27.7 C
Vientiane
ວັນທີ 19 March, 2026

ສຳນັກຂ່າວ CNN ລາຍງານວ່າ ອີຣານ ກຳລັງຢູ່ໃນລະຫວ່າງການພິຈາລະນາ”ເປີດໄຟຂຽວ”ໃນການຊື້-ຂາຍນ້ຳມັນດ້ວຍເງິນ “ຢວນ”ແທນເງິນໂດລາ

Must read

ອີຣ່ານ ອາດອະນຸຍາດໃຫ້ສະເພາະເຮືອທີ່ຊື້-ຂາຍນ້ຳມັນດ້ວຍເງິນ “ຢວນ” ແລ່ນຜ່ານຊ່ອງແຄບຮໍມຸດ

ເວັບໄຊ Mint Markets ໄດ້ລາຍງານຂ່າວໂດຍອ້າງອີງຂໍ້ມູນຈາກສຳນັກຂ່າວ CNN ເຊິ່ງໜັງສືພິມ The Times of India ເຜີຍແຜ່ວ່າ: ທາງການອີຣ່ານ ກຳລັງຢູ່ໃນລະຫວ່າງການພິຈາລະນາທີ່ຈະ “ເປີດໄຟຂຽວ” ຫຼື ອະນຸຍາດໃຫ້ສະເພາະເຮືອບັນທຸກນ້ຳມັນລະຫວ່າງປະເທດ ທີ່ຢູ່ພາຍໃຕ້ສັນຍາການຄ້າທີ່ນຳໃຊ້ສະກຸນເງິນ ຢວນ (Yuan) ຂອງຈີນເທົ່ານັ້ນ ຈຶ່ງຈະສາມາດແລ່ນຜ່ານ ຊ່ອງແຄບຮໍມຸດ (Strait of Hormuz) ໄດ້.

ລາຍງານດັ່ງກ່າວຊີ້ໃຫ້ເຫັນວ່າ ລະບົບ “ເປໂຕໂດລາ” (Petrodollar) ຖືເປັນກະດູກສັນຫຼັງ ຫຼື ເປັນແຫຼ່ງລາຍຮັບຫຼັກຂອງລະບົບເສດຖະກິດສະຫະລັດຯ ທີ່ຊ່ວຍຊຸກຍູ້ອິດທິພົນຂອງສະຫະລັດຯ ໃນເວທີໂລກມາເກືອບຕະຫຼອດໄລຍະທ້າຍສະຕະວັດທີ 20. ເນື່ອງຈາກວ່າ ເກືອບ 80% ຂອງການຄ້າຂາຍນ້ຳມັນໃນຕະຫຼາດໂລກ ແມ່ນອີງໃສ່ສະກຸນເງິນໂດລາສະຫະລັດເປັນຫຼັກ.

ອີຣ່ານ ຊຸກຍູ້ລະບົບ “ເປໂຕຢວນ” ຫຼັງຖືກສະຫະລັດໂຈມຕີ ເກາະຄາກ (Kharg Island)

ຫຼ້າສຸດ, ອີຣ່ານໄດ້ເປີດແຜນການຊຸກຍູ້ລະບົບ “ເປໂຕຢວນ” (Petroyuan) ພາຍຫຼັງທີ່ກອງທັບສະຫະລັດຯ ເລີ່ມຂະຫຍາຍການໂຈມຕີເຂົ້າໃສ່ ເກາະຄາກ (Kharg Island) ເຊິ່ງເປັນສູນກາງການສະໜອງນ້ຳມັນເພື່ອການສົ່ງອອກທີ່ສຳຄັນຂອງອີຣ່ານ ໃນທ້າຍອາທິດທີ່ຜ່ານມາ. ບັນດານັກວິເຄາະ ແລະ ຜູ້ຊ່ຽວຊານລະບຸວ່າ ບັນດາປະເທດພາຄີໃນກຸ່ມ BRICS ຕ່າງກໍໄດ້ສົ່ງສັນຍານສະໜັບສະໜູນອີຣ່ານ ໃນການນຳໃຊ້ລະບົບ “ເປໂຕຢວນ” ເພື່ອທ້າທາຍລະບົບ “ເປໂຕໂດລາ” (Petrodollar) ແລ້ວ.

ທັງນີ້, ກຸ່ມ BRICS ເຊິ່ງກໍ່ຕັ້ງຂຶ້ນໃນປີ 2009 ປະກອບມີ: ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກາໃຕ້. ຕໍ່ມາໃນປີ 2024-2025 ກຸ່ມດັ່ງກ່າວໄດ້ຂະຫຍາຍສະມາຊິກຖາວອນໃຫ້ຄອບຄຸມເຖິງ: ອີຣ່ານ, ເອຢິບ, ສະຫະລັດ ອາຣັບ ເອມີເຣດ (UAE), ອິນໂດເນເຊຍ ແລະ ເອທິໂອປີ.

ນັກວິເຄາະ ແລະ ຜູ້ຊ່ຽວຊານຊີ້ໃຫ້ເຫັນວ່າ ທາງການອີຣ່ານມີຄວາມເຊື່ອໝັ້ນວ່າ ແຜນການຊູລະບົບ “ເປໂຕຢວນ” ແທນລະບົບ “ເປໂຕໂດລາ” ຈະໄດ້ຮັບການສະໜັບສະໜູນຈາກພັນທະມິດໃນກຸ່ມ BRICS ໂດຍສະເພາະແມ່ນ ຈີນ, ລັດເຊຍ ແລະ ບຣາຊິນ. ນອກຈາກນີ້, ມັນຍັງຈະຊ່ວຍສົ່ງເສີມອິດທິພົນຂອງຈີນ ເຊິ່ງເປັນມະຫາອຳນາດທາງເສດຖະກິດໂລກ ແລະ ເປັນຄູ່ແຂ່ງທີ່ສຳຄັນຂອງສະຫະລັດຯ ໃຫ້ເຂັ້ມແຂງຂຶ້ນຕື່ມ.

