
ປະທານາທິບໍດີ ໂດນັລ ທຣຳ ໃຫ້ສຳພາດກັບສື່ ເດິ ເທເລກຣາຟ (The Telegraph) ວ່າ ເຂົາກຳລັງພິຈາລະນາຢ່າງຈິງຈັງທີ່ຈະນຳເອົາສະຫະລັດອາເມລິກາ ຖອນຕົວອອກຈາກ ອົງການສົນທິສັນຍາອັດລັງຕິກເໜືອ ຫຼື ນາໂຕ (NATO) ຫຼັງຈາກທີ່ກຸ່ມປະເທດພັນທະມິດປະຕິເສດທີ່ຈະເຂົ້າຮ່ວມໃນສົງຄາມກັບ ອີຣານ.
ທຣຳ ລະບຸວ່າ ຕົນເອງບໍ່ເຄີຍເຊື່ອໝັ້ນໃນອົງການນີ້ ແລະ ເບິ່ງວ່າເປັນພຽງ “ບໍ່ສາມາດເຮັດຫຍັງໄດ້ແທ້” ພ້ອມທັງກ່າວເສີມວ່າ ວລາດິເມຍ ປູຕິນ ເອງກໍຮັບຮູ້ເຖິງເລື່ອງນີ້ເຊັ່ນກັນ. ນອກຈາກນີ້, ເຂົາຍັງໄດ້ຕຳນິກຸ່ມພັນທະມິດ ໂດຍຍົກກໍລະນີຂອງ ອູແກຣນ ຂຶ້ນມາປຽບທຽບວ່າ:
- ສະຫະລັດ ໄດ້ເຂົ້າໄປໃຫ້ການສະໜັບສະໜູນໂດຍອັດຕະໂນມັດ.
- ທັງໆທີ່ເລື່ອງດັ່ງກ່າວ ບໍ່ແມ່ນບັນຫາໂດຍກົງຂອງປະເທດຕົນເອງເລີຍ.
ຢ່າງໃດກໍຕາມ, ທຣຳ ຊີ້ໃຫ້ເຫັນວ່າ ໃນທາງກົງກັນຂ້າມ ກຸ່ມພັນທະມິດເຫຼົ່ານັ້ນພັດບໍ່ໄດ້ສະແດງຈຸດຢືນຄຽງຂ້າງສະຫະລັດໃນຮູບແບບດຽວກັນ ເມື່ອສະຫະລັດຕ້ອງການຄວາມຊ່ວຍເຫຼືອ.




