28 C
Vientiane
ວັນທີ 11 March, 2026

ເຊກອງ ຊີ້ແຈງກ່ຽວກັບການສະໜອງນໍ້າມັນທົ່ວແຂວງ

Must read

ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງເຊກອງ ໄດ້ຊີ້ແຈງຕໍ່ສື່ມວນຊົນ ໃນຕອນແລງວັນທີ 10 ມີນານີ້້ ກ່ຽວກັບສະພາບຄວາມເຄັ່ງຮ້ອນການສະໜອງນໍ້າມັນ ພາຍໃນແຂວງເຊກອງ ໃຫ້ຮູ້ວ່າ: ສະພາບການກ່ອນໜ້ານີ້ ແຂວງເຊກອງ ມີບໍລິສັດນໍາເຂົ້າ 7 ບໍລິສັດ ເປັນຜູ້ນໍາເຂົ້້ານໍ້າມັນເຊື້ອໄຟ ໂດຍມີປໍ້າຕົວແທນຈໍາໜ່າຍທົ່ວແຂວງ 32 ປໍ້າ, ເປີດ 7 ປໍ້າ. ໃນນີ້, ເມືອງທ່າແຕງ ມີ 13 ປໍ້າ, ເປີດ 2 ປໍ້າ, ລະມາມ 13 ປໍ້າ, ເປີດ 5 ປໍ້າ, ດາກຈຶງ 4 ປໍ້າ (ປິດ) ແລະ ເມືອງກະລຶມ 2 ປໍ້າ (ປິດ) ລໍຖ້າການສະໜອງນໍ້າມັນ.

ທ່າມກາງສະພາບຄວາມເຄັ່ງຮ້ອນດັ່ງກ່າວ, ອົງການປົກຄອງແຂວງ ກໍຄືຂະແໜງການອຸດສາຫະກໍາ ແລະ ການຄ້າ ແຂວງ ບໍ່ໄດ້ນິ້ງນອນໃຈ ກໍໄດ້ຕິດຕາມ ກວດກາ ເລີ່ມແຕ່ວັນທີ 3 ມີນາ ເປັນຕົ້ນມາ ເຫັນວ່າ: ມີສະພາບການບໍ່ປົກກະຕິ, ລາຄານໍ້າມັນມີການເໜັງຕີງ (ປັບລາຄາຂຶ້ນ), ບັນດາປໍ້ານໍ້າມັນ ມີການເປີດ-ປິດ, ໃນສະພາບເຄັ່ງຮ້ອນຄືແນວນັ້ນ, ກະຊວງອຸດສາຫະກໍາ ແລະການຄ້າ ກໍຄືກົມການຄ້າພາຍໃນ ໄດ້ຊີ້ນໍາຂັ້ນທ້ອງຖິ່ນ ກໍຄືບັນດາແຂວງ, ເມືອງ ໂດຍການລົງຕິດຕາມຢ່າງໃກ້ຊິດຕິດແທດ ເພື່ອແກ້ໄຂບັນຫາຢ່າງຮີບດ່ວນ; ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການຈັດຕັ້ງປະຕິບັດໜ້າທີ່ ຂອງພາກລັດ ຊຶ່ງຈະມີກຸ່ມການປະສານງານຂັ້ນສູນກາງ ຕິດຕາມຄຸ້ມຄອງຂັ້ນທ້ອງຖິ່ນ ກໍຄືຂັ້ນແຂວງ, ຂັ້ນເມືອງ ແລະ ກຸ່ມບັນດາທຸລະກິດຊື້-ຂາຍນໍ້າມັນທົ່ວແຂວງ ໄດ້ມີການສົມທົບ-ປະສານງານ ເພື່ອລາຍງານອົງການປົກຄອງແຂວງ ແລະ ກົມການຄ້າພາຍໃນ ໃນແຕ່ລະວັນ, ໂດຍສາເຫດທີ່ປໍ້າເປີດ ແລະ ປິດ ບໍ່ໝາຍຄວາມວ່າຈະປິດຖາວອນ ແຕ່ປິດ ເພື່ອລໍຖ້າການລໍາລຽງຂົນສົ່ງນໍ້າມັນມາຮອດປໍ້າ ຊຶ່ງມີຄວາມຊັກຊ້າ ບໍ່ທ່ວງທັນກັບຄວາມຕ້ອງການ ແລະ ແຕ່ລະປໍ້າ ຈະມີການສະຫຼັບສັບປ່ຽນກັນເປີດ-ປິດ ໂດຍອີງໃສ່ການດູນນໍ້າມັນ ຈາກບັນດາບໍລິສັດນໍາເຂົ້າມາໃຫ້ປໍ້າຕົວແທນພາຍໃນແຂວງ, ແຕ່ໃນປັດຈຸບັນ ເຫັນວ່າ ການສະໜອງນໍ້າມັນພາຍໃນແຂວງ ແມ່ນມີພໍໃຊ້ໃນແຕ່ລະວັນ, ການສະໜອງນໍ້າມັນແມ່ນບໍ່ໄດ້ຂາດ; ນອກນັ້ນ, ກໍຈະມີການອັບເດດຂໍ້ມູນຂ່າວສານຜ່ານສືື່ຂອງແຂວງເຊກອງ ເພື່ອໃຫ້ປະຊາຊົນບັນດາເຜົ່າ ຮັບຮູ້ຂໍ້ມູນທີ່ມີມູນຄວາມຈິງວ່າ: ປໍ້າໃດມີນໍ້າມັນ ? ເຮົາຈະຊື້ື້ນໍ້າມັນໄດ້ຢູ່ປໍ້ານັ້ນໆ ຂອງແຂວງ, ຂອງເມືອງໄດ້.

