ວັນທີ 29 ມີນາ 2026 ເວລາປະມານ 20:12 ນາທີ ມີຊາຍໜຸ່ມໃສ່ໝວກກັນນັອກ ຂັບຂີ່ລົດຈັກມາຈອດຢູ່ໜ້າຮ້ານລີມາດ ສາຂາ 2 ຢູ່ບ້ານສຸນັນທາ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ມືຖືອາວຸດປືນ ຍ່າງເຂົ້າມາໃນຮ້ານ ແລ້ວພະຍາຍາມຈະຊີງຊັບ ປຸ້ນເງິນນໍາ ພະນັກງານໜ້າເຄົ້າເຕີ ແຕ່ໂຊກດີມີລູກຄ້າຢູ່ໃນຮ້ານ ພະນັກງານອີກຄົນຈຶ່ງເອີ້ນຫາຜູ້ທີ່ເປັນຜູ້ຊາຍມາ ໂຈນຈຶ່ງບໍ່ສາມາດຊີງເອົາຊັບ ແລະ ໜີໄປໄດ້.

ຫລ້າສຸດ ວັນທີ 30 ມີນາ 2026 ເຈົ້າຂອງຮ້ານມິນິມາກ ໄດ້ໂພສວ່າ ສາມາດຈັບຕົວບຸກຄົນດັ່ງກ່າວໄດ້ແລ້ວ. ປັດຈຸບັນໄດ້ນໍາຕົວຜູ້ກ່ຽວສົ່ງໃຫ້ເຈົ້າໜ້າທີ່ຕໍາຫລວດດໍາເນີນຄະດີຕາມກົດໝາຍ.

ທີ່ມາ:ໜັງສືພິມລາວພັດທະນາ




