27 C
Vientiane
ວັນທີ 5 April, 2026

ລາວ-ໄທ ສືບຕໍ່ຮັດແໜ້ນ!ໄທຢືນຢັນຈະສືບຕໍ່ໃຫ້ການສະໜັບສະໜູນທຶນການສຶກສາລະດັບປະລິນຍາໂທ ຈຳນວນ 30 ທຶນຕໍ່ປີ

Must read

ກອງປະຊຸມການຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ 26 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 25-26 ມີນາ 2026, ທີ່ ແຂວງວຽງຈັນ, ສປປ ລາວ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ບຸນທະນົງສັກ ຈັນທະລາດ, ຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທັງເປັນເລຂາທິການຄະນະກຳມາທິການຮ່ວມມື ລາວ-ໄທ ແລະ ທ່ານ ຈຸນລະວັດ ນະລິນທະລາງກູນ ນະອະຍຸດທະຍາ, ອະທິບໍດີກົມຄວາມຮ່ວມມືລະຫວ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ, ໂດຍມີການເຂົ້າຮ່ວມ ຂອງ ທ່ານ ນ. ຄຣອງຂະນິດ ຮັກຈະເລີນ, ເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປລາວ, ທ່ານ ຮອງຫົວໜ້າກົມ, ບັນດາພະແນກ ແລະ ພະນັກງານ ທີ່ກ່ຽວຂ້ອງຈາກກະຊວງຂະແໜງການຕ່າງໆ ຂອງ ລາວ ແລະ ໄທ ເຂົ້າຮ່ວມ ຢ່າງພ້ອມພຽງ.

ໃນກອງປະຊຸມໃນຄັ້ງນີ້ ສອງຝ່າຍ ໄດ້ຮ່ວມກັນຄົ້ນຄວ້າ ແລະ ທົບທວນຜົນຂອງການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມການຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ 25 ທີ່ຜ່ານມາ ແລະ ຜົນການຈັດຕັ້ງປະຕິບັດໂຄງການຮ່ວມມືເພື່ອການພັດທະນາ ລາວ-ໄທ ໄລຍະ 3 ປີ ສະບັບທີ2 (2023-2025) ກວມເອົາ 7 ຂົງເຂດ, ລວມທັງໝົດ 35 ໂຄງການ ໃນຂົງເຂດກະສິກໍາ; ການສຶກສາ ແລະ ກິລາ; ສາທາລະນະສຸກ; ການຄ້າ, ອຸດສາຫະກໍາ ແລະ ການທ່ອງທ່ຽວ; ສິ່ງແວດລ້ອມ; ການພັດທະນາສັງຄົມ ແລະ ການບໍລິຫານລັດ, ການພັດທະນາຊັບພະຍາກອນມະນຸດ.

ພ້ອມດຽວກັນນີ້, ຝ່າຍໄທ ໄດ້ຢືນຢັນຈະສືບຕໍ່ໃຫ້ການສະໜັບສະໜູນທຶນການສຶກສາລະດັບປະລິນຍາໂທ ຈຳນວນ 30 ທຶນຕໍ່ປີ, ທຶນຝຶກອົບຮົມໄລຍະສັ້ນ ຈຳນວນ 20 ຫຼັກສູດຕໍ່ປີ ແລະ ທຶນຝຶກອົບຮົມພາຍໃຕ້ຂອບການຮ່ວມມືຫຼາຍຝ່າຍ ຈຳນວນໜຶ່ງ ແກ່ ສປປລາວ ລວມທັງໂຄງຊ່ວຍເຫຼືອທາງດ້ານວິຊາການອື່ນໆ ທີ່ຝ່າຍລາວມີຄວາມຕ້ອງການ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ເຫັນດີຮັບຮອງເອົາໂຄງການຮ່ວມມືເພື່ອການພັດທະນາ ໄລຍະ 3 ປີ ສະບັບທີ 3 (2026-2028) ລວມທັງໝົດ ຈຳນວນ 37 ໂຄງການ ທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 10 ຂອງ ສປປ ລາວ ແລະ ຍັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຜັນຂະຫຍາຍ ແຜນປະຕິບັດງານວ່າດ້ວຍການເປັນ ຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ໃຫ້ໄດ້ຮັບໝາກຜົນເປັນຮູບປະທຳ ນັບມື້ນັບຫຼາຍຂຶ້ນ.

ໃນໂອກາດດັ່ງກ່າວ, ທ່ານ ຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ຝ່າຍໄທ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນການຮ່ວມມືເພື່ອການພັດທະນາດ້ານຕ່າງໆ ໃຫ້ແກ່ ສປປ ລາວ ໃນໄລຍະມາ ພ້ອມທັງ ໄດ້ສະແດງຄວາມຊົມເຊີຍ ທີ່ຂະແໜງການກ່ຽວຂ້ອງຂອງທັງສອງຝ່າຍ ໄດ້ຮ່ວມກັນຈັດຕັ້ງປະຕິບັດບັນດາແຜນງານ ການຮ່ວມມືຕາມບົດບັນທຶກກອງປະຊຸມຄັ້ງທີ່ຜ່ານມາ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຫຼາຍດ້ານ.

ເຊິ່ງສາມາດຕອບສະໜອງຕາມນະໂຍບາຍ ແລະ ເຈດຕະນາລົມຂອງລັດຖະບານທັງສອງປະເທດ ທີ່ຍາມໃດ ກໍໄດ້ເອົາໃຈໃສ່ສົ່ງເສີມ ແລະ ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດ ໃຫ້ນັບມື້ ນັບຂະຫຍາຍຕົວ ແລະ ແຕກດອກອອກຜົນ ຍິ່ງຂຶ້ນກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ໄທ ໃຫ້ນັບມື້ສູງຂຶ້ນ ໂດຍສະເພາະການສ້າງຄວາມເຂັ້ມແຂງ ໃຫ້ແກ່ ສປປ ລາວ ເພື່ອບັນລຸເປົ້າໝາຍການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ (LDC) ໃນປີ 2026 ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDG) 2030.

ແຫຼ່ງທີ່ມາ: Lao National Radio

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article