ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ວັນສະຖາປະນາ ສປປ ລາວ 2 ທັນວາ 1975 ເປັນວັນທີ່ມີຄວາມໝາຍສໍາຄັນຂອງຊາດລາວ, ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວ ແລະ ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະລະພາບ, ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ.

ທ່ານ ວານີດາ ຫອມສົມບັດ ປະທານ ບໍລິສັດ ຫອມສົມບັດ ກໍ່ສ້າງຂົວ-ທາງ ແຂວງອັດຕະປື ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 26 ພະຈິກ 2025 ເນື່ອງໃນໂອກາດກະກຽມສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ຊຶ່ງໄດ້ໃຫ້ທັດສະນະວ່າ: ຕະຫລອດໄລຍະຫລາຍປີທີ່ຜ່ານມາ ເຫັນໄດ້ປະເທດຊາດຂອງເຮົາ ແມ່ນມີການພັດທະນາ, ມີຄວາມຈະເລີນຮຸ່ງເຮືອງ ອັນເຫັນໄດ້ປະຈັກຕາ ດ້ານພື້ນຖານໂຄງລ່າງ ຖະໜົນຫົນທາງ ແຕ່ເໜືອຮອດໃຕ້ ແຕ່ຕົວເມືອງຫາຊົນນະບົດ ແມ່ນສັນຈອນໄປ-ມາໄດ້ສະດວກສະບາຍ, ລະບົບໄຟຟ້າ, ນໍ້າປະປາ ລວມທັງເຄືອຂ່າຍໂທລະຄົມມະນາຄົມ ກໍເຫັນວ່າໄດ້ຮັບການຂະຫຍາຍ ໃຫ້ປະຊາຊົນໄດ້ຊົມໃຊ້ມີຄວາມສະບາຍຂຶ້ນ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນ ໄດ້ເຂົ້າເຖິງການສຶກສາ ແລະ ສາທາລະນະສຸກ. ອັນທີ່ພົ້ນເດັ່ນພວກເຮົາເຫັນໄດ້ວ່າ ປະເທດຊາດ ແມ່ນມີຄວາມສະຫງົບດີ ປະຊາຊົນບັນດາເຜົ່າ ສະດວກສະບາຍ ໃນການທໍາມາຫາກິນ, ນີ້ໄດ້ສະແດງໃຫ້ເຫັນວ່າ ພັກ-ລັດເຮົາ ຍາມໄດ້ກໍເອົາໃຈໃສ່ຕໍ່ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມສະເລີນ ແລະ ສີວິໄລ.

ທ່ານ ວານີດາ ຫອມສົມບັດ ກ່າວຕື່ມວ່າ: ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໃກ້ຈະມາເຖິງນີ້ ໃນນາມປະຊາຊົນຜູ້ໜຶ່ງ ຂໍອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ສືບຕໍ່ນໍາພາ-ຊີ້ນໍາ ການສ້າງສາ ແລະ ພັດທະນາ ປະເທດຊາດ ກ້າວສູ່ຄວາມຈະເລີນ ແລະ ສີວິໄລ.
ຂ່າວ: ສິດຕິພອນ



