ປະລິມານນໍ້າຖ້ວມຫຼຸດລົງ ທີ່ອຳເພີຫາດໃຫຍ່ ຈັງຫວັດສົງຂາ ປະເທດໄທ ວັນທີ 27/11/2025 ເວລາປະມານ 14:15 ນາທີ ເຫັນວ່າລົດໃຫຍ່, ລົດຈັກ ແລະ ບ້ານເຮືອນຂອງປະຊາຊົນໄດ້ຮັບຄວາມເສຍຫາຍ ແລະ ເຕັມໄປດ້ວຍເສດຂີ້ຕົມທີ່ຫຼົງເຫຼືອໄວ້ຢູ່ ເຊິ່ງເຂດໃດທີ່ບໍ່ມີນໍ້າຖ້ວມແລ້ວ ປະຊາຊົນກໍທະຍອຍກັນເຂົ້າໄປຍັງພື້ນທີ່ເຮືອນຂອງຕົນເອງ ເພື່ອສຳຫຼວດຄວາມເສຍຫາຍ ແລະ ກຽມອະນາໄມ. ຂໍເປັນກຳລັງໃຈໃຫ້ຜູ້ປະສົບໄພນ້ຳຖ້ວມທຸກທ່ານ.












