
ໃນວັນທີ 26 ພະຈິກຜ່ານມານີ້, ໄດ້ຈັດພິທີມອບ–ຮັບໂຄງການກໍ່ສ້າງຄອງເໝືອງຊົນລະປະທານສົມສະອາດ1 ເມືອງໄຊບູລີ ແຂວງສະຫວັນນະເຂດ, ໂດຍການເຂົ້າຮ່ວມຂອງທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ນາງ ດາວວອນ ໄຊສຸລຽນ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງສະຫວັນນະເຂດ, ມີພະແນກການກ່ຽວຂ້ອງຂອງແຂວງ, ເມືອງ ເຂົ້າຮ່ວມນຳ.
ທ່ານ ຄາລາໂຊ ຫຼຸຍບົວທອງ ເລຂາຄະນະບໍລິຫານງານພັກເມືອງໄຊບູລີ ໄດ້ລາຍງານກ່ຽວກັບການດໍາເນີນການກໍ່ສ້າງ ແລະ ຜົນໄດ້ຮັບຂອງໂຄງການວ່າ: ໂຄງການດັ່ງກ່າວ, ຕັ້ງຢູ່ແຄມແມ່ນໍ້າເຊບັ້ງໄຟ ບ້ານສົມສະອາດ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຮັບການກໍ່ສ້າງໃນປີ 1994 ແລະ ໄດ້ນໍາໃຊ້ໃນປີ 1996 ງົບປະມານທັງໝົດໃນການກໍ່ສ້າງແມ່ນທຶນຂອງລັດຖະບານ100%, ລະບົບຫົວງານຊົນລະປະທານປະກອບດ້ວຍຈັກສູບນໍ້າທີ່ໃຊ້ພະລັງງານໄຟຟ້າ ຈຳນວນ 3 ໜ່ວຍ. ໃນນັ້ນ, ມີຈັກສູບນໍ້າຂະໜາດ 150 ກິໂລວັດ 1 ໜ່ວຍ ແລະ ຈັກສູບນໍ້າຂະໜາດ 75 ກິໂລວັດ 2 ໜ່ວຍ, ມີລະບົບຄອງເໝືອງແມ່ 2 ສາຍ, ມີລວງຍາວທັງໝົດ 5,271 ແມັດ ສາມາດຫົດເນື້ອທີ່ການຜະລິດໃນລະດູແລ້ງໄດ້ 240 ເຮັກຕາ. ແຕ່ເນື່ອງຈາກວ່າຊົນລະປະທານແຫ່ງດັ່ງກ່າວ, ໄດ້ຖືກນຳໃຊ້ມາເປັນເວລາຫຼາຍສິບປີ ແລະ ຄອງຍ່ອຍສ່ວນໃຫຍ່ແມ່ນເປັນຄອງດິນ ເຮັດໃຫ້ສິ້ນເປືອງພະລັງງານ ແລະ ສິ້ນເປືອງນ້ຳໃນເວລາດຳເນີນການຜະລິດ.

