28.7 C
Vientiane
ວັນທີ 5 April, 2026

ອົດສະຕຣາລີແບນນັກທ່ອງທ່ຽວ ແລະ ແຮງງານຈາກອີຣ່ານ 6 ເດືອນ ເຫດສົງຄາມຕາເວັນອອກກາງ

Must read

ລັດຖະບານອົດສະຕຣາລີ ໄດ້ປະກາດມາດຕະການເຂັ້ມງວດ ສັ່ງຫ້າມຜູ້ຖືໜັງສືຜ່ານແດນອີຣ່ານ ເດີນທາງເຂົ້າປະເທດຊົ່ວຄາວ ເປັນໄລຍະເວລາ 6 ເດືອນ ໂດຍມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 26 ມີນາ ທ່າມກາງຄວາມຕຶງຄຽດຈາກສະຖານະການສົງຄາມໃນຕາເວັນອອກກາງ.

ກະຊວງມະຫາດໄທອົດສະຕຣາລີ ໄດ້ລະບຸໃນຖະແຫຼງການວ່າ ຄວາມຂັດແຍ້ງໃນອີຣ່ານ ສ້າງຄວາມສ່ຽງທີ່ຜູ້ຖືວີຊາໄລຍະສັ້ນບາງຄົນ ອາດບໍ່ສາມາດ ຫຼື ບໍ່ຕ້ອງການເດີນທາງອອກຈາກອົດສະຕຣາລີ ເມື່ອວີຊາໝົດອາຍຸ.

ມາດຕະການດັ່ງກ່າວຄອບຄຸມທັງຜູ້ທ່ອງທ່ຽວ ແລະ ຜູ້ເດີນທາງເຂົ້າໄປເຮັດວຽກ ໂດຍຈະບໍ່ອະນຸຍາດໃຫ້ເຂົ້າປະເທດໃນຊ່ວງ 6 ເດືອນຂ້າງໜ້າ. ຢ່າງໃດກໍ່ຕາມ ທາງການຢືນຢັນວ່າຈະມີການພິຈາລະນາຍົກເວັ້ນເປັນລາຍກໍລະນີ ເຊັ່ນ ພໍ່ແມ່ຂອງພົນລະເມືອງອົດສະຕຣາລີ.

ໂທນີ ເບີກ ລັດຖະມົນຕີມະຫາດໄທຂອງອົດສະຕຣາລີ ລະບຸວ່າ ວີຊາທ່ອງທ່ຽວຈຳນວນຫຼາຍທີ່ອອກໃຫ້ກ່ອນເກີດຄວາມຂັດແຍ້ງ ອາດຈະບໍ່ໄດ້ຮັບການອະນຸມັດ ຫາກຍື່ນຂໍໃນສະຖານະການປັດຈຸບັນ ໂດຍລະບຸວ່າ ການຕັດສິນໃຈໃຫ້ໃຜຢູ່ໃນອົດສະຕຣາລີຢ່າງຖາວອນ ຄວນເປັນການຕັດສິນໃຈດ້ານນະໂຍບາຍຂອງລັດຖະບານ ບໍ່ແມ່ນຜົນທີ່ເກີດຂຶ້ນໂດຍບັງເອີນຈາກການຈອງທ່ຽວ.

ຂໍ້ມູນຈາກລັດຖະບານລະບຸວ່າ ມີຊາວອົດສະຕຣາລີຫຼາຍກວ່າ 85,000 ຄົນທີ່ເກີດໃນອີຣ່ານ ໂດຍມີຊຸມຊົນຂະໜາດໃຫຍ່ກະຈາຍຢູ່ຕາມເມືອງສຳຄັນ ເຊັ່ນ ຊິດນີ ແລະ ເມວເບີນ.

ກ່ອນໜ້ານີ້ ຄວາມສຳພັນລະຫວ່າງອົດສະຕຣາລີ ແລະ ອີຣ່ານ ເລີ່ມຕຶງຄຽດ ຫຼັງຈາກອົດສະຕຣາລີໃຫ້ສະຖານະລີ້ໄພແກ່ນັກເຕະ ແລະ ເຈົ້າໜ້າທີ່ 7 ຄົນ ຈາກທີມຟຸດບານຍິງຂອງອີຣ່ານ. ນັກເຕະກຸ່ມດັ່ງກ່າວ ຖືກຕາໜິວ່າທໍລະຍົດ ໃນປະເທດບ້ານເກີດ ຫຼັງປະຕິເສດຮ້ອງເພງຊາດ ກ່ອນການແຂ່ງຂັນຟຸດບານ Asian Cup ເຊິ່ງຖືກມອງວ່າເປັນການສະແດງອອກຕ້ານລັດຖະບານອີຣ່ານ.

ຢ່າງໃດກໍ່ຕາມ ໃນເວລາຕໍ່ມາ ມີນັກເຕະ 5 ຄົນ ຈາກທັງໝົດ 7 ຄົນ ປ່ຽນໃຈຖອນຄຳຮ້ອງຂໍລີ້ໄພໃນອົດສະຕຣາລີ ສົ່ງຜົນໃຫ້ເກີດຂໍ້ສົງໄສວ່າ ຄອບຄົວຂອງພວກເຂົາ ອາດໄດ້ຮັບແຮງກົດດັນ ຫຼື ການຂົ່ມຂູ່ ຈາກທາງການ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article