27 C
Vientiane
ວັນທີ 5 April, 2026

ລາຍງານຈຳນວນຄວາມເສຍຫາຍ ຈາກພະຍຸໝາກເຫັບ ຢູ່ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ລວມ 17 ບ້ານ 5,490 ຫຼັງຄາເຮືອນ

Must read

ຄະນະກຳມະການຄຸ້ມຄອງ ໄພພິບັດ ນະຄອນຫຼວງວຽງຈັນ ໄດ້ລາຍງານ ວັນທີ 26 ມີນາ 2026 ນີ້ວ່າ: ສະພາບຄວາມເສຍຫາຍ ຈາກພະຍຸລະດູຮ້ອນທີ່ເກີດຂຶ້ນ ວັນທີ 22 ມີນາ 2026 ຢູ່ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ຈໍານວນ 17 ບ້ານ, 5,490 ຫຼັງຄາເຮືອນ, ໂຮງຮຽນ 5 ແຫ່ງ, ວັດ 2 ແຫ່ງ, ຫ້ອງການ ບ້ານ 1 ຫຼັງ, ສຸກສາລາບ້ານ 1 ແຫ່ງ, ສູນຜະລິດຢາວັກຊິນ 1 ແຫ່ງ, ລົດໃຫຍ່ເປ່ເພ 53 ຄັນ ແລະ ປະຊາຊົນໄດ້ຮັບບາດເຈັບ 9 ຄົນ ແລະ ຄ້າຍທະຫານກອງພັນໃຫຍ່ 11 ໄດ້ຮັບຜົນເສຍຫາຍ ຈໍານວນ 109 ຫຼັງຄາ ລາຍລະອຽດດັ່ງນີ້:

ເມືອງສີໂຄດຕະບອງ: ມີ 10 ບ້ານ ຈໍານວນ 5.012 ຫຼັງຄາ, ໂຮງຮຽນ 5 ແຫ່ງ, ວັດ 2 ແຫ່ງ, ຫ້ອງການບ້ານ 1 ຫຼັງ, ສຸກສາລາບ້ານ 1 ແຫ່ງ, ສູນຜະລິດຢາວັກຊິນ 1 ແຫ່ງ, ລົດໃຫຍ່ເປ່ເພ 53 ຄັນ ແລະ ປະຊາຊົນໄດ້ຮັບບາດເຈັບ 9 ຄົນ ແລະ ຄ້າຍທະຫານກອງພັນໃຫຍ່ 11 ໄດ້ຮັບຜົນເສຍຫາຍ ຈໍານວນ 109 ຫຼັງຄາຄື:

– ບ້ານວຽງຄໍາ: 1,593 ຫຼັງຄາເຮືອນ, ຫ້ອງການບ້ານ 1 ຫຼັງ, ໂຮງຮຽນປະຖົມ 1 ແຫ່ງ, ລົດໃຫຍ່ເປ່ເພ 14 ຄັນ ແລະ ປະຊາຊົນໄດ້ຮັບບາດເຈັບ 8 ຄົນ.

– ບ້ານຈັນສະຫວ່າງ: 1,200 ຫຼັງຄາເຮືອນ, ວັດ 2 ແຫ່ງ, ໂຮງຮຽນມັດທະຍົມ 1 ແຫ່ງ, ໂຮງຮຽນອະນຸບານ 1 ແຫ່ງ, ສຸກສາລາບ້ານ 1 ແຫ່ງ ແລະ ສູນຜະລິດຢາວັກຊິນ 1 ແຫ່ງ, ລົດ ໃຫຍ່ເປ່ເພ 3 ຄັນ.

– ບ້ານໂພນສົມບູນ: 430 ຫຼັງຄາເຮືອນ, ເສຍຫາຍ 100% ຈໍານວນ 258 ຫຼັງຄາ, ລົດໃຫຍ່ເປ່ເພ 30 ຄັນ, ຄອບຄົວຂາດເຂີນ ຈໍານວນ 7 ຄອບຄົວ.

– ບ້ານໜອງດາ: 37 ຫຼັງຄາເຮືອນ, ເສຍຫາຍ 100% ຈໍານວນ 14 ຫຼັງຄາ, ລົດໃຫຍ່ເປ່ເພ 1 ຄັນ.

– ບ້ານ ຕາດທອງ: ມີ 546 ຫຼັງຄາເຮືອນ, ເສຍຫາຍ 100% ຈໍານວນ 253 ຫຼັງຄາ, ລົດໃຫຍ່ເປ່ເພ 5 ຄັນ, ຄອບຄົວຂາດເຂີນ 5 ຄອບຄົວ.

– ບ້ານໜອງແຕ່ງເໜືອ: 415 ຫຼັງຄາເຮືອນ, ລົດໃຫຍ່ 1 ຄັນ, ໂຮງຮຽນລ້ຽງເດັກ+ໂຮງຮຽນປະຖົມ 1 ແຫ່ງ, ຄອບຄົວຂາດເຂີນ ຈໍານວນ 3 ຄອບຄົວ.

– ບ້ານໃໝ່: 618 ຫຼັງຄາເຮືອນ, ເສຍຫາຍໜັກ 303 ຫຼັງຄາ, ເສຍຫາຍປານກາງ 127 ຫຼັງຄາ, ເສຍຫາຍເລັກໜ້ອຍ 188 ຫຼັງຄາ.

– ບ້ານຈໍາປາ: 22 ຫຼັງຄາເຮືອນ.

– ບ້ານໜອງໜ່ຽວ: ມີ 130 ຫຼັງຄາເຮືອນ.

– ບ້ານໂພນສະຫວາດເໜືອ: 21 ຫຼັງຄາເຮືອນ, ເສຍຫາຍ ເລັກໜ້ອຍ 15 ຄອບຄົວ, ໂຮງຮຽນລາວ-ເກົາຫຼີ 1 ຫຼັງ.

– ຄ້າຍທະຫານກອງພັນໃຫຍ່ຈໍ 11: 109 ຫຼັງຄາ ຄື: ຫ້ອງການ 17 ຫຼັງຄາ, ສະໂມສອນ 1 ຫຼັງ, ເຮືອນນອນ 36 ຫຼັງ, ເຮືອນຄົວ 13 ຫຼັງ, ກະລາລົດສູ້ຮົບ 2 ຫຼັງ, ສາງເຂົ້າ 9 ຫຼັງ, ສາງອາວຸດ 3 ຫຼັງ, ຫ້ອງນໍ້າ 18 ຫຼັງ, ສາງສາກໝໍ້ໄຟ 1 ຫຼັງ, ຫໍມູນເຊື້ອ 1 ຫຼັງ, ໂຮງໝໍ 10 ຕຽງ ມີ 2 ຫຼັງ, ໂຮງງານນໍ້າດື່ມ 1 ຫຼັງ ແລະ ສູນ ບັນຊາ 1 ຫຼັງ.

ເມືອງນາຊາຍທອງ: ມີ 7 ບ້ານ, ຈໍານວນ 478 ຫຼັງຄາເຮືອນ ຄື:

ບ້ານນາງລ່ຽນ: 95 ຫຼັງຄາເຮືອນ,

ບ້ານສີເກີດ: ມີ 298 ຫຼັງຄາເຮືອນ

ບ້ານໄຊມຸງຄຸນ: ມີ 30 ຫຼັງຄາເຮືອນ

ບ້ານດົງຫຼວງ: 28 ຫຼັງຄາເຮືອນ

ບ້ານປັກແຮດ: ມີ 23 ຫຼັງຄາເຮືອນ

ບ້ານນາຊາຍເໜືອ: 1 ຫຼັງຄາເຮືອນ

ບ້ານນາຊາຍກາງ: 3 ຫຼັງຄາເຮືອນ.

ສໍາລັບການເສຍຫາຍເປັນແຕ່ລະດັບ ແມ່ນທາງຄະນະກອງເລຂາຄະນະຄຸ້ມຄອງໄພພິບັດ ຂັ້ນເມືອງ, ຂັ້ນ ນະຄອນຫຼວງ ແລະ ຂັ້ນສູນກາງ ກໍາລັງເກັບກຳຂໍ້ມູນ ເພື່ອວາງແຜນໃນການຊ່ວຍເຫຼືອ.

ໃນລະຫວ່າງ ວັນທີ 23-26 ມີນາ 2026 ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ, ຄະນະນໍາບັນດາກະຊວງ, ການນໍາແຂວງ, ພະນັກງານ-ນັກຮົບ, ບັນດານັກທຸລະກິດ ແລະ ປະຊາຊົນບັນດາເຜົ່າຜູ້ທີ່ມີນໍ້າໃຈ ຕາງກໍໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ວັດຖຸ-ປັດໄຈ ນໍາໄປຊ່ວຍເຫຼືອ ບັນດາຄອບຄົວທີ່ຖືກຜົນກະທົບ ຈາກພາຍຸໃນຄັ້ງນີ້ ເພື່ອຊ່ວຍແບ່ງເບົາພາລະ ປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ແລະ ການຊ່ວຍເຫຼືອບັນເທົາທຸກ, ຄວາມເປັນຫ່ວງເປັນໄຍ, ໃຫ້ກຳລັງໃຈເຊິ່ງກັນ ແລະ ກັນ ໃນເວລາທີ່ພົບກັບຄວາມຫຍຸ້ງຍາກ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article