37.9 C
Vientiane
ວັນທີ 6 April, 2026

ບັງກລາເທດຮັບມືວິກິດການພະລັງງານ ລັດຫຼຸດເວລາເປີດທຳການ-ປິດຫ້າງໄວຂຶ້ນ ປະຊາຊົນແຫ່ເຕີມນ້ຳມັນ

Must read

ບັງກລາເທດຮີບຮ້ອນຫາທາງຮັບມືວິກິດການພະລັງງານຈາກຜົນກະທົບສົງຄາມຕາເວັນອອກກາງ ລັດສັ່ງຫຼຸດຊົ່ວໂມງເຮັດວຽກ ປິດຫ້າງໄວຂຶ້ນ ໃນຂະນະທີ່ປະຊາຊົນຕໍ່ແຖວລໍຖ້າເຕີມນ້ຳມັນເປັນເວລາຫຼາຍຊົ່ວໂມງ

ທີ່ນະຄອນຫຼວງດາກາ ປະເທດບັງກລາເທດ ລັດຖະບານໄດ້ເລີ່ມບັງຄັບໃຊ້ມາດຕະການເຄັ່ງຄັດເພື່ອຫຼຸດການໃຊ້ພະລັງງານ ຫຼັງຈາກປະເຊີນໜ້າກັບວິກິດການລາຄານ້ຳມັນ ແລະ ພະລັງງານທີ່ໄດ້ຮັບຜົນກະທົບຈາກສະຖານະການໃນຕາເວັນອອກກາງ ໂດຍໜຶ່ງໃນມາດຕະການສຳຄັນຄືການຫຼຸດຊົ່ວໂມງທຳການຂອງໜ່ວຍງານລັດ ແລະ ສັ່ງໃຫ້ຫ້າງສັບພະສິນຄ້າ ແລະ ຮ້ານຄ້າປິດບໍລິການໄວຂຶ້ນ

ບັນຍາກາດທີ່ສູນກາງການບໍລິຫານຂອງລັດຖະບານ ມີເຈົ້າໜ້າທີ່ລະດັບສູງທຍອຍເຂົ້າປະຊຸມ ທ່າມກາງມາດຕະການຄວບຄຸມການໃຊ້ພະລັງງານ ໃນຂະນະທີ່ລັດຖະບານໄດ້ອອກຄຳສັ່ງຫຼຸດການໃຊ້ຈ່າຍດ້ານເຊື້ອໄຟ ແລະ ໄຟຟ້າໃນໜ່ວຍງານລັດລົງ 30% ພ້ອມທັງໄດ້ລະງັບການຝຶກອົບຮົມບາງສ່ວນ ແລະ ຊ່ຽງລາຊ້ານການຈັດຊື້ຍານພາຫະນະໃໝ່ ທັງລົດໄຟ ເຮືອ ແລະ ອາກາດຍານ

ນອກຈາກນີ້ ຍັງຫ້າມໃຊ້ໄຟປະດັບໃນງານສະເຫຼີມສະຫຼອງ ເພື່ອຫຼຸດພາລະການໃຊ້ພະລັງງານໂດຍລວມຂອງປະເທດ

ໃນພາກປະຊາຊົນ ສະຖານະການພະລັງງານສົ່ງຜົນກະທົບຢ່າງຊັດເຈນ ໂດຍພົບວ່າສະຖານີນ້ຳມັນຫຼາຍແຫ່ງໃນນະຄອນຫຼວງດາກາ ມີປະຊາຊົນຕໍ່ແຖວລໍຖ້າເຕີມນ້ຳມັນຈຳນວນຫຼາຍ ບາງຄົນຕ້ອງໃຊ້ເວລາລໍຖ້ານານຫຼາຍຊົ່ວໂມງ ເນື່ອງຈາກນ້ຳມັນມີຈຳກັດ ແລະ ກະຈາຍໄດ້ບໍ່ທົ່ວເຖິງ

ປະຊາຊົນຄົນໜຶ່ງໄດ້ລະບຸວ່າ ຕ້ອງຂັບລົດໄປຫາສະຖານີນ້ຳມັນຫຼາຍແຫ່ງ ກ່ອນຈະພົບສະຖານີທີ່ມີນ້ຳມັນຈຳໜ່າຍ ແລະ ຍັງຕ້ອງລໍຖ້ານານກວ່າ 1 ຊົ່ວໂມງຄ່ຶງ ແລະ ຄາດວ່າອາດຕ້ອງໃຊ້ເວລາເພີ່ມອີກຫຼາຍຊົ່ວໂມງກວ່າຈະໄດ້ເຕີມ

ໃນຂະນະດຽວກັນ ມາດຕະການປິດຫ້າງໄວຂຶ້ນກໍ່ສົ່ງຜົນກະທົບຕໍ່ວິຖີຊີວິດຂອງປະຊາຊົນ ໂດຍສະເພາະຜູ້ທີ່ເຮັດວຽກປະຈຳ ເຊິ່ງມີເວລາຈຳກັດໃນການອອກມາຊື້ຂອງໃຊ້ໃນຕອນແລງ ຮ້ານຄ້າຫຼາຍແຫ່ງຈຳເປັນຕ້ອງຮີບປິດບໍລິການຕາມເວລາທີ່ກຳນົດ ສົ່ງຜົນໃຫ້ບັນຍາກາດໃນສູນການຄ້າຄ່ອນຂ້າງຮີບດ່ວນ ແລະ ມີປະຊາຊົນທຍອຍອອກຈາກພື້ນທີ່ກ່ອນເວລາປົກກະຕິ

ຄູໂຮງຮຽນຄົນໜຶ່ງໄດ້ສະທ້ອນວ່າ ເຖິງແມ່ນມາດຕະການດັ່ງກ່າວຈະສ້າງຄວາມຍາກລຳບາກໃນຊີວິດປະຈຳວັນ ແຕ່ກໍ່ເຂົ້າໃຈວ່າເປັນບັນຫາລະດັບໂລກ ແລະ ຫວັງວ່າສະຖານະການຈະຄ່ອຍດີຂຶ້ນໂດຍໄວ

ທັງນີ້ ບັງກລາເທດ ເຊິ່ງມີປະຊາກອນກວ່າ 170 ລ້ານຄົນ ກຳລັງຮີບຮ້ອນຫາແຫຼ່ງພະລັງງານທາງເລືອກ ແລະ ຕ້ອງການເງິນສະໜັບສະໜູນຈາກຕ່າງປະເທດປະມານ 2.5 ພັນລ້ານໂດລາສະຫະລັດ ເພື່ອໃຊ້ໃນການນຳເຂົ້າເຊື້ອໄຟ ເຊິ່ງປັດຈຸບັນປະເທດຕ້ອງອີງໃສ່ການນຳເຂົ້າເຖິງ 95% ຂອງຄວາມຕ້ອງການທັງໝົດ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article