າວຕື່ມວ່າ: ຜົນກະທົບເຫຼົ່ານີ້ມີທ່າອ່ຽງທີ່ຈະຍັງຄົງຢູ່ເຖິງແມ່ນວ່າຈະມີການຢຸດຍິງໃນໄວໆນີ້, ເພາະວ່າພື້ນຖານໂຄງລ່າງທາງພະລັງງານທີ່ເສຍຫາຍຈະຕ້ອງໃຊ້ເວລາຫຼາຍເດືອນເພື່ອຟື້ນຟູກຳລັງການຜະລິດໃຫ້ເຕັມທີ່ຕາມເດີມ.