ແນວໃດກໍຕາມ, ນັກວິເຄາະປະເມີນວ່າ ເຖິງແມ່ນອີຣ່ານຈະປະສົບຜົນສຳເລັດໃນການຊຸກຍູ້ລະບົບ “ເປໂຕຢວນ” ເພື່ອທ້າທາຍ ແລະ ຖ່ວງດຸນອຳນາດກັບລະບົບ “ເປໂຕໂດລາ” ແຕ່ມັນກໍຈະກໍ່ໃຫ້ເກີດຄວາມຜັນຜວນຕໍ່ຕະຫຼາດໂລກ ທັງຕະຫຼາດເງິນຕາ, ຕະຫຼາດທຶນ ແລະ ຕະຫຼາດໂລຫະທີ່ມີຄ່າ ເຊັ່ນ: ຄຳ ແລະ ເງິນ. ເນື່ອງຈາກວ່າລະບົບ “ເປໂຕໂດລາ” ໄດ້ຢັ່ງຮາກເລິກໃນເສດຖະກິດໂລກມາເປັນເວລາຫຼາຍທົດສະວັດແລ້ວ.

ຜົນກະທົບຕໍ່ເສດຖະກິດສະຫະລັດຯ ແລະ ຄວາມສ່ຽງດ້ານພູມສັນຖານການເມືອງໂລກ

ຜົນກະທົບໃນໄລຍະສັ້ນຄື: ຄ່າເງິນໂດລາສະຫະລັດຯ ຈະອ່ອນຄ່າລົງຢ່າງຮຸນແຮງ ຈາກອິດທິພົນທີ່ເພີ່ມຂຶ້ນຂອງສະກຸນເງິນຢວນ. ສິ່ງນີ້ຈະສົ່ງຜົນຕໍ່ເນື່ອງໃຫ້ອັດຕາເງິນເຟີ້ໃນສະຫະລັດຯ ຍິ່ງສູງຂຶ້ນຕື່ມ, ຫຼັງຈາກທີ່ໄດ້ປັບຕົວສູງຂຶ້ນແລ້ວຈາກລາຄານ້ຳມັນທີ່ພຸ່ງທະຍານຂຶ້ນໃນຕະຫຼາດໂລກ ເນື່ອງຈາກການປິດກັ້ນ ຊ່ອງແຄບຮໍມຸດ (Strait of Hormuz) ຂອງອີຣ່ານ.

ສ່ວນຜົນກະທົບຕໍ່ເນື່ອງກໍຄື: ທະນາຄານກາງສະຫະລັດຯ ຫຼື FED ຈະຕ້ອງໄດ້ປະກາດເພີ່ມອັດຕາດອກເບ້ຍມາດຕະຖານ ຫຼື ອັດຕາດອກເບ້ຍນະໂຍບາຍ, ແທນທີ່ຈະປະກາດຫຼຸດດອກເບ້ຍຕາມການສົ່ງສັນຍານກົດດັນມາໂດຍຕະຫຼອດຂອງປະທານາທິບໍດີ ໂດນັລ ທຣຳ (Donald Trump). ສົ່ງຜົນໃຫ້ລາຄາຄຳ ແລະ ໂລຫະເງິນປັບຕົວສູງຂຶ້ນອີກ.

ນັກວິເຄາະຊີ້ໃຫ້ເຫັນວ່າ: ເຖິງແມ່ນວ່າອີຣ່ານຈະມີ “ກອງເຊຍ” ໃນການຊຸກຍູ້ລະບົບ “ເປໂຕຢວນ” ໃຫ້ກາຍເປັນຈຸດເດັ່ນເພື່ອຖ່ວງດຸນກັບລະບົບ “ເປໂຕໂດລາ”, ແຕ່ການປ່ຽນແປງຮູບແບບການຄ້າໂລກທີ່ອີງໃສ່ສະກຸນເງິນໂດລາສະຫະລັດມາຢ່າງຍາວນານ ແລະ ຢັ່ງຮາກເລິກນັ້ນ ແມ່ນຕ້ອງອາໄສເວລາເພື່ອໃຫ້ຕະຫຼາດ, ນັກລົງທຶນ ແລະ ຜູ້ບໍລິໂພກປັບຕົວ ແລະ ເຫັນດີນຳກັນ.

ການຜັກດັນໃຫ້ເກີດການປ່ຽນແປງຄັ້ງໃຫຍ່ດັ່ງກ່າວ ຍັງມີຄວາມສ່ຽງທີ່ຈະເກີດການຕໍ່ຕ້ານຈາກສະຫະລັດຯ ເຊິ່ງເປັນຜູ້ຊົງອິດທິພົນທີ່ສຸດໃນຕະຫຼາດໂລກ ແລະ ປະຊາຄົມໂລກມາເປັນເວລານານ. ນອກຈາກນີ້, ມັນຍັງສ່ຽງທີ່ຈະເປັນຊະນວນເຫດຂອງບັນຫາດ້ານ ພູມສັນຖານການເມືອງໂລກ (Geopolitics) ທີ່ຮຸນແຮງຂຶ້ນ ແລະ ສົ່ງຜົນກະທົບເຊື່ອມໂຍງຕໍ່ເນື່ອງໃນວົງກວ້າງ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article