ວັນທີ 18 ມີນາ 2026 ນີ້ ພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ອອກໜັງສື ແຈ້ງລາຄາຂ້າມຟາກເຮືອບັກ ແຕ່ ທ່າເຮືອຫຼວງ ນະຄອນ ຫຼວງພະບາງ ຫາ ທ່າຊຽງແມນ ເມືອງຈອມເພັດ ແຂວງຫຼວງພະບາງ, ລາຍລະອຽດ ດັ່ງລຸ່ມນີ້:
1. ລົດຖີບ+ຄົນ (ເຈົ້າຂອງລົດ ) 5,000 ກີບ/ຄັນ
2. ລົດຈັກ 2 ລໍ້ (ເນື້ອທີ່ຈອດລົດຈັກ 4 ຄັນ – ລົດກະບະຈອດ 1 ຄັນ ) 10,000 ກີບ/ຄັນ
3. ລົດຈໍາໂບ້, ລົດຈັກ 3 ລໍ້ຂາຍກະແລ້ມ, ລົດ 3 ລໍ້ສົ່ງເຄື່ອງອື່ນໆ 25,000 ກີບ/ຄັນ
4. ລົດສະກ່າຍແລັບ 3 ຕີນ ແລະ ລົດຕຸກໆ 4 ລໍ້ນ້ອຍ ຂົນສົ່ງໂດຍສານ 30,000 ກີບ/ຄັນ
5. ລົດກະບະປະເພດ 4 ລໍ້, 1,5 – 2T: 45, 000 ກີບ/ຄັນ
6. ລົດຕູ້, ລົດຈິບ ແລະ ລົດຂົນສົ່ງ 6 ລໍ້ ສະເລ່ຍ 2 – 2,4T. 55,000 ກີບ/ຄັນ
ໝາຍເຫດ: ສໍາລັບບຸກຄົນທົ່ວໄປ ຄົນລາວ 5.000 ກີບ/ຄັ້ງ, ຄົນຕ່າງປະເທດ 10,000 ກີບ/ຄັ້ງ;

ສິນຄ້າ, ຜູ້ໂດຍສານມານໍາລົດແມ່ນຫ້າມບໍ່ໃຫ້ຄິດໄລ່ ແລະ ເກັບເງິນຄ່າຂ້າມບັກເພີ້ມ, ເກັບສະເພາະລົດ ຂ້າມບັກແຕ່ ລະຄັນເທົ່ານັ້ນ;
ໃບແຈ້ງລາຄາສະບັບນີ້ ເຈົ້າຂອງເຮືອບັກແຕ່ລະລໍາຕ້ອງເກັບເງິນສະເພາະແຕ່ລົດຂ້າມບັກແຕ່ລະຄັນເທົ່ານັ້ນ;
ຖ້າຜູ້ຂັບເຮືອ, ຜູ້ຊ່ວຍເຮືອ ເກັບລາຄາເກິນ: ໂທ: 52534333, 55626555, 22145544;




