27.7 C
Vientiane
ວັນທີ 19 March, 2026

ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟໃຫ້ບໍລິການນໍ້າມັນເຄື່ອນທີ່ ຊ່ວຍເຫລືອສັງຄົມ

Must read

ຂປລ. ໃນວັນທີ 18 ມີນາ 2026 ນີ້, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ຈຳກັດ (NTP) ໄດ້ໃຫ້ບໍລິການນໍ້າມັນເຊື້ອໄຟແບບເຄື່ອນທີ່ ເພື່ອຊ່ວຍເຫລືອສັງຄົມໃນໄລຍະທີ່ນໍ້າມັນບໍ່ພຽງພໍ ໃຫ້ແກ່ຊາວນະຄອນຫລວງວຽງຈັນ ຢູ່ເຂດເສດຖະກິດພິເສດບຶງທາດຫລວງ ໂດຍແບ່ງອອກເປັນ 2 ຈຸດຄື: ຈຸດນໍ້າມັນກະຊວນ 2 ຄັນ ແລະ ຈຸດນໍ້າມັນແອັດຊັງ 4 ຄັນ ຊຶ່ງໄດ້ເລີ່ມໃຫ້ບໍລິການແຕ່ເວລາ 08:00-18:00 ໂມງ ໂດຍລູກຄ້າສາມາດຊື້ນໍ້າມັນແບບບໍ່ຈຳກັດວົງເງິນ ກໍຄື ສາມາດໃສ່ໄດ້ເຕັມຖັງ, ແຕ່ບໍ່ອະນຸຍາດໃຫ້ຂາຍໃສ່ຕຸກເດັດຂາດ.

ທ່ານ ຈິນດາສັກ ຍົດໝັ້ນຄົງ ຜູ້ອຳນວຍການບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ຈຳກັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການອອກມາໃຫ້ບໍລິການ ນໍ້າມັນເຊື້ອໄຟແບບເຄື່ອນທີ່ໃນຄັ້ງນີ້, ແນໃສ່ເພື່ອຕອບສະໜອງຄວາມຕ້ອງການ ຂອງພໍ່ແມ່ປະຊາຊົນໃຫ້ທັນເວລາ, ຫລຸດຜ່ອນບັນຫາການຂາດແຄນນ້ຳມັນໃນໄລຍະວິກິດ, ຂັບເຄື່ອນເສດຖະກິດ ແລະ ການເດີນທາງຂອງຄົນລາວ. ລົດນໍ້າມັນເຊື້ອໄຟແບບເຄື່ອນທີ່ ທີ່ນໍາມາບໍລິການຄັ້ງນີ້, ມີທັງໝົດ 6 ຄົນ, ຄັນລະ 2 ຫົວຈ່າຍ, ນໍ້າມັນແມ່ນພຽງພໍແຕ່ອາດຈະຕ້ອງໄດ້ລຽນຄິວ. ທ່ານ ຈິນດາສັກ ຍົດໝັ້ນຄົງ ຍັງໃຫ້ຮູ້ອີກວ່າ: ສຳລັບວັນທີ 18 ມີນາ 2026 ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ຈຳກັດ ຈະເພີ່ມລົດເຄືີ່ອນທີ່ໃຫ້ຫລາຍຂຶ້ນ ເພື່ອຈະເພີ່ມສະຖານທີ່ບໍລິການ ໂດຍແບ່ງເປັນ 2 ຈຸດຄື: ຢູ່ເຂດເສດຖະກິດພິເສດບຶງທາດຫລວງ ແລະ ຢູ່ເດີນພະທາດຫລວງວຽງຈັນ ເລີ່ມແຕ່ເວລາ 08:00- 18:00 ໂມງ.

ໂອກາດນີ້, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກໍໄດ້ໃຫ້ສໍາພາດວ່າ: ບັນຫາການຂັດແຍ່ງ ໃນພາກພື້ນຕາເວັນອອກກາງ ໄດ້ສົ່ງຜົນກະທົບໃນທົ່ວໂລກ, ລວມທັງ ສປປ ລາວ ແມ່ນໄດ້ຮັບຜົນກະທົບກ່ຽວກັບ ບັນຫານ້ຳມັນເຊື້ອໄຟ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນລາວໃນຂອບເຂດທົ່ວປະເທດ. ຕໍ່ກັບບັນຫາດັ່ງກ່າວ, ພັກ ແລະ ລັດຖະບານ ໄດ້ຮີບຮ້ອນແກ້ໄຂ, ຄົ້ນຄວ້າ, ປຶກສາຫາລືກັບຫລາຍພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະໄດ້ຄົ້ນຄວ້າ ແລະ ວາງນະໂຍບາຍຕ່າງໆ ເປັນຕົ້ນຫລຸດອາກອນຊົມໃຊ້, ນຳໃຊ້ບ້ວງເງິນກອງທຶນນ້ຳມັນຈຳນວນໜຶ່ງ ເພື່ອໄປດັດສົມລາຄານ້ຳມັນບໍ່ໃຫ້ສູງຂຶ້ນຫລາຍ, ຊອກຫາແຫລ່ງຊື້ນໍ້າມັນຈາກຫລາຍປະເທດ ເປັນຕົ້ນ ປະເທດໄທ, ສປ ຈີນ ແລະ ສສ ຫວຽດນາມ. ພ້ອມນີ້, ກໍໄດ້ແຕ່ງຕັ້ງຄະນະສະເພາະກິດ ໃນການແກ້ໄຂບັນຫານ້ຳມັນ, ອອກຄຳສັ່ງເລກທີ 40/ນຍ ວ່າດ້ວຍການເພີ່ມທະວີ ແກ້ໄຂບັນຫາຜົນກະທົບຈາກລາຄານ້ຳມັນເຊື້ອໄຟ, ໄດ້ຄົ້ນຄວ້ານະໂຍບາຍດ້ານການບໍລິຫານວຽກງານ ໂດຍການຜັດປ່ຽນກັນປະຈຳການ ແລະ ເຮັດວຽກທາງໄກຜ່ານລະບົບອອນລາຍ, ການກຳນົດນະໂຍບາຍສ້າງເສດຖະກິດ, ປັບປຸງຊີວິດການເປັນຢູ່ ແລະ ອື່ນໆ

ຂ່າວ-ພາບ: ກິດຕາ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article