ໃນຕອນເຊົ້າວັນທີ 10 ມີນາ 2026 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດໃຫ້ບໍລິການແລ່ນລົດເມ BRT ຢ່າງເປັນທາງການ ບໍ່ເກັບເງິນ ເລີ່ມ 10 ມີນາ ຫາ 9 ພຶດສະພາ 2026.

ໃນພິທີ, ທ່ານ ຄໍາພັນ ວັນທະນາ ຫົວໜ້າໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ກ່າວວ່າ: ໂດຍໄດ້ຮັບການມອບໝາຍ ຈາກກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ຮັບຜິດຊອບພິທີເປີດບໍລິການແລ່ນທົດລອງລົດເມ BRT ໃນຄັ້ງນີ້.

ລະບົບລົດ ເມດ່ວນ BRT ຢູ່ນະຄອນຫຼວງວຽງຈັນ ໄດ້ຮັບການອອກແບບລະດັບສາກົນ, ມີຈຸດປະສົງຍົກລະດັບຄຸນນະພາບລະບົບຂົນສົ່ງສາທາລະນະ ແນໃສ່ແກ້ໄຂບັນຫາການສັນ ຈອນແອອັດ,ອຸບັດຕິເຫດຕາມທ້ອງຖະໜົນ ທັງເປັນການສົ່ງເສີມສະພາບແວດລ້ອມຕົວເມືອງ ຢູ່ນະຄອນຫຼວງວຽງຈັນ.
ສະນັ້ນ, ໃນປີ 2014 ລັດຖະບານ ຈິ່ງໄດ້ຮັບຮອງເອົາໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ໂດຍໄດ້ຮັບທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າ ຈາກອົງ ການຈັດຕັ້ງສາກົນ ເພື່ອຈັດຕັ້ງປະຕິບັດໂຄງການ.

ການກໍ່ສ້າງພື້ນຖານໂຄງລ່າງສໍາລັບລົດເມ BRT; ການສະໜອງພາຫະນະ, ອຸປະກອນ ລວມທັງ ລະບົບຄວບຄຸມບັນຊາ ການແລ່ນລົດເມ BRT ໄດ້ເລີ່ມໃນຕົ້ນປີ 2024, ປັດຈຸບັນ ແມ່ນສຳເລັດ 100%.