ຍ້ອນເຫັນໄດ້ຄວາມຈຳເປັນຄືແນວນັ້ນ, ທາງລັດຖະບານຍີ່ປຸ່ນຈຶ່ງໄດ້ໃຫ້ການຊ່ວຍເຫຼືອປັບປຸງຄອງເໝືອງ ແລະ ຄອງຍ່ອຍ ຂອງຊົນລະປະທານສົມສະອາດ1 ເປັນຄອງເບຕົງທັງໝົດ ຊຶ່ງໄດ້ເລີ່ມລົງມືກໍ່ສ້າງໃນເດືອນກຸມພາ ປີ 2025 ແລະ ສຳເລັດການກໍ່ສ້າງໃນເດືອນ ເມສາ 2025ໂດຍນຳໃຊ້ງົບປະມານເຂົ້າໃນການກໍ່ສ້າງ 85,100 ໂດລາສະຫະລັດ ແລະ ຄ່າກວດສອບບັນຊີ 1,600 ໂດລາ, ລວມມູນຄ່າທັງໝົດແມ່ນ 86,700 ໂດລາ. ເຊິ່ງບ້ານທີ່ໄດ້ຊົມໃຊ້ນ້ຳທັງໝົດ 3 ບ້ານຄື: ບ້ານສົມສະອາດ, ບ້ານດົງພ້າວ, ບ້ານ ຫ້ວຍແຮ່ ແລະ ມີປະຊາຊົນ ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ, ຈາກເມື່ອກ່ອນມີ 222 ຄອບຄົວ, ເພີ່ມຂຶ້ນເປັນ 239 ຄອບຄົວ, ຫົດເນື້ອທີ່ຜົນຜະລິດລະດູແລ້ງຂອງຊາວນາຈາກ 172 ເຮັກຕາໃນເມື່ອກ່ອນ, ເພີ່ມຂຶ້ນເປັນ 198 ເຮັກຕາ ແລະ ສະມັດຕະພາບຜົນຜະລິດເພີ່ມຂຶ້ນ ຈາກ 5.3 ໂຕນ/ເຮັກຕາ, ເປັນ 5.5 ໂຕນ/ເຮັກຕາ. ຄະນະກຸ່ມນໍາໃຊ້ນໍ້າສາມາດຫຼຸດຜ່ອນເວລາໃນການສົ່ງນໍ້າຈາກ 8 ຊົ່ວໂມງ/ວັນ, ມາເປັນ 6 ຊົ່ວໂມງ/ວັນ ແລະ ສາມາດຫຼຸດຜ່ອນການຈ່າຍເງິນຄ່າກະແສໄຟຟ້າ ຈາກ 335.5 ລ້ານກີບ ມາເປັນ 291.5 ລ້ານກີບ, ສາມາດເກັບເງິນຄ່າບໍລິການນໍ້າຊົນລະປະທານໄດ້ຫຼາຍຂຶ້ນຈາກ 137.6 ລ້ານກີບ, ເພີ່ມຂຶ້ນເປັນ 158.4 ລ້ານກີບ ແລະ ຈະສາມາດກຸ້ມຕົນເອງໃນການສ້ອມແປງຄອງເໝືອງໃນອະນາຄົດ.
ໂອກາດນີ້, ທ່ານ ໂຄອິຊຸມິ ຊຶໂຕະມຸ ໄດ້ກ່າວຕໍ່ພິທີວ່າ: ໂຄງການນີ້, ແມ່ນໂຄງການຊ່ວຍເຫຼືອຂັ້ນຮາກຖານຄັ້ງທີ 85 ໃນແຂວງສະຫວັນນະເຂດ ແລະ ເປັນໂຄງການທີ 2 ໃນເມືອງໄຊບູລີ. ໂຄງການດັ່ງກ່າວ, ໄດ້ຖືກຈັດຕັ້ງປະຕິບັດໂດຍມີເປົ້າໝາຍສະໜັບສະໜູນການກໍ່ສ້າງຄອງຊົນລະປະທານເບຕົງໃນບ້ານສົມສະອາດ ເພື່ອແນໃສ່ສົ່ງເສີມວຽກງານກະສິກໍາທີ່ເປັນອຸດສາຫະກໍາຫຼັກໃນແຂວງສະຫວັນນະເຂດ ແລະ ຫວັງວ່າ: ການຊ່ວຍເຫຼືອໃນການສະໜອງນໍ້າໃຫ້ແກ່ວຽກງານກະສິກໍາບ້ານສົມສະອາດ ຈະມີປະສິດທິພາບ ແລະ ໝັ້ນຄົງຍິ່ງຂຶ້ນ ໂດຍສະເພາະແມ່ນການສະ ໜອງນໍ້າທີ່ຈໍາເປັນໃນລະດູແລ້ງ ພ້ອມທັງເພີ່ມຜົນຜະລິດ ແລະ ຄຸນນະພາບໃຫ້ດີຂຶ້ນ ຊຶ່ງຈະນໍາໄປສູ່ການເພີ່ມລາຍຮັບໃຫ້ແກ່ປະຊາຊົນຢູ່ຂັ້ນທ້ອງຖິ່ນຫຼາຍຂຶ້ນ.

(ແຫຼ່ຫ່ງຂ່າວ: ແຂວງສະຫວັນນະເຂດ)



