ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ໄລຍະ 5 ປີຜ່ານມາ (2021-2025) ແຜນພັດທະນາກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ຂະຫຍາຍຕົວ 5,76%, ຊຶ່ງແຜນດັ່ງກ່າວໄດ້ດໍາເນີນ ໃນສະພາບທີ່ປະເທດຜະເຊີນກັບສິ່ງທ້າທາຍ ຈາກພາຍໃນ ແລະ ພາຍນອກ, ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກຫລາຍປະການ, ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຂັ້ນເທິງ, 2 ຂະແໜງການ ຮ່ວມກັບອົງການປົກຄອງທ້ອງຖິ່ນ, ກະສິກອນ, ຜູ້ປະກອບການ ແລະ ການສະໜັບສະໜູນຂອງທຸກພາກສ່ວນ ໄດ້ຈັດຕັ້ງປະຕິບັດແຜນພັດທະນາ ຕາມ 4 ແຜນງານ 5 ເປົ້າໝາຍ ຕິດພັນກັບວາລະແຫ່ງຊາດ ແລະ ເປົ້າໝາຍພັດທະນາແບບຍືນຍົງ, ສອງຂະແໜງການສາມາດຍາດໄດ້ຜົນສໍາເລັດດ້ານຕ່າງໆ ເປັນຕົ້ນ ດ້ານຜົນສໍາເລັດ ການຈັດຕັ້ງປະຕິບັດ ໃນໄລຍະ 5 ປີ ຜ່ານມາສະພາບການຂະຫຍາຍຕົວທາງດ້ານເສດຖະກິດທົ່ວແຂວງ ສະເລ່ຍ 5,76% ມູນຄ່າ 2.174 ຕື້ກວ່າກີບ ກວມເອົາໂຄງ ປະກອບເສດຖະກິດ 42,44% ຂອງຈີດີພີ, ດ້ານປູກຝັງ ຂະຫຍາຍຕົວ 7,62% ລວມມູນຄ່າ 1.369 ຕື້ກວ່າກີບ ກວມເອົາ 26,20% ຂອງຈີດີພີ; ດ້ານລ້ຽງສັດ ຂະຫຍາຍຕົວ 4,76% ລວມມູນຄ່າ 543 ຕື້ກວ່າກີບ ກວມເອົາ 11,18% ຂອງຈີດີພີ; ດ້ານປະມົງ ຂະຫຍາຍຕົວ 5,98% ລວມມູນຄ່າ 213 ຕື້ກວ່າກີບ ກວມເອົາ 4,08% ຂອງຈີດີພີ; ດ້ານປ່າໄມ້ ຂະຫຍາຍຕົວ 4,68% ລວມມູນຄ່າເກືອບ 48 ຕື້ກີບ ກວມເອົາ 0,98% ຂອງຈີດີພີ.

ທ່ານ ສາຍທາລາ ໂສທິດາ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງອັດຕະປື ໄດ້ລາຍຕໍ່ກອງປະຊຸມປະຈໍາປີ 2025 ໃນວັນທີ 20 ມີນາ 2026 ຜ່ານມາວ່າ: ສໍາລັບປີ 2025 ການເຕີບໂຕຂອງກະສິກຳ 6,18% ລວມມູນຄ່າ 3.750 ຕື້ກວ່າກີບ ປະກອບສ່ວນ (ຈີດີພີ) 42,20% ຊຶ່ງສະແດງອອກໃນແຕ່ລະແຜນງານ ໂດຍສະເພາະ ແຜນງານການຄໍ້າປະກັນສະບຽງອາຫານ ໄດ້ສຸມໃສ່ສົ່ງເສີມການຜະລິດສະບຽງອາຫານພາຍໃນ ເພື່ອທົດແທນການນໍາເຂົ້າ ໂດຍໄດ້ສຸມໃສ່ ການຜະລິດ ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກ, ໃນໄລຍະ 5 ປີຜ່ານມາ ສາມາດຜະລິດສະບຽງອາຫານໄດ້ 5 ແສນກວ່າໂຕນ, ໃນນັ້ນ ການຜະລິດເຂົ້າ ປະຕິບັດໄດ້ 4 ແສນກວ່າໂຕນ, ສະເລ່ຍ 82.339 ໂຕນຕໍ່ປີ, ເທົ່າກັບ 99,25% (ແຜນການ 414.791 ໂຕນ ຫລື 82.958 ໂຕນຕໍ່ປີ) ທຽບໃສ່ 5 ປີ ຫລັງ (2016-2020) ຖືວ່າລື່ນ 25,90%, ປີ 2025 ສາມາດປັກດໍານາໄດ້ 28.375 ກວ່າເຮັກຕາ, ເນື້ອທີ່ເສຍຫາຍ 1.749,39 ເຮັກຕາ, ເນື້ອທີ່ເກັບກ່ຽວ 27.444,64 ເຮັກຕາ, ຜົນຜະລິດ 77.514,71 ໂຕນ, ເທົ່າກັບ 95,65%, ພືດສະບຽງອາຫານຜະລິດໄດ້ 47.463 ໂຕນ, ສະເລ່ຍ 9.492 ໂຕນຕໍ່ປີ ເທົ່າກັບ 72% (ແຜນການ 66.224 ໂຕນ ຫລື 13.244 ໂຕນຕໍ່ປີ), ທຽບໃສ່ປີ 2016-2020 ເພີ່ມຂຶ້ນ 49,17%, ປີ 2025 ປະຕິບັດໄດ້ 1.432 ເຮັກຕາ, ເທົ່າກັບ 91,56% ຂອງເນື້ອທີ່ (ແຜນການ 1.564 ເຮັກຕາ), ຜົນຜະລິດ 10.571 ໂຕນ, ການລ້ຽງສັດ ແລະ ສັດນໍ້າ ໃນທົ່ວແຂວງ ມີການຂະຫຍາຍຕົວ ສາມາດສະໜອງຊີ້ນ, ໄຂ່, ປາ ໄດ້ 55,3 ລ້ານກິໂລກຣາມ ເທົ່າກັບ 101,04%, ສະເລ່ຍ 65,38 ກິໂລກຣາມຕໍ່ຄົນຕໍ່ປີ, ບໍລິໂພກຊີ້ນ, ປາ ແລະ ໄຂ່ 12 ລ້ານກິໂລກຣາມ, ເທົ່າກັບ 99,09% (ແຜນການ 12,14 ລ້ານກິໂລກຣາມ); ຝູງສັດຂະຫຍາຍຕົວ 2,96 ລ້ານໂຕ, ເທົ່າກັບ 132,72%, ສະເລ່ຍ 6,54% ຕໍ່ປີ ແລະ ປາ-ສັດນໍ້າ ໄດ້ 44,7 ລ້ານໂຕ ເທົ່າກັບ 109,09%. ສະເພາະປີ 2025, ຝູງສັດຂະຫຍາຍໄດ້ 7 ແສນກວ່າໂຕ, ເພີ່ມຂຶ້ນ 5,93% (ແຜນການ 674.721 ໂຕ) ໃນນັ້ນ, ສ່ວນການປາມົງປະຕິບັດໄດ້ 9,6 ລ້ານໂຕ, ເທົ່າກັບ 97,13% (ແຜນການປີ 9,8 ລ້ານໂຕ), ແຜນງານການຜະລິດກະສິກຳເປັນສິນຄ້າ ດ້ານປູກຝັງ: ປະຕິບັດໄດ້ສະເລ່ຍ 7,2 ລ້ານໂຕນ, ລື່ນແຜນ 55% (ແຜນການ 4,6 ລ້ານໂຕນ) ທຽບໃສ່ແຜນ 5 ປີ (2016-2020) ລື່ນ 160% ໃນນັ້ນ, ການປູກເປັນສິນຄ້າທົ່ວໄປ ໄດ້ 7.194 ໂຕນ, ປູກແບບມີຈຸດສຸມ ໄດ້ 2,8 ລ້ານໂຕນ ແລະ ປູກເປັນສິນຄ້າໂດຍບໍລິສັດໄດ້ 4,4 ລ້ານໂຕນ. ສະເພາະປີ 2025 ປະຕິບັດໄດ້ 56 ພັນກວ່າເຮັກຕາ, ຜົນຜະລິດ 1,58 ລ້ານໂຕນ ເທົ່າກັບ 92,89% (ແຜນການ 61 ພັນເຮັກຕາ), ພືດພົ້ນເດັ່ນຄື: ເຂົ້າ, ໝາກໂມ, ມັນຕົ້ນ, ອ້ອຍ, ກາເຟ, ຢາງພາລາ ແລະ ຖົ່ວລຽນ, ການສົ່ງເສີມການປູກພືດເປັນສິນຄ້າ ແລະ ຕິດພັນກັບການປຸງແຕ່ງ: ມີໂຮງງານ 4 ແຫ່ງ ໃນນັ້ນ, ໂຮງງານແປ້ງມັນຕົ້ນ 3 ແຫ່ງ ແລະ ໂຮງງານນໍ້າຕານອ້ອຍ 1 ແຫ່ງ: ມັນຕົ້ນຜະລິດໄດ້ 2,7 ລ້ານ ໂຕນ, ທຽບໃສ່ແຜນ (2021-2025) 537.500 ໂຕນ, ລື່ນແຜນ 420%; ອ້ອຍຜະລິດໄດ້ 2,79 ລ້ານໂຕນ, ທຽບໃສ່ແຜນ (2021-2025) 3,1 ລ້ານໂຕນ, ເທົ່າກັບ 93,52%, ຢາງພາລາ: ກີດຢາງພາລາໄດ້ເກືອບ 80 ພັນໂຕນ, ທຽບໃສ່ແຜນ (2021- 2025) 151 ພັນໂຕນ, ເທົ່າກັບ 16,90%, ການລ້ຽງສັດ ແລະ ການປະມົງເປັນສິນຄ້າ: ການສົ່ງອອກສັດໃຫຍ່ ປະຕິບັດໄດ້ 3.301 ໂຕ, ມູນຄ່າ 32 ຕື້ກີບ, ເທົ່າກັບ 12,34% (ແຜນ 26.744 ໂຕ), ສົ່ງອອກປາ-ສັດນໍ້າ 146 ໂຕນ, ມູນຄ່າ 511 ລ້ານກີບ, ເທົ່າກັບ 44,92% (ແຜນ 325 ໂຕນ, ການຂ້າສັດປ້ອນຕະຫລາດ ປັດຈຸບັນທົ່ວແຂວງມີບ່ອນຂ້າສັດຍ່ອຍ 6 ແຫ່ງ, ການຂ້າສັດປ້ອນຕະຫລາດ ແຜນການແມ່ນ 70 ພັນໂຕ, ປະຕິບັດໄດ້ 56.453 ໂຕ, ເທົ່າກັບ 80,64%; ທົ່ວແຂວງມີຟາມລ້ຽງສັດ ແລະ ປາ-ສັດນໍ້າ ທັງໝົດ 10 ຟາມ, ເພີ່ມຂຶ້ນ 2 ຟາມ, ມີສັດລ້ຽງໃນຟາມແຜນການແມ່ນ 157.240 ໂຕ, ປະຕິບັດໄດ້ 138.124 ໂຕ, ເທົ່າກັບ 87,84% ແລະ ປາ-ສັດນໍ້າ ແຜນການ 7.580.000 ໂຕ, ປະຕິບັດໄດ້ 8.788.000 ໂຕ, ເທົ່າກັບ 115,94%, ການລ້ຽງສັດ ແລະ ປາ-ສັດນໍ້າເປັນສິນຄ້າ ແບບຄອບຄົວ ແຜນການແມ່ນ 398.480 ໂຕ, ປະຕິບັດໄດ້ 229.379 ໂຕ, ເທົ່າກັບ 57,56%. ສໍາລັບສິນຄ້າສົ່ງອອກ ໃນປີ 2025 ແມ່ນມີການຂະຫຍາຍຕົວດີຂຶ້ນ ຊຶ່ງມູນຄ່າການສົ່ງອອກ ປະຕິບັດໄດ້ 54,35 ລ້ານກວ່າໂດລາສະຫະລັດ.

ສ່ວນແຜນງານຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ປ່າໄມ້ຄວາມປົກຫຸ້ມປ່າໄມ້ ຢູ່ແຂວງອັດຕະປື ມີຄວາມປົກຫຸ້ມປ່າໄມ້ 81,75% ປັດຈຸບັນຫລຸດ 80% ຊຶ່ງມັນສະແດງອອກເຖິງເນື້ອທີ່ທົ່ວແຂວງ 1 ລ້ານກວ່າເຮັກຕາ, ສ່ວນເນື້ອທີ່ດິນ-ປ່າໄມ້ 3 ປະເພດປ່າປະມານ 846.636 ເຮັກຕາ ໃນນັ້ນ, ປ່າປ້ອງກັນ 315.309 ເຮັກຕາ, ປ່າສະຫງວນ-ອຸທິຍານແຫ່ງຊາດ 221.938 ເຮັກຕາ ແລະ ປ່າຜະລິດ 3 ແຫ່ງ 201.458 ເຮັກຕາ, ສໍາລັບເນື້ອທີ່ດິນ-ປ່າໄມ້ ຕາມຂໍ້ມູນຂອງແຂວງ 868.772 ເຮັກຕາ ອັດຕາປົກຫຸ້ມປ່າໄມ້ ປະມານ 84% ເຫັນວ່າຜິດດ່ຽງກັນຢູ່ 22.136 ເຮັກຕາ.

ຂ່າວ: ມະນີວອນ




