
ພາຍຫຼັງໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍໄດ້ເຊັນສັນຍາກາງເດືອນຕຸລາ ແລະ ມາຮອດທ້າຍເດືອນຕຸລາ 2025 ບໍລິສັດ ຜູ້ພັດທະນາກໍຄືກຸ່ມບໍລິສັດ ນໍ້າທາກໍ່ສ້າງ-ຂົວ-ທາງ ຈຳກັດຜູ້ດຽວ ໄດ້ສົ່ງທີມງານພ້ອມດ້ວຍເຄື່ອງກົນຈັກເຂົ້າປະຈຳຢູ່ພາກສະໜາມແລ້ວໃນຊ່ວງທີ 2 ມີໄລຍະທາງຍາວທັງໝົດ 203,8 ກິໂລແມັດ ຈາກເມືອງປາກຊັນຫາຊາຍແດນລາວ-ຫວຽດນາມ ເຂດເມືອງໄຊຈຳພອນ ແຂວງບໍລິຄຳໄຊ.

ທ່ານ ຫຼຽນທອງ ວົງຫາຈັກ ຮອງຫົວໜ້າໂຄງການກໍ່ສ້າງທາງດ່ວນວຽງຈັນ-ຮ່າໂນ້ຍ ຊ່ວງ 1 ແລະ ຊ່ວງ 2 ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ:ປັດຈຸບັນບໍລິສັດຜູ້ພັດທະນາໄດ້ມີຄວາມກະຕືລືລົ້ນຈັດຕັ້ງປະຕິບັດໂຄງການໂດຍໄດ້ເລີ່ມນຳເອົາກົນຈັກເຂົ້າມາປະຈຳຢູ່ໃນແຕ່ລະຈຸດ ເພື່ອລົງມືກໍ່ສ້າງໃຫ້ສຳເລັດຕາມແຜນການທີ່ວາງໄວ້ ເຊິ່ງບໍລິສັດມີແຜນກໍ່ສ້າງໂຄງການໃຫ້ສຳເລັດພາຍໃນ 4 ປີກໍຄືປີ 2029 ໂດຍໄດ້ວາງແຜນລົງມື 3 ໜ້າວຽກໃຫຍ່ໄປພ້ອມກັນເຊັ່ນ:ວຽກດິນ-ວຽກໂຄງສ້າງຈະເອົາກົນຈັກເຂົ້າທຸກໄລຍະທາງຍາວ 10-20 ກິໂລແມັດຕະຫຼອດເສັ້ນທາງ ວຽກກໍ່ສ້າງຂົວຂ້າມຈະໄດ້ລົງມືໄປທຸກຂົວພ້ອມກັນ ແລະ ວຽກປູໜ້າທາງດ້ວຍເບຕົງຈະໄດ້ລົງມືຢູ່ເຂດທົ່ງພຽງຈຸດທີ່ວຽກດິນສຳເລັດແລ້ວ ສ່ວນການກໍ່ສ້າງຕົວຈິງຈະໄດ້ເຮັດທັງເວັ້ນ ແລະ ຄືນ ໂດຍຈະນຳເອົາແຮງງານຕ່າງປະເທດມາຊ່ວຍເພື່ອໃຫ້ມີປະສິດທິພາບສູງ.

ໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍຊ່ວງ 2 ມີຄວາມສຳຄັນ ແລະ ສອດຄ່ອງຕາມທິດເຊື່ອມໂຍງເຊື່ອມຈອດຂອງປະເທດລາວ ຕັ້ງຢູ່ໃຈກາງລະຫວ່າງປະເທດຫວຽດນາມ ແລະ ປະເທດໄທ ເຊິ່ງຢູ່ແນວທາງຜ່ານການຂົນສົ່ງຂະໜາດໃຫຍ່ຂອງໂລກຕາເວັນຕົກປະເທດອິນເດຍ ຢູຣົບ ແລະ ອາຊຽນ ແລະ ໂລກຕາເວັນອອກປະເທດຈີນ ສເກົາຫຼີ ຍີ່ປຸ່ນ ການຂົນສົ່ງຜ່ານມາສ່ວນໃຫຍ່ໄປທາງທະເລຜ່ານທ່າເຮືອສິງກະໂປ ແຕ່ລະປີມີເຮືອຂົນສົ່ງຜ່ານເສັ້ນທາງນີ້ປະມານ 100.000 ລຳ ມີມູນຄ່າຂົນສົ່ງປະມານ 1.000 ຕື້ໂດລາສະຫະລັດ ເມື່ອເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ ຊ່ວງ 2 ກໍ່ສ້າງສຳເລັດຈະເຮັດໃຫ້ການຂົນສົ່ງທາງນ້ຳມາເລືອກໃຊ້ທາງບົກຫຼາຍຂຶ້ນ ເພາະເສັ້ນທາງບົກຈາກທ່າເຮືອລະນອງ ປະເທດໄທຫາທ່າເຮືອຮົງກົງມີຄວາມຍາວປະມານ 3.000 ກິໂລແມັດ ສັ້ນກວ່າທາງທະເລປະມານ 1.000 ກິໂລແມັດ ເພາະທາງທະເລອອກຈາກທ່າເຮືອລະນອງຜ່ານສິງກະໂປຫາຮົງກົງມີຄວາມຍາວປະມານ 4.000 ກິໂລແມັດ ສິ່ງສຳຄັນການຂົນສົ່ງທາງບົກຈະໃຊ້ເວລາໜ້ອຍ ສິນຄ້າປອດໄພ ປັດຈຸບັນເສັ້ນທາງດັ່ງກ່າວຢູ່ປະເທດໄທ ແລະ ຫວຽດນາມເລີ່ມມີທາງລົດໄຟ ແລະ ທາງດ່ວນມາລໍຢູ່ຊາຍແດນລາວແລ້ວ ລໍຖ້າແຕ່ທາງດ່ວນວຽງຈັນ-ຮ່າໂນ້ຍຊ່ວງ 2 ແລ້ວ ປະເທດລາວຈະໄດ້ຍຸດທະສາດຫຼາຍດ້ານເຊັ່ນ:ດ້ານເສດຖະກິດຈະມີລາຍໄດ້ເພີ່ມຂຶ້ນຫຼາຍ 1.000 ລ້ານໂດລາຕໍ່ປີ ຈາກການດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ການ ທ່ອງທ່ຽວ ແລະ ການບໍລິການອື່ນໆ ລວມທັງດ້ານຄວາມໝັ້ນຄົງຈະໄດ້ຍົກບົດບາດຂອງປະເທດລາວຕໍ່ວຽກງານການຂົນສົ່ງສູງຂຶ້ນ.