ຕໍ່ກັບສະພາບຫາງສຽງສັງຄົມ ກໍຄື ປະຊາຊົນບັນດາເຜົ່າ ທີ່ມີຄວາມກັງວົນ ຢ້ານຈະຂາດແຄນນໍ້າມັນນັ້ນ ແລ ໄປຊື້ນໍ້າມັນກັກໄວ້ຈໍານວນຫຼາຍ. ເພື່ອບໍ່ໃຫ້ເກີດເຫດການດັ່ງກ່າວນັ້ນ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ກໍຄືຫ້ອງການອຸດສາຫະກໍາ ແລະ ການຄ້າແຕ່ລະເມືືອງ ໄດ້ມີການລົງປະຈໍາຢູ່ບັນດາປໍ້າໃນເທສະບານ ເພື່ອຕິດຕາມກວດກາຕົວຈິງ, ຕິດຕາມກ່ຽວກັບລາຄາ, ການຊົມໃຊ້ ພ້ອມທັງຕິດຕາມການຈໍາໜ່າຍເຂົ້າ-ອອກແຕ່ລະຄັ້ງ ແລະ ຖ້າປໍ້າ ທີ່ມີການປິດການຈໍາໜ່າຍ, ເຈົ້າໜ້າທີ່ ໄດ້ມີການວັດແທກກວດເຊັກນໍ້າມັນຄັກແນ່ ເພື່ອໃຫ້ແນ່ໃຈວ່າ ປໍ້າດັ່ງກ່າວບໍ່ມີນໍ້າມັນຈໍາໜ່າຍແທ້ໆ. ເພື່ອຫຼີກລຽງການກັກຕຸນນໍ້າມັນ.

ໂອກາດນີ້, ທ່ານ ນາງ ວິລະຄອນ ບັນທະເວີ ໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ໃຫ້ມີສະຕິໃນການຕິດຕາມຂໍ້ມູນຂ່າວສານ ເພື່ອບໍ່ໃຫ້ເກີດມີຄວາມວິຕົກກັງວົນວ່າຈະຂາດແຄນນໍ້າມັນນໍາໃຊ້ ເພາະມາຮອດປັດຈຸບັນ, ແຂວງເຊກອງເຮົາ ກໍຍັງມີນໍ້າມັນສະໜອງໃຫ້ປະຊາຊົນໄດ້ຊົມໃຊ້ຢູ່, ພຽງແຕ່ວ່າ: ລາຄານໍ້າມັນ ອາດຈະມີການເໜັງຕີງ ຂຶ້ນ-ລົງຕາມລາຄາຂອງຕະຫຼາດໂລກ, ພ້ອມນີ້ ທາງພະແນກອຸດສະຫາກຳ ແລະ ການຄ້າແຂວງ ກໍໄດ້ມີການແຈ້ງຜ່ານສື່ທີ່ເປັນທາງການ ຂອງແຂວງ ເປັນຕົ້ນ: (ເຟສບຸກ ຂ່າວເຊກອງ, ວິທະຍຸ-ໂທລະພາບ) ເຖິງການເຄື່ອນໄຫວຂອງບັນດາປໍ້ານໍ້າມັນ ທີ່ມີການເປີດຈໍາໜ່າຍໃນແຕ່ລະວັນ. ຈາກນັ້ນ ພວກເຮົາໄດ້ມີການລາຍງານໃຫ້ສູນກາງຮັບຊາບ ເພື່ອແກ້ໄຂສະພາບການດັ່ງກ່າວ; ຂໍໃຫ້ປະຊາຊົນຊາວແຂວງເຊກອງ ເຊື່ອໝັ້ນຕໍ່ການນໍາພາ-ຊີ້ນໍາ ຂອງພາກລັດພວກເຮົາ.

(ຂ່າວ: ພຸດທະສອນ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article