ເພື່ອຮັບປະກັນການບໍລິການເຕັມຮູບແບບໃນມໍ່ໆນີ້, ການນໍານະຄອນຫຼວງວຽງຈັນ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ຈຶ່ງເປັນເອກະພາບສູງເປີດບໍລິການແລ່ນທົດລອງລົດເມດ່ວນ BRT (ບໍ່ເກັບເງິນ) ເປັນເວລາ 2 ເດືອນ (ວັນທີ 10 ມີນາ 2026 ຫາວັນທີ 9 ພຶດສະພາ 2026) ລາຍລະອຽດດັ່ງນີ້:
1. ເວລາການໃຫ້ບໍລິການ: ວັນຈັນ-ວັນອາທິດ ເລີ່ມແຕ່ 06:00 ໂມງ ຫາ 22:00 ໂມງ; ໃນຊົ່ວໂມງຮີບດ່ວນ, ຊ່ວງເຊົ້າ ເວລາ 06:00ໂມງ – 09:00ໂມງ, ຊ່ວງແລງ ເວລາ 16:00ໂມງ – 18:00ໂມງ ຄວາມຖີ່ຂອງຖ້ຽວລົດ ຈະຢຸດຮັບ-ສົ່ງໂດຍສານຢູ່ແຕ່ລະສະຖານີ ແມ່ນລະຫວ່າງ 6-7 ນາ ທີ ແລະ ໃນຊົ່ວໂມງປົກກະຕິ ຄວາມຖີ່ຂອງຖ້ຽວລົດ ຈະຢຸດຮັບ-ສົ່ງໂດຍສານຢູ່ແຕ່ລະສະຖານີແມ່ນ 10-15 ນາທີ. ຜູ້ໃຫ້ບໍລິການ ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ແລະ ບໍລິສັດ ເພັດອາລຸນ ຂົນສົ່ງສິນຄ້າ-ໂດຍສານ ທັງພາຍໃນ ແລະ ຕ່າງປະເທດ ຈຳກັດ.
2. ສາຍທາງ ແລະ ຈຸດສະຖານີ: ເລີ່ມຈາກສະຖານີດົງໂດກ (ໜ້າມະຫາວິທະຍາໄລແຫ່ງຊາດ) ຫາ ສະຖານີ ຕະຫຼາດເຊົ້າ ແລ່ນເຂົ້າ-ອອກຕົວເມືອງ ເຊິ່ງຈະຜ່ານທັງໝົດ 19 ສະ ຖານີ ຄື: ດົງໂດກ (ມຊ) > ເຮືອນພັກຊີເກມ > ຊ້າງຄູ້ >ສະພັງເມິກ > ທາງ 450 ປີ > ທະນາຄານສົ່ງເສີມກະສິກຳ > ທະນາຄານພົງສະຫວັນ > ພະຂາວ > ວິວມໍ > ໂຮງຮຽນ SOS > ຫໍພິພິຕະພັນໄກສອນພົມວິຫານ > ສູນ ICTC > ໂພນພະເນົາ > ໂພນເຄັງ > ຫໍພິພິດຕະພັນປ້ອງກັນຄວາມສະຫງົບ >ໂພນສະອາດ > ປະຕູໄຊ > ທາດຝຸ່ນ > ຕະຫຼາດເຊົ້າ ແລ່ນເຂົ້າມາ ແລະ ກໍ່ແລ່ນວຽນກັບຄືນ.
ກ່ຽວກັບຂໍ້ຫ້າມ ແລະ ຂໍ້ຍົກເວັ້້ນການນໍາໃຊ້ເລນສະ ເພາະ ລົດເມ BRT:
– ໃນຊ່ວງເວລາລົດເມດ່ວນ BRT ໃຫ້ບໍລິການ, ຫ້າມຜູ່ຂັບຂີ່ຍານພາຫະນະປະເພດອື່ນໆ ຂັບຂີ່ເຂົ້າໃນເລນສະເພາະຂອງລົດເມດ່ວນ BRT; ຜູ້ທີ່ລະເມີດ ຈະຖືຶກຕັກເຕືອນ ແລະ ປັບໄໝ ຕາມລະບຽບການ.
– ຂໍ້ຍົກເວັ້ນສຳລັບຍານພາຫະນະທີ່ສາມາດເຂົ້າແລ່ນ ຫຼື ນໍາໃຊ້ເລນ ສະເພາະລົດເມ BRT ປະກອບມີ: ລົດສຸກເສີນໂຮງໝໍ (Ambulance), ລົດກູ້ໄພ, ລົດດັບເພີງ ແລະ ລົດຂະບວນທາງລັດຖະການ ທີ່ມີລົດຕໍາຫຼວດຈະລາຈອນນໍາທາງ ແລະ ລົດຂະບວນທາງການອື່ນ ທີ່ໄດ້ຖືກຮັບຮອງຢ່າງເປັນທາງການຂອງອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ຮັບຮອງເປັນແຕ່ລະກໍລະນີສະເພາະໃນໄລຍະເວລາທີ່ແນ່ນອນ;
– ອະນຸຍາດໃຫ້ຜູ່ຂັບຂີ່ພາຫະນະປະເພດອື່ນໆ ທີ່ຈຳເປັນນຳໃຊ້ເລນລົດ BRT ໃນຊ່ວງເວລາ 22:01-05:59 ໂມງ, ຕ້ອງໃຫ້ຮັບປະກັນຄວາມປອດໄພ, ຖ້າເກີດອຸບປະຕິເຫດ ໃນຂອບເຂດສະຫງວນຂອງສະຖານີ BRT ເຮັດໃຫ້ຊັບສິນຂອງລັດເສຍຫາຍ, ຜູ້ກ່ຽວຈະຖືກປັບໄໝ 10% ຂອງມູນຄ່າທີ່ເສຍຫາຍ ແລະ ຮັບຜິດຊອບ ໃຊ້ແທນຕາມມູນຄ່າເປ່ເພ ເສຍຫາຍຕົວຈິງ.

ດັ່ງນັ້ນ, ຈິ່ງຂໍເຊີນຊວນ ມາຍັງທຸກພາກສ່ວນຂອງສັງ ຄົມ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກທຸລະກິດ, ນັກຮຽນ-ນັກສຶກສາ ແລະ ພໍ່-ແມ່ປະຊາຊົນບັນດາເຜົ່າ, ພົນລະເມືອງລາວ, ຕ່າງດ້າວ ຜູ້ມາເຄື່ອນໄຫວດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ ຫັນມານໍາໃຊ້ລົດຂົນສົ່ງສາທາລະນະໃນການເດີນທາງໃຫ້ຫຼາຍຂຶ້ນ ແລະ ເອົາໃຈໃສ່ເປັນພິເສດ ຕໍ່ບັນດາທິດທາງການສັນຈອນທີ່ໄດ້ຮັບຮອງຄືນໃໝ່ຈຳນວນໜຶ່ງ ຢູ່ໃນເຂດໃຈກາງຕົວເມືອງນະຄອນຫຼວງວຽງຈັນ.

ຂ່າວ: ບຸນພະຈັນ




