
ຈາກການລາຍງານຂອງໜ່ວຍກູ້ໄພ 1623 ຊຽງຂວາງ ໃຫ້ຮູ້ວ່າ: ໃນວັນທີ 24/11/2025 ເວລາ 8 ໂມງ 30 ນາທີ ໜ່ວຍກູ້ໄພໄດ້ຮັບແຈ້ງເຫດວ່າ: ມີເຫດປືນລັ່ນໃສຕົວເອງ (ເສຍຊິວິດ) ຈຸດເກີດເຫດແມ່ນ ບ້ານ ໂພນສະຫວັນເໜືອ ເມືອງ ແປກ ແຂວງຊຽງຂວາງ. ໜ່ວຍງານກູ້ໄພ ອອກກວດສອບເຫດພົບເຫັນ (ຜູ້ເສຍຊິວິດໃນສະຖານທີ່ເກີດເຫດ 1 ຄົນ) ເປັນເພດຊາຍ ອາຍຸ82 ປີ, ສັນຊາດລາວ, ສະພາບເບື້ອງຕົ້ນຜູ້ເສຍຊິວິດມີບາດແຜບໍລິເວນຢູ່ທ້ອງ .
ໜ່ວຍກູ້ໄພ 1623 ຊຽງຂວາງ



