27 C
Vientiane
ວັນທີ 5 April, 2026

ພະນັກງານນຳທ່ຽວແຂວງຫຼວງພະບາງ ຮ່ວມກັນເກັບຂີ້ເຫຍື້ອເທດສະບານ ນະຄອນ ຫຼວງພະບາງ

Must read

ວັນທີ່ 23 ມີນານີ້, ກຸ່ມພະນັກງານນໍາທ່ຽວ ແຂວງຫຼວງພະບາງ ສົມທົບກັບບັນດາ ໂຮງແຮມພາຍໃນແຂວງ ໄດ້ສ້າງຂະບວນການອອກແຮງງານ ເກັບຂີ້ເຫຍື້ອ ໃນເທດສະບານນະຄອນຫຼວງພະບາງໃຫ້ມີຄວາມສະອາດ. ທ່ານ ຄຳສອນ ດາລາວົງ ປະທານສະມາຄົມພະນັກງານນຳທ່ຽວແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການສ້າງຂະບວນການຄັ້ງນີ້, ກຸ່ມພະນັກງານນໍາທ່ຽວ ແຂວງຫຼວງພະບາງ ໄດ້ຮັບການສະໜັບສະໜູນຈາກບັນດາໂຮງແຮມ ແລະ ຜູ້ປະກອບການທຸລະກິດ ດ້ານການທ່ອງທ່ຽວ ເພື່ອເຮັດໃຫ້ຕົວເມືອງຫຼວງພະບາງ ມີຄວາມສະອາດຕາມທິດສີຂຽວ ແລະ ຍືນຍົງ ໃຫ້ສົມກັບການໄດ້ຮັບລາງວັນທີ່ບັນດາປະເທດອາຊຽນໄດ້ມອບໃຫ້, ທັງເປັນການສ້າງຂະບວນການ ຕ້ອນຮັບ ບຸນປີໃໝ່ລາວທີ່ຈະມາເຖີງ ໃຫ້ມີຄວາມຝົດຝື້ນ ແລະ ມ່ວນຊື່ນ ສ້າງຄວາມປະທັບໃຈ ໃຫ້ກັບນັກທ່ອງທ່ຽວ ທີ່ເຂົ້າມາທ່ອງທ່ຽວຫຼວງພະບາງ. ນອກຈາກການຈັດຂະບວນການຄັ້ງນີ້, ສະມາຄົມພະນັກງານນຳທ່ຽວແຂວງຫຼວງພະບາງ ມີແຜນຈະຈັດຂະບວນການອະນາໄມຢູ່ເຂດບ້ານຊຽງແມນ ເມືອງຈອມເພັດ ແລະ ແມ່ນ້ຳຂອງ. ພ້ອມນີ້ ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ໃນສັງຄົມ ພ້ອມກັນເອົາໃຈໃສ່ຮັກສາຄວາມສະອາດ ທັງປຸກລະດົມໃຫ້ນັກທ່ອງທ່ຽວ ໄດ້ມີສ່ວນຮ່ວມໃນການປົກປັກຮັກສາສີ່ງແວດລ້ອມ ພາຍໃນແຂວງຫຼວງພະບາງ ໃຫ້ມີຄວາມຍືນຍົງ.

ການສ້າງຂະບວນການອອກແຮງງານ ເກັບຂີ້ເຫຍື້ອ ຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ມີການຍ່າງເກັບຂີ້ເຫຍື້ອ ຈາກສີ່ແຍໂຮງແຊກ ໄປຕາມເສັ້ນທາງສີສະຫວ່າງວົງ ແລະ ເສັ້ນທາງແຄມນ້ຳຂອງ-ແຄມນ້ຳຄານ.

(ຂ່າວ: ອາພຸດເດດ ບຸບຜາ. ພາບ: ທະນູສີນ ອິດທິພົນ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article