28.7 C
Vientiane
ວັນທີ 5 April, 2026

ຂ່າວຕ່າງປະເທດ ເຄື່ອງບິນ Air Canada Express ຕຳກັບລົດດັບເພີງ ໃນຂະນະທີ່ກຳລັງລົງຈອດຢູ່ນິວຢອກປິດສະໜາມບິນຊົ່ວຄາວ

Must read

ລາຍງານດ່ວນ: ເຄື່ອງບິນສາຍການບິນ Air Canada ປະສົບອຸບັດຕິເຫດຕຳກັບລົດດັບເພີງ ຢູ່ສະໜາມບິນໃນນິວຢອກ

ມື້ນີ້ (ວັນທີ 23 ມີນາ 2026) ເວລາ 11:00 ນາທີ ຕາມເວລາປະເທດໄທ, ມີລາຍງານຂ່າວວ່າ: ເຄື່ອງບິນໂດຍສານແບບ Bombardier CRJ-900 ຖ້ຽວບິນ 646 ຂອງ Air Canada Express (ດຳເນີນການບິນໂດຍ Jazz Aviation ເຊິ່ງເປັນສາຍການບິນພັນທະມິດລະດັບພາກພື້ນຂອງ Air Canada) ທີ່ເດີນທາງມາຈາກເມືອງມອນທຣີອໍ (Montreal) ໄດ້ປະສົບອຸບັດຕິເຫດຕຳກັບລົດດັບເພີງຢູ່ທາງແລ່ນ (Runway) ໝາຍເລກ 4 ໃນລະຫວ່າງການລົງຈອດ ທີ່ທ່າອາກາດສະຍານ ລາກວໍເດຍ (LaGuardia Airport) ນິວຢອກ, ສະຫະລັດອາເມຣິກາ.

ສະຖານະການຫຼັງເກີດເຫດເຄື່ອງບິນ Air Canada ຕຳກັບລົດດັບເພີງ

ຫຼັງເກີດເຫດ, ອົງການບໍລິຫານການບິນແຫ່ງຊາດສະຫະລັດ (FAA) ໄດ້ປະກາດລະງັບການຂຶ້ນ-ລົງຂອງທຸກຖ້ຽວບິນຢູ່ທ່າອາກາດສະຍານ ລາກົວເດຍ (LaGuardia) ຊົ່ວຄາວ, ພ້ອມທັງລະບຸວ່າເປັນເຫດການສຸກເສີນ ແລະ ມີຄວາມເປັນໄປໄດ້ທີ່ຈະຂະຫຍາຍເວລາປິດສະໜາມບິນເພີ່ມເຕີມ. ຂະນະທີ່ຂໍ້ມູນເທິງເວັບໄຊຂອງສະໜາມບິນສະແດງໃຫ້ເຫັນວ່າ ຖ້ຽວບິນຂາເຂົ້າຫຼາຍຖ້ຽວຕ້ອງປ່ຽນເສັ້ນທາງໄປລົງສະໜາມບິນອື່ນ ຫຼື ບິນກັບຄືນໄປຍັງຕົ້ນທາງ.

ລາຍງານຈາກໜ່ວຍດັບເພີງນິວຢອກ (FDNY):

  • ມີເຈົ້າໜ້າທີ່ດັບເພີງບາດເຈັບສາຫັດ (ລະດັບສີແດງ) ຈຳນວນ 5 ນາຍ ແລະ ມີຜູ້ໂດຍສານບາດເຈັບອີກເປັນຈຳນວນຫຼາຍ.
  • ປັດຈຸບັນໄດ້ລະດົມກຳລັງໜ່ວຍກູ້ໄພການບິນ (ARFF) ຢ່າງຕໍ່ເນື່ອງ, ໂດຍມີການໃຊ້ໂຟມດັບໄຟ, ລົດສະໜັບສະໜູນ ແລະ ທີມຊ່ວຍເຫຼືອເຄື່ອນທີ່ໄວ (FAST).
  • ທາງແລ່ນ (Runway) ຖືກປິດ ແລະ ສະໜາມບິນຍັງຄົງຢຸດໃຫ້ບໍລິການຊົ່ວຄາວ.

ທາງດ້ານໜ່ວຍດັບເພີງນິວຢອກ (FDNY) ເປີດເຜີຍພຽງວ່າ ໄດ້ເຂົ້າລະງັບເຫດທີ່ກ່ຽວຂ້ອງກັບເຄື່ອງບິນ ແລະ ຍານພາຫະນະເທິງທາງແລ່ນ, ແຕ່ຍັງບໍ່ມີລາຍລະອຽດເພີ່ມເຕີມ. ຈົນເຖິງຂະນະນີ້, ທັງສາຍການບິນ Air Canada ແລະ FAA ກໍຍັງບໍ່ທັນໄດ້ໃຫ້ຄວາມເຫັນຢ່າງເປັນທາງການກ່ຽວກັບເຫດການດັ່ງກ່າວ.

ອັບເດດຫຼ້າສຸດ:

ສູນບັນຊາການກູ້ໄພລະບຸວ່າ ມີຜູ້ເສຍຊີວິດໃນບ່ອນເກີດເຫດ 2 ຄົນ ແລະ ມີຜູ້ບາດເຈັບສາຫັດຢ່າງໜ້ອຍ 3 ຄົນ, ເຊິ່ງຕົວເລກຜູ້ບາດເຈັບອາດຈະມີເພີ່ມຂຶ້ນຕື່ມ. ຜູ້ໂດຍສານທັງ 60 ຄົນ ແມ່ນໄດ້ຮັບການຢືນຢັນວ່າ ປອດໄພ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article