
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ການຄົ້ນຄວ້າໃໝ່ຈາກມະຫາວິທະຍາໄລ Monash ໃນອົສຕຣາລີໄດ້ເປີດເຜີຍວ່າ, ການປ່ຽນແປງຂອງດິນຟ້າອາກາດສາມາດຫຼຸດຜ່ອນການຜະລິດການປະມົງທົ່ວໂລກຢ່າງຫຼວງຫຼາຍ ຍ້ອນວ່າປາປັບຕົວເຂົ້າກັບມະຫາສະໝຸດທີ່ອຸ່ນຂຶ້ນໃນວິຖີທາງທີ່ເຮັດໃຫ້ພວກມັນໂຕນ້ອຍລົງ ແລະ ອອກລູກໜ້ອຍລົງ.
ວາລະສານ Science ລະບຸວ່າ: ຮູບແບບຈຳລອງໃໝ່ຂອງມະຫາວິທະຍາໄລດັ່ງກ່າວຄາດຄະເນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ການຜະລິດການປະມົງໃນຫຼາຍພາກພື້ນຂອງໂລກ ຊຶ່ງເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງດ້ານອາຫານ, ຊີວິດການເປັນຢູ່ ແລະ ອະນາຄົດຂອງສິ່ງທີ່ມີຊີວິດໃນທະເລທີ່ເປັນແຫຼ່ງອາຫານທະເລທີ່ຍືນຍົງ.
ການຄົ້ນຄວ້ານີ້ໄດ້ສ້າງແບບຈຳລອງຜົນກະທົບດ້ານວິວັດທະນາການຂອງປາເກືອບ 3,000 ຊະນິດ ແລະ ຄາດຄະເນຜົນຜະລິດໃນອະນາຄົດສຳລັບ 43 ແຫຼ່ງຫາປາທີ່ສໍາຄັນທົ່ວໂລກ. ໃນຂະນະທີ່ປາຈະວິວັດທະນາການເພື່ອຄວາມຢູ່ລອດໃນອຸນຫະພູມທີ່ສູງຂຶ້ນ, ແຕ່ພວກມັນຈະເຕີບໃຫຍ່ ແລະ ເຂົ້າສູ່ໄວຈະເລີນພັນໄວຂຶ້ນ ຊຶ່ງເປັນການປັບຕົວທີ່ຫຼຸດຂະໜາດຂອງມັນ ແລະ ເຮັດໃຫ້ປາທີ່ຈັບໄດ້ໂຕນ້ອຍລົງ.
ທ່ານ ເຄຣກ ໄວ ຄະນະບໍດີຄະນະວິທະຍາສາດຊີວະວິທະຍາຂອງມະຫາວິທະຍາໄລ Monash ກ່າວວ່າ: ວິວັດ ທະນາການນີ້ດີຕໍ່ປາ ແຕ່ບໍ່ດີຕໍ່ການຫາປາ. ທຸກໆການເພີ່ມຂຶ້ນຂອງອຸນຫະພູມ 1 ອົງສາ ອາດຈະຫຼຸດຜ່ອນການປະມົງລົງ, ໂດຍນະໂຍບາຍດ້ານດິນຟ້າອາກາດທີ່ຈຳກັດພາວະໂລກຮ້ອນໃຫ້ຢູ່ທີ່ 1.5 ອົງສາ ມີທ່າແຮງທີ່ຈະຊ່ວຍຮັກສາການຜະລິດ ປະມົງຫຼາຍລ້ານໂຕນທີ່ອາດຈະສູນເສຍໄປໄດ້.




