ອີງຕາມແຈ້ງການຂອງລັດວິສາຫະກິດການບິນລາວ ລົງເມື່ອວັນທີ 10 ມີນາ2026, ເຖິງບັນດາພະແນກການ, ສາຂາພາຍໃນ, ສາຂາຕ່າງປະເທດ ແລະ ບັນດາຕົວແທນຂາຍປີ້ເຮືອບິນ ຂອງລັດວິສາຫະກິດ ການບິນລາວ ຊາບວ່າ: ນັບແຕ່ວັນທີ 11 ມີນາ 2026 ເປັນຕົ້ນໄປ, ການບິນລາວຈະໄດ້ປັບລາຄາຄ່າ ທໍານຽມນໍ້າມັນ (YQ) ຂຶ້ນ ເນື່ອງມາຈາກໄດ້ຮັບຜົນກະທົບຈາກສະພາບການຂຶ້ນລາຄານໍ້າມັນ ໃນຕະຫຼາດໂລກກໍ່ຄືໃນຕະຫຼາດພາກພື້ນ, ດັ່ງມີລາຍລະອຽດດັ່ງນີ້:
– ສໍາລັບ YQ ເສັ້ນທາງພາຍໃນປະເທດເພີ່ມຂຶ້ນຈາກ 200,000 ກີບ/ຖ້ຽວ ມາເປັນ 450,000 ກີບ/ຖ້ຽວ.
– ສໍາລັບ YQ ເສັ້ນທາງຕ່າງປະເທດເພີ່ມຂຶ້ນຈາກ 40.00 ໂດລາສະຫາລັດ/ຖ້ຽວ ມາເປັນ 60.00 ໂດລາສະ ຫາລັດ/ຖ້ຽວ.
– ສໍາລັບ YQ ເສັ້ນທາງ ວຽງຈັນ-ຄຸນມິງ ຫຼື ຄຸນມິງ-ວຽງຈັນ ແລະ ວຽງຈັນ-ກວາງໂຈ ຫຼື ກວາງໂຈ-ວຽງຈັນ ເພີ່ມຂຶ້ນຈາກ 45.00 ໂດລາສະຫາລັດ/ຖ້ຽວ ມາເປັນ 65.00 ໂດລາສະຫາລັດ/ຖ້ຽວ.
– ການຈັດຕັ້ງປະຕິບັດດັ່ງກ່າວ ສໍາລັບປີ້ເຮືອບິນທີ່ອອກນັບແຕ່ວັນທີ 11 ມີນາ 2026 ເປັນຕົ້ນໄປຈົນກວ່າ ຈະມີແຈ້ງການປ່ຽນແປງໃໝ່, ສ່ວນປີ້ເຮືອບິນທີ່ອອກກ່ອນ ວັນທີ 11 ມີນາ 2026 ແລະ ຕ້ອງການປ່ຽນ ມື້ເດີນທາງກໍ່ຕ້ອງໄດ້ເກັບຄ່າ YQ ເພີ່ມຕາມແຈ້ງການສະບັບນີ້.
– ສໍາລັບ YQ ເສັ້ນທາງ ວຽງຈັນ-ອິນຊອນ ຫຼື ອິນຊອນ-ວຽງຈັນ ເພີ່ມຂຶ້ນຈາກ 30.00 ໂດລາສະຫາລັດ/ຖ້ຽວ ມາເປັນ 65.00 ໂດລາສະຫາລັດ/ຖ້ຽວ ແລະ ເລີ່ມຈັດຕັ້ງປະຕິບັດນັບແຕ່ ວັນທີ 25 ມີນາ 2026 ເປັນຕົ້ນໄປ.





