37.9 C
Vientiane
ວັນທີ 6 April, 2026

ສະຖານທູດລາວທີ່ບາງກອກຈັດພິທີສະຫລອງບຸນປີໃໝ່ລາວ ພສ 2569

Must read

ຂປລ. ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາລາຊະອານາຈັກໄທ ຈັດພິທີບາສີ ສູ່ຂວັນ ແລະ ສະເຫລີມສະຫລອງບຸນປີໃໝ່ລາວ ສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ ພສ 2569 ໃນຕອນແລງວັນທີ 5 ເມສາ 2026, ຕາງໜ້າຝ່າຍລາວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຕາງໜ້າຝ່າຍໄທ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງລາຊະອານາ ຈັກໄທ, ພາກສ່ວນຕ່າງໆກ່ຽວຂ້ອງຂອງທັງສອງຝ່າຍລາວແລະໄທເຂົ້າຮ່ວມ.

ໃນໂອກາດອັນມີຄວາມໝາຍ ແລະ ສໍາຄັນດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ໃຫ້ກຽດຂຶ້ນກ່າວຄໍາເຫັນ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍສຳຄັນຂອງບຸນປີໃໝ່ລາວ ແລະ ການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດ. ສປປ ລາວ ແລະ ລາຊະອານາຈັກໄທ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີຮີດຄອງປະເພນີ-ວັດທະນະທຳຄ້າຍຄືກັນ ແລະ ຖືເອົາບຸນປີໃໝ່ ຫລື ບຸນສົງການເປັນບຸນປະເພນີທີ່ສໍາຄັນຂອງປະຊາຊົນສອງຊາດລາວ ແລະ ໄທ ມາແຕ່ບູຮານນະການ ໂດຍມີການຈັດພິທີທາງສາສະໜາ ແລະ ອວຍໄຊໃຫ້ພອນເຊິ່ງກັນ ແລະ ກັນ ເພື່ອຮັບເອົາໂຊກລາບ ແລະ ຄວາມເປັນສິລິມຸງຄຸນໃຫ້ແກ່ຊີວິດ ແລະ ຄອບຄົວ.

ປີ 2026 ນີ້ ເປັນປີທີ່ມີຄວາມໝາຍສໍາຄັນຢ່າງຍິ່ງຕໍ່ສອງປະເທດລາວ-ໄທ, ໄທ-ລາວ ເນື່ອງຈາກສອງລັດຖະບານ ແລະ ປະຊາຊົນສອງຊາດຫາກໍສໍາເລັດການສະເຫລີມ ສະຫລອງ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ແລະ ໄດ້ຈັດກິດຈະກໍາຕ່າງໆ ເພື່ອສະເຫລີມສະຫລອງວັນສໍາຄັນດັ່ງກ່າວຢ່າງມີຜົນສໍາເລັດ. ອັນພົ້ນເດັ່ນແມ່ນການເປີດນໍາໃຊ້ຂົວມິດຕະພາບລາວ-ໄທແຫ່ງ ທີ 5 (ບໍລິຄໍາໄຊ-ບຶງການ) ໂດຍການເປັນປະທານຮ່ວມຂອງປະມຸກລັດຂອງສອງປະເທດ ແລະ ການສະເດັດຢ້ຽມຢາມ ສປປ ລາວ ຂອງພະບາດສົມເດັດພຣະວະຊິຣະເກົ້າເຈົ້າຢູ່ຫົວ ພ້ອມດ້ວຍພະບໍລົມລາຊີນີ ແຫ່ງ ລາຊະອານາຈັກໄທ ເຊິ່ງໄດ້ນຳເອົາຄວາມເປັນສິລິມຸງຄຸນ ແລະ ຄວາມປິຕິຍິນດີອັນປະເມີນຄ່າບໍ່ໄດ້ມາສູ່ປະຊາຊົນລາວທັງຊາດ. ນອກຈາກນັ້ນ, ຍັງມີການແລກ ປ່ຽນການຢ້ຽມຢາມທາງການ ຂອງນາຍົກລັດຖະມົນຕີທັງສອງປະເທດໃນປີ 2025 ທີ່ຜ່ານມາອີກດ້ວຍ.

ທັງໝົດນີ້ ລ້ວນແຕ່ເປັນການຢັ້ງຢືນເຖິງ ການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ໃນຖານະທີ່ເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງຂອງສອງຊາດລາວ-ໄທ, ໄທ-ລາວ ຕະຫລອດໄລຍະ76 ປີຜ່ານມາ ແລະ ມີຄວາມເຊື່ອໝັ້ນວ່າ ທັງສອງຝ່າຍຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນທີ່ດີດັ່ງກ່າວໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນຂອງສອງປະເທດ.

ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ສີສະຫວາດ ອິນພະຈັນ ກໍໄດ້ສະແດງຄວາມຂອບໃຈຕໍ່ທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນຂອງ ສປປ ລາວ ແລະ ລາຊະອານາ ຈັກໄທ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນໃນການຈັດງານສະເຫລີມສະຫລອງບຸນປີໃໝ່ໃນຄັ້ງນີ້ ຊຶ່ງເປັນການເພີ່ມພູນຄູນສ້າງສາຍພົວມິດຕະພາບ ແລະ ການຮ່ວມມືທີ່ດີໃນຖານະທີ່ເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງຂອງສອງຊາດ ລາວ-ໄທ, ໄທ-ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article