27 C
Vientiane
ວັນທີ 5 April, 2026

ເປີດນໍາໃຊ້ 4 ໂຄງການ ແນໃສ່ປັບປຸງຊີວິດການເປັນຢູ່ປະຊາຊົນເມືອງຊຽງຄໍ້

Must read

ພິທີເປີດນໍາໃຊ້ ຂົວ ແລະ ທາງ, ພ້ອມທັງມອບ ແລະ ຮັບ ການກໍ່ສ້າງສຳເລັດ 4 ໂຄງການ ທີ່ເປັນພື້ນຖານໂຄງລ່າງ ເມືອງຊຽງຄໍ້ (ເມືອງວິລະຊົນ) ໄດ້ຈັດຂຶ້ນໃນວັນທີ 31 ມີນານີ້ ທີ່ແຂວງຫົວພັນ ໂດຍການເປັນປະທານຂອງ ທ່ານ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ຫົວໜ້າຄະນະຮັບຜິດຊອບຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ຂອງກະຊວງປ້ອງກັນປະເທດ; ມີ ທ່ານ ພຸດພັນ ແກ້ວວົງໄຊ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຫົວພັນ, ມີບັນດາການນໍາພັກ-ລັດ ທີ່ມາຈາກສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຜູ້ຕາງໜ້າຄູ່ຮ່ວມພັດທະນາ ອໍານວຍການປະທານ ບໍລິສັດ ພີແອັດແອວ ກໍ່ສ້າງຄົບວົງຈອນຈໍາກັດຜູ້ດຽວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການມອບ-ຮັບ ແລະ ເປີດນໍາໃຊ້ບັນດາໂຄງການຄັ້ງນີ້, ປະກອບມີ ໂຄງການກໍ່ສ້າງເສັ້ນທາງປູຢາງ ພາຍໃນເມືອງຊຽງຄໍ້ ມີຄວາມກວ້າງ 4 ແມັດ ແລະ 6 ແມັດ, ຄວາມຍາວທັງໝົດ 11.02 ກິໂລແມັດ; ໂຄງການກໍ່ສ້າງຂົວເບຕົງ ຂ້າມນ້ຳມ່າ ເມືອງຊຽງຄໍ້ ມີຄວາມຍາວ 208.50 ແມັດ ແລະ ຄວາມກວ້າງ ທັງໝົດ 10 ແມັດ, ໃນນີ້ ໜ້າທາງລົດ ແລ່ນ ກວ້າງ 7 ແມັດ ແລະ ທາງຄົນ ຍ່າງທັງສອງຂ້າງ ກວ້າງ ຂ້າງລະ 1.50 ແມັດ; ໂຄງການກໍ່ສ້າງປັບພື້ນທີ່ດິນເດີ່ນຄ້າຍທະຫານ ແລະ ເສັ້ນທາງເບຕົງເສີມເຫຼັກໜ້າທາງຄວາມກວ້າງ 5 ແມັດ (ໜ້າທາງເບຕົງກວ້າງ 3 ແມັດ), ແລະ ຄວາມຍາວທັງໝົດ 8.3 ກິໂລແມັດ; ໂຄງການກໍ່ສ້າງເສັ້ນທາງ ແຕ່ 3 ແຍກ ນາຕອງ ຫາ ສົບດຸ່ງ ຊາຍແດນ ລາວ – ຫວຽດນາມ ແລະ ຊາຍແດນ ຫຽວດນາມ – ລາວ ເມືອງຊຽງຄໍ້, ໜ້າທາງຄວາມກວ້າງ 6 ແມັດ (ໜ້າທາງເບຕົງ ກວ້າງ 4 ແມັດ) ແລະ ລວງຍາວທັງໝົດ 21.25 ກິໂລແມັດ. ບັນດາໂຄງການດັ່ງກ່າວ, ແມ່ນກະຊວງປ້ອງກັນປະເທດ ມອບໝາຍໃຫ້ ບໍລິສັດ ພີແອັດແອວ ກໍ່ສ້າງຄົບວົງຈອນຈໍາກັດຜູ້ດຽວ ດຳເນີນການກໍ່ສ້າງ ຊຶ່ງໄລຍະຈັດຕັ້ງປະຕິບັດໂຄງການຕາມສັນຍາຮັບເໝົາ ແມ່ນ 36 ເດືອນ ນັບແຕ່ ວັນທີ 21 ມັງກອນ 2025 ຫາ 21 ມັງກອນ 2028. ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງ ບໍລິສັດ ສາມາດ ປະຕິບັດສຳເລັດ ໂດຍໃຊ້ເວລາ ແຕ່ 19 ເດືອນ (ຈາກ 21 ມັງກອນ 2025 ຫາ 31 ມີນາ 2026) ໄວກ່ອນແຜນການທີ່ກໍານົດໄວ້ 17 ເດືອນ ຫຼື 47.22% ຂອງໄລຍະເວລາທັງໝົດ.

ການພັດທະນາພື້ນຖານໂຄ່ງລ່າງ ດ້ວຍ 4 ໂຄງການນີ້, ກໍແມ່ນເພື່ອປະຕິບັດ ຕາມການມອບໝາຍຂອງສູນກາງພັກ ແລະ ລັດ ແນໃສ່ປັບປຸງຍົກລະດັບແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ຢູ່ເຂດຊົນນະບົດ ຫ່າງໄກສອກຫຼີກ ທຸລະກັນດານ ແລະ ພື້ນຖານປະຕິວັດ ເຂດວິລະຊົນແຫ່ງຊາດ ໃຫ້ມີທວງທາດີຂຶ້ນເທື່ອລະກ້າວ, ໂດຍຖືເອົາວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ເປັນໃຈກາງໃນການແກ້ໄຂຄວາມຫຍຸ້ງຍາກ, ທັງທາງດ້ານແນວຄິດ ແລະ ພື້ນຖານໂຄງລ່າງຈໍານວນໜຶ່ງທີ່ມີຄວາມຈໍາເປັນຕໍ່ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ຊຶ່ງສະແດງເຖິງຄວາມເປັນຫ່ວງເປັນໃຍຂອງສູນກາງພັກ ແລະ ລັດ.

(ຂ່າວ: ສຸກສະຫວັນ, ພາບ: ແຂວງຫົວພັນ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article