ກ້ອນເດີນສວນສະໜາມກຳລັງກະຊວງ ປກສ ປະກອບສ່ວນເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ມີທັງໝົດ 6 ກ້ອນກໍາລັງ ຄື:ກ້ອນທຸງຊາດ-ທຸງພັກ,ກ້ອນ ທຸງໄຊ ປກສ, ກ້ອນກຳລັງຕຳຫຼວດ, ກ້ອນກຳລັງປ້ອງກັນເຄື່ອນທີ່, ກ້ອນກຳລັງປ້ອງກັນສູນກາງ ແລະ ກ້ອນກໍາລັງຕໍາຫຼວດຈະລາຈອນຍິງ ລວມກຳລັງພົນ ທັງໝົດ 926 ສະ ຫາຍ ຍິງ 145 ສະຫາຍ ແລະ ກ້ອນຢືນກຳລັງ ປກສ ເຊິ່ງເປັນກຳລັງທີ່ມາຈາກກົມກອງອ້ອມຂ້າງ ທັງໝົດ 400 ສະຫາຍ ຍິງ 200 ສະຫາຍ.
ກ້ອນກຳລັງ ປກສ 6 ກ້ອນ ທີ່ປະກອບສ່ວນເດີນສວນສະໜາມ ຄົບຮອບ 50 ປີ ມີເນື້ອໃນສຳຄັນ ຄື:
1.ກ້ອນທຸງຊາດ-ທຸງພັກ
2. ກ້ອນທຸງໄຊປ້ອງກັນຄວາມສະຫງົບ
3. ກ້ອນກໍາລັງປ້ອງກັນຄວາມສະຫງົບປະຊາຊົນ
4. ກ້ອນກຳລັງຕຳຫຼວດຈະລາຈອນເພດຍິງ
5. ກ້ອນກຳລັງປ້ອງກັນສູນກາງ
6. ກ້ອນກຳລັງປ້ອງກັນເຄື່ອນທີ່.








