ວັນທີ 3 ມີນາ 2026 ທ່ານ ຈັນທະບູນ ສຸກອາລຸນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນໍາພາຄະນະ ລົງຕິດຕາມ-ກວດກາ ປໍ້ານໍ້າມັນຢູ່ຕາມຈຸດຕ່າງໆ ແລະ ບັນດາປໍ້າ ທີ່ຢຸດໃຫ້ບໍລິການຢ່າງຜິດປົກກະຕິ.

ການລົງກວດກາຄັ້ງນີ້, ແມ່ນເພື່ອກວດກາ-ຕິດຕາມການໃຫ້ບໍລິການ ວ່າມີການກັກຕຸນນໍ້າມັນ ຫລື ປິດປໍ້າໂດຍພາລະການ, ພ້ອມທັງກວດສອບຕົວຈິງວ່າປໍ້າທີ່ປິດນັ້ນ ມີນໍ້າມັນເຫລືອຢູ່ໃນສາງ ຫລື ບໍ່? ຖ້າພົບວ່າມີນໍ້າມັນ, ແຕ່ເຈດຕະນາປິດເພື່ອເກັງກໍາໄລ, ຕ້ອງສັ່ງໃຫ້ເປີດບໍລິການທັນທີ.

ສໍາລັບມາດຕະການເດັດຂາດ ຕໍ່ຜູ້ປະກອບການທີ່ລະເມີດ ແລະ ບໍ່ປະຕິບັດຕາມລະບຽບການ, ທາງເຈົ້າໜ້າທີ່ການຄ້າ ຈະດຳເນີນການເຮັດບົດບັນທຶກ ແລະ ພິຈາລະນາຖອນໃບອະນຸຍາດດໍາເນີນທຸລະກິດ ໂດຍບໍ່ມີຂໍ້ຍົກເວັ້ນ. ທັງນີ້, ກໍ່ເພື່ອຮັບປະກັນໃຫ້ນໍ້າມັນມີຄຸນນະພາບໄດ້ຜ່ານກວດສອບ ແລະ ມາດຕະ ຖານການວັດແທກໄປພ້ອມໆກັນ ເພື່ອໃຫ້ໝັ້ນໃຈວ່າ: ປະຊາຊົນໄດ້ໃຊ້ນໍ້າມັນທີ່ມີຄຸນນະພາບ ແລະ ເຕັມລິດ.

ການລົງເຄື່ອນໄຫວຕິດຕາມ-ກວດກາໃນຄັ້ງນີ້ ແມ່ນໜ້າທີ່ຂອງພວກເຮົາ ທີ່ຈະຮັບປະກັນໃນການຄຸ້ມຄອງການນຳເຂົ້າ, ການແຈກຍາຍ ແລະ ການຕິດຕາມການໃຫ້ບໍລິການຂອງຫົວໜ່ວຍທຸລະກິດ ແລະ ພ້ອມທີ່ຈະໃຊ້ມາດຕະການຂັ້ນເດັດຂາດກັບຜູ້ທີ່ສ້າງຄວາມປັ່ນປ່ວນຕໍ່ເສດຖະກິດ ແລະ ສັງຄົມ ໃນສະ ພາບປະຈຸບັນນີ້.




