16.5 C
Vientiane
ວັນທີ 22 January, 2026

ອຸດົມໄຊ ເຂົ້າຮ່ວມກອງປະຊຸມ ສາຍສຳພັນກົນໄກການຮ່ວມມື 4 ປະເທດ 10 ຝ່າຍ ເຂດຊາຍແດນ ຄັ້ງທີ 11

Must read

ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 25-27 ພະຈິກ 2025, ຄະນະຜູ້ແທນ ຈາກ ສປປ ລາວ ລວມມີ: ແຂວງອຸດົມໄຊ, ຫລວງນ້ຳທາ, ບໍ່ແກ້ວ, ຫລວງພະບາງ ແລະ ແຂວງຜົ້ງສາລີ ໃນນັ້ນ, ຄະນະຜູ້ແທນແຂວງອຸດົມໄຊ ນຳໂດຍ ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາຍສຳພັນກົນໄກການຮ່ວມມື 4 ປະເທດ 10 ຝ່າຍ ເຂດຊາຍແດນ ລະຫວ່າງ ຣາຊະອານາຈັກໄທ, ສປປ ລາວ, ສປ ຈີນ ແລະ ສະຫະພາບ ມຽນມາ ຄັ້ງທີ 11 ທີ່ເມືອງຊຽງແສນ ແຂວງຊຽງລາຍ ປະເທດໄທ.

ກອງປະຊຸມໄດ້ຍົກໃຫ້ເຫັນຜົນການຈັດຕັ້ງປະຕິບັດ ການພົວພັນຮ່ວມມື 4 ປະເທດ 9 ຝ່າຍ ຄັ້ງທີ 10 ທີ່ ສປ ຈີນ ໄລຍະຜ່ານມາ ກ່ຽວກັບວຽກງານການຮ່ວມມື ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການຍົກລະດັບໃນການອໍານວຍຄວາມສະດວກ ໃນການຜ່ານດ່ານ, ການຄ້າດ້ານສະບຽງອາຫານ ຈາກພືດພັນກະສິກໍາ ແລະ ຜະລິດຕະພັນໝາກໄມ້, ການເຊື່ອມໂຍງເຊື່ອມຈອດ, ການເຊື່ອມຕໍ່ກົນໄກໃນພາກພື້ນ, ວຽກງານການທ່ອງທ່ຽວ, ດ້ານສຶກສາ ແລະ ກະສິກໍາ. ກອງປະຊຸມດັ່ງກ່າວ ຍັງໄດ້ມີລົງນາມບົດບັນທຶກການຮ່ວມມືຮ່ວມກັນ ແລະ ພັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມ ອີກດ້ວຍ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article