ສຳນັກຂ່າວ CNBC ລາຍງານວ່າ ລັດຖະບານສະຫະລັດອາເມລິກາ ພາຍໃຕ້ປະທານາທິບໍດີ ໂດນານ ທຣຳ ໄດ້ປະກາດໃນວັນພຸດວ່າ ຈະເປີດການສອບສວນດ້ານການຄ້າຕໍ່ຈີນ, ເມັກຊິໂກ, ສະຫະພາບເອີຣົບ ແລະ ອີກກວ່າສິບປະເທດ ໂດຍມີເປົ້າໝາຍເພື່ອຫາແນວທາງນຳໃຊ້ມາດຕະການພາສີໃໝ່ ແທນ “ພາສີຕອບໂຕ້ (reciprocal tariffs)” ທີ່ສານສູງສຸດສະຫະລັດຫາກໍ່ຕັດສິນວ່າບໍ່ຊອບດ້ວຍກົດໝາຍ
ນາຍ ເຈມີສັນ ເກຣຍ ຜູ້ຕາງໜ້າການຄ້າສະຫະລັດ (USTR) ເປີດເຜີຍວ່າ ການສອບສວນດັ່ງກ່າວຈະດຳເນີນການພາຍໃຕ້ ມາດຕາ 301 ຂອງກົດໝາຍການຄ້າປີ 1974 ເຊິ່ງໃຫ້ອຳນາດສະຫະລັດໃນການເກັບພາສີສິນຄ້ານຳເຂົ້າຈາກປະເທດທີ່ຖືກມອງວ່າມີພຶດຕິກຳການຄ້າທີ່ບໍ່ເປັນທຳ
ມາດຕະການພາຍໃຕ້ມາດຕາ 301 ອາດຈະຖືກນຳມາໃຊ້ ແທນພາສີຕອບໂຕ້ ທີ່ລັດຖະບານທຣຳເຄີຍປະກາດເກັບກັບປະເທດຄູ່ຄ້າຈຳນວນຫຼາຍທົ່ວໂລກໃນປີກາຍ ໂດຍໃນຂະນະນັ້ນໄດ້ໃຊ້ອຳນາດຝ່າຍບໍລິຫານໂດຍບໍ່ໄດ້ຜ່ານການເຫັນດີຈາກລັດຖະສະພາ
ເກຣຍ ກ່າວວ່າ ນະໂຍບາຍການຄ້າຂອງປະທານາທິບໍດີທຣຳຍັງຄົງເດີມ ຄື “ການປົກປ້ອງວຽກງານຂອງຊາວອາເມລິກັນ ແລະ ຮັບປະກັນວ່າສະຫະລັດມີຄວາມສຳພັນທາງການຄ້າທີ່ເປັນທຳກັບປະເທດຄູ່ຄ້າ”
ການສອບສວນພາຍໃຕ້ມາດຕາ 301 ຈະມຸ່ງກວດສອບ ນະໂຍບາຍຫຼືແນວປະຕິບັດຂອງປະເທດຕ່າງໆ ທີ່ກ່ຽວຂ້ອງກັບກຳລັງການຜະລິດສ່ວນເກີນ (excess capacity) ໃນພາກການຜະລິດ ໂດຍສະເພາະໃນອຸດສາຫະກຳການຜະລິດສິນຄ້າ
ເກຣຍ ລະບຸວ່າ ສະຫະລັດເຊື່ອວ່າປະເທດຄູ່ຄ້າຫຼາຍແຫ່ງຍັງຄົງມີ ກຳລັງການຜະລິດທີ່ສູງເກີນຄວາມຕ້ອງການຂອງຕະຫຼາດໂລກ ເຊິ່ງບໍ່ສອດຄ່ອງກັບແຮງຈູງໃຈທາງເສດຖະກິດຕາມກົນໄກຕະຫຼາດ ແລະ ສົ່ງຜົນໃຫ້ເກີດ ດຸນການຄ້າເກີນດຸນຂະໜາດໃຫຍ່ຢ່າງຕໍ່ເນື່ອງ
ນອກຈາກຈີນ, ເມັກຊິໂກ ແລະ ສະຫະພາບເອີຣົບແລ້ວ ປະເທດທີ່ຖືກສອບສວນຍັງລວມເຖິງ ຍີ່ປຸ່ນ, ອິນເດຍ, ໄຕ້ຫວັນ, ຫວຽດນາມ, ເກົາຫຼີໃຕ້, ສິງກະໂປ, ສະວິດເຊີແລນ, ນໍເວ, ອິນໂດເນເຊຍ, ມາເລເຊຍ, ກຳປູເຈຍ, ບັງກລາເທດ ແລະ ໄທ
ເຂົາຍັງລະບຸອີກວ່າ ການສອບສວນພາຍໃຕ້ມາດຕາ 301 ອາດຂະຫຍາຍໄປຍັງປະເທດອື່ນເພີ່ມເຕີມໃນອະນາຄົດ ຫຼື ອາດມີການໃຊ້ເຄື່ອງມືດ້ານການຄ້າອື່ນໆ ມາເສີມ
ພາຍໃຕ້ຂະບວນການດັ່ງກ່າວ ສຳນັກງານຜູ້ຕາງໜ້າການຄ້າສະຫະລັດຈະເປີດຮັບ ຄຳຄິດເຫັນເປັນລາຍລັກອັກສອນຈາກພາກສ່ວນຕ່າງໆ ລວມທັງຈັດໃຫ້ມີການຮັບຟັງຄຳຄິດເຫັນ (hearing) ແລະ ຫາລືກັບປະເທດຄູ່ຄ້າທີ່ຢູ່ໃນການສອບສວນ




