28 C
Vientiane
ວັນທີ 10 March, 2026

ປກສ ເມືອງໝື່ນ ສຶກສາອົບຮົມກຸ່ມແກັງດັດແປງເຕັກນິກ ແລະ ຂີ່ລົດໄວ

Must read

ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ຕຳຫລວດ ກອງບັນຊາການ ປກສ ເມືອງໝື່ນ ແຂວງວຽງຈັນ ໄດ້ສຶກສາອົບຮົມກຸ່ມແກັງຂີ່ລົດໄວ ໃຊ້ສຽງດັງ ແລະ ດັດແປງສະພາບເຕັກນິກລົດ ໃນວັນທີ 4 ມີນາ 2026 ໂດຍມີທ່ານ ພັທ ຄຳປະສົງ ສະເໜ່ຫາ ຫົວໜ້າພະແນກຕຳຫລວດ, ທ່ານ ພັຕ ສິລິວັນ ສີອັກຄະສອນ ຮອງຫົວໜ້າພະແນກຕຳຫລວດ ຫົວໜ້າກອງຈະລາຈອນ ພ້ອມດ້ວຍພະນັກງານວິຊາສະເພາະ, ພໍ່ແມ່ຜູ້ປົກຄອງ ແລະ ຜູ້ທີ່ຖືກສຶກສາອົບຮົມເຂົ້າຮ່ວມ.

ທ່ານ ພັຕ ສິລິວັນ ສີອັກຄະສອນ ໄດ້ຜ່ານລະບຽບກົດໝາຍຕ່າງໆ, ພ້ອມທັງ ສຶກສາອົບຮົມນັກຂັບຂີ່ທີ່ດັດແປງສະພາບເຕັກນິກລົດ ໂດຍອີງໃສ່ນະໂຍບາຍຂອງພັກ, ລະບຽບຂອງລັດ ເພື່ອໃຫ້ຜູ້ກ່ຽວເອົາໃຈໃສ່ ແລະ ມີສະຕິຕໍ່ການຂັບຂີ່ຕາມທ້ອງຖະໜົນໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ ເຮັດໃຫ້ການເກີດອຸບັດເຫດຫລຸດໜ້ອຍຖອຍລົງໄປເທື່ອລະກ້າວ, ໂດຍໃຫ້ຜູ້ທີ່ຖືກສຶກສາອົບຮົມ ຢຸດເຊົ່າການດັດແປງສະພາບເຕັກນິກລົດ ການເຄື່ອນໄຫວຕ່າງໆທີ່ຜິດກົດໝາຍ. ພ້ອມນີ້, ຍັງໃຫ້ນັກຂັບຂີ່ມ້າງອາໄຫລ່ ທີ່ມີການດັດແປງສະພາບເຕັກນິກລົດຈັກອອກ ແລ້ວເອົາອາໄຫລ່ໃໝ່ມາປະກອບໃສ່ຄືນໃຫ້ຖືກຕ້ອງ, ສ່ວນອາໄຫລ່ທີ່ຖືກປ່ຽນເຈົ້າໜ້າທີ່ໄດ້ເກັບຮັກສາໄວ້ຢູ່ສາງກອງບັນຊາການ ປກສ ເມືອງ.

ພ້ອມນີ້, ເຈົ້າໜ້າທີ່ວິຊາສະເພາະຍັງໄດ້ເຮັດບົດບັນທຶກເພື່ອບໍ່ໃຫ້ຜູ້ກ່ຽວກັບມາກະທຳຜິດອີກ ພ້ອມທັງມອບຜູ້ກ່ຽວ ແລະ ລົດຈັກຈຳນວນ 15 ຄັນ ຄືນໃຫ້ພໍ່ແມ່ຜູ້ປົກຄອງນຳໄປສຶກສາອົບຮົມ ແລະ ສ້ອມແປງລົດຄັນດັ່ງກ່າວກັບສູ່ສະພາບເດີມຕື່ມອີກ.

ຂ່າວ-ພາບ: ວັນນາ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article