37.9 C
Vientiane
ວັນທີ 6 April, 2026

ພິທີເປີດສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງປະຈຳປີ 2026

Must read

ພິທີເປີດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງປະຈຳປີ 2026 ພາຍໃຕ້ ຄໍາຂວັນ ດື່ມຢ່າງມີສະຕິ ເມົາບໍ່ຂັບລົດ ຈັດຂຶ້ນໃນວັນທີ 4 ເມສາ ຜ່ານມາ ທີ່ສວນປະຕູໄຊ ໂດຍການເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສີລິລາດ ທົງສິນທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ (ນວ), ມີຮອງລັດຖະມົນຕີ, ບັນດາການນໍາທຸກຂັ້ນທັງສູນກາງ ແລະ ອົງການປົກຄອງ ນວ, ພາກທຸລະກິດທີ່ກ່ຽວຂ້ອງ, ນັກຮຽນ-ນັກສຶກສາ, ສື່ມວນຊົນເຂົ້າຮ່ວມ.

ທ່ານ ເຫຼັກໄຫຼ ສີວິໄລ ກ່າວວ່າ: ໃນແຕ່ລະປີ, ອຸບັດເຫດທາງບົກໄດ້ສ້າງຄວາມສູນເສຍຢ່າງມະຫາສານຕໍ່ຊີວິດ, ຊັບສິນ ແລະ ຊັບພະຍາກອນມະນຸດຂອງຊາດລາວເຮົາ. ຜ່ານການເກັບກຳຂໍ້ມູນ, ສາເຫດຕົ້ນຕໍທີ່ພາໃຫ້ເກີດຄວາມສູນເສຍແມ່ນມາຈາກການດື່ມສິ່ງມຶນເມົາແລ້ວຂັບຂີ່, ຂັບລົດໄວເກີນເຂດກຳນົດ.

ການຈັດງານໃນຄັ້ງນີ້, ຈຶ່ງມີຈຸດປະສົງສໍາຄັນຄື:

1. ເພື່ອຈັດຕັ້ງຜັນຂະຫຍາຍຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງໃນໄລຍະປີ 2021-2030 ເພື່ອເຮັດໃຫ້ອັດຕາຜູ້ບາດເຈັບສາຫັດ ແລະ ເສຍຊີວິດຫຼຸດລົງ 50% ໃນປີ 2030;

2. ເພື່ອເປັນການກະຕຸກຊຸກຍູ້ໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການປ້ອງກັນ, ແກ້ໄຂ ວຽກງານຄວາມປອດໄພຕາມທາງຫຼວງໃຫ້ຜູ້ຂັບຂີ່ມີສະຕິຕື່ນຕົວ ເອົາໃຈໃສ່ຈັດຕັ້ງປະຕິບັດກົດລະບຽບຈະລາຈອນທາງບົກ, ຂັບຂີ່ລົດໃຫ້ມີຄວາມປອດໄພ ເປັນລະບຽບຮຽບຮ້ອຍ, ຫຼຸດຜ່ອນອຸບັດເຫດຕາມທາງຫຼວງ;

3. ປູກຈິດສຳນຶກ: ໃຫ້ທົ່ວສັງຄົມຮັບຮູ້ວ່າ “ຄວາມປອດໄພເລີ່ມຕົ້ນທີ່ຕົວເຮົາເອງ”;

4. ປ່ຽນພຶດຕິກຳ: ໃຫ້ການ “ເມົາບໍ່ຂັບ” ກາຍເປັນວັດທະນະທຳໃໝ່ໃນການໃຊ້ລົດໃຊ້ຖະໜົນ;

5. ຫຼຸດຜ່ອນອຸບັດເຫດ: ເພື່ອໃຫ້ທຸກຄອບຄົວໄດ້ຢູ່ຮ່ວມກັນຢ່າງມີຄວາມສຸກ ແລະ ບໍ່ຕ້ອງມີໃຜສູນເສຍຄົນຮັກຍ້ອນຄວາມປະໝາດ.

ການຈັດງານໃນຄັ້ງນີ້, ເພື່ອຢັ້ງຢືນເຖິງຄວາມເປັນຫ່ວງເປັນໃຍ, ຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບຂອງລັດຖະບານ ກໍຄື ບັນດາແຂວງຕໍ່ວຽກງານຄວາມປອດໄພທາງຫຼວງ ທັງເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈະລາຈອນທາງບົກ, ຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ແລະ ມະຕິຂອງອົງການສະຫະປະຊາຊາດ ກ່ຽວກັບການປັບປຸງຄວາມປອດໄພທາງຫຼວງໃນທົ່ວໂລກ.

ຂ່າວ: ເສດຖະກິດການຄ້າ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article