27 C
Vientiane
ວັນທີ 5 April, 2026

ຜູ້ໃຫ້ທຶນ ຈາກທະນາຄານລົງທຶນເອີຣົບ ຕິດຕາມກວດກາໂຄງການກໍ່ສ້າງເສັ້ນທາງ ນໍາໃຊ້ເງິນກູ້ ຈາກ EIB

Must read

ໃນວັນທີ 23-27 ກຸມພາ 2026 ຜູ້ໃຫ້ທຶນຈາກ ທະນາຄານລົງທຶນເອີຣົບ (EIB) ໄດ້ມາເຄື່ອນໄຫວເຮັດວຽກກັບກົມຂົວທາງ ເພື່ອຕິດຕາມ ການຈັດຕັ້ງປະຕິບັດ ບັນດາໂຄງການທີ່ ນໍາໃຊ້ ເງິນກູ້ ຈາກ EIB.

ໃຫ້ກຽດຕ້ອນຮັບໂດຍ ທ່ານ ວັນທອງ ບຸດຕະນະວົງ ຫົວໜ້າກົມຂົວທາງແລະ ໄດ້ ນຳພາ ຄະນະຜູ້ໃຫ້ທຶນຈາກ ທະນາຄານລົງທຶນເອີຣົບ (EIB) ໂດຍ ທ່ານ ສີສຸພັນ ຈັນສະຫວັດ ຮອງຫົວໜ້າ ກົມຂົວທາງ ໃນການລົງເຄື່ອນໄຫວ ຕິດຕາມ ແລະ ກວດກາ ວຽກຢູ່ພາກສະໜາມ ໂດຍສະເພາະແມ່ນ ໂຄງການກໍ່ສ້າງຂົວຕາມເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ແຕ່ ກມ 71 ແຂວງບໍລິຄຳໄຊ ຫາ ກມ346 ແຂວງຄຳມ່ວນ, ໂຄງການ ປັບປຸງ ແລະ ສ້ອມແປງທາງ 2E ແຕ່ ເມືອງໄຊ ຫາ ເມືອງຂວາ ແລະ ໂຄງການກໍ່ສ້າງ ທາງຊົນນະບົດ (LRSP2) ຢູ່ແຂວງ ບໍລິຄໍາໄຊ ແລະ ແຂວງ ອຸດົມໄຊ. ໃນການມາເຮັດວຽກ ຂອງຜູ້ໃຫ້ທຶນໃນຄັ້ງນີ້ ແມ່ນ ໄດ້ປຶກສາຫາລື ກ່ຽວກັບຫຼາຍບັນຫາ ໂດຍສະເພາະ ແມ່ນ ການສະເໜີ ຂໍນໍາໃຊ້ ເງິນທີ່ປະຢັດໄດ້ຈາກການປະມູນ ທັງໂຄງການ ເຊັ່ນ: ທາງ 13ໃຕ້ ແລະ ທາງ 2E.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article