33 C
Vientiane
ວັນທີ 4 March, 2026

LXML ຮ່ວມກັບ ຄຊກລ ມອບໃບປະກາດໃຫ້ນັກວິຊາການເກັບກູ້ລະເບີດຊຸດໃໝ່ ເພື່ອຍົກລະດັບຄວາມປອດໄພ ແລະ ພັດທະນາສີມືແຮງງານທ້ອງຖິ່ນ

Must read

ວັນທີ 27 ກຸມພາ 2026 ຢູ່ທີ່ພາກສະໜາມ ບໍ່ຄຳ-ທອງ ເຊໂປນ, ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈຳກັດ (LXML) ໄດ້ຈັດພິທີມອບໃບປະກາດໃຫ້ແກ່ນັກວິຊາການເກັບກູ້ລະເບີດບໍ່ທັນແຕກ (UXO) ຂັ້ນ 1 ຈຳນວນ 20 ທ່ານ ທີ່ສຳເລັດການຝຶກອົບຮົມ. ພິທີດັ່ງກ່າວເຂົ້າຮ່ວມໂດຍການເປັນປະທານຂອງ ທ່ານ ບຸນເພັງ ສີສະຫວັດ, ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) ແລະ ທ່ານ ໄມເຄີນ ສະຕ້ອດ, ຮອງຜູ້ຈັດການໃຫຍ່ ຝ່າຍປະຕິບັດງານ LXML, ພ້ອມດ້ວຍບັນດາຫົວໜ້າສາຍງານ, ທີມງານວິຊາການຂອງທາງສອງຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ຫຼັກສູດການຝຶກອົບຮົມດັ່ງກ່າວ ໄດ້ດຳເນີນມາແຕ່ວັນທີ 17 ກຸມພາ 2026 ເປັນເວລາ 10 ວັນ ໂດຍການຮ່ວມມືຢ່າງໃກ້ຊິດລະຫວ່າງ ຄຊກລ ແລະ ທີມງານວິຊາການຂອງ LXML ເພື່ອຍົກລະດັບພະນັກງານທ້ອງຖິ່ນ ຈາກຕຳແໜ່ງພະນັກງານຕັດຫຍ້າ (Cutter) ກ້າວສູ່ການເປັນນັກວິຊາການເກັບກູ້ລະເບີດ (EOD Operator) ທີ່ມີຄວາມຊຳນານງານ. ນີ້ຖືເປັນການສ້າງໂອກາດໃນການຍົກລະດັບສີມືແຮງງານ ແລະ ສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ພະນັກງານ ແລະ ຊຸມຊົນອ້ອມຂ້າງໂຄງການ. ການພັດທະນານີ້ບໍ່ພຽງແຕ່ສ້າງວຽກເຮັດງານທຳຫຼາຍຮ້ອຍຕຳແໜ່ງເທົ່ານັ້ນ ແຕ່ຍັງເປັນການຍົກລະດັບຊີວິດການເປັນຢູ່ຂອງຫຼາຍຄອບຄົວ ທົ່ວເມືອງວິລະບູລີ ໃຫ້ດີຂຶ້ນຢ່າງເປັນຮູບປະທຳ.

ໃນໂອກາດນີ້, ທ່ານ ບຸນເພັງ ສີສະຫວັດ ໄດ້ກ່າວເນັ້ນໜັກເຖິງຄວາມອັນຕະລາຍຂອງລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ສປປ ລາວ ແລະ ຄວາມສຳຄັນຂອງການສ້າງບຸກຄະລາກອນທີ່ມີຄຸນນະພາບເພື່ອເຮັດໃຫ້ພື້ນທີ່ການຜະລິດມີຄວາມປອດໄພ. ພ້ອມກັນນັ້ນ, ທ່ານ ໄມເຄີນ ສະຕ້ອດ ກໍໄດ້ກ່າວສະແດງຄວາມພາກພູມໃຈຕໍ່ຜົນສຳເລັດຂອງນັກສຶກສາທັງ 20 ທ່ານ ໂດຍທ່ານໄດ້ລະບຸວ່າ “ຄວາມປອດໄພໃນບ່ອນເຮັດວຽກແມ່ນບຸລິມະສິດສູງສຸດຂອງ LXML ເຊິ່ງເປັນຫົວໃຈຫຼັກໃນການດຳເນີນທຸລະກິດ ຢູ່ ສປປ ລາວ ມາຕັ້ງແຕ່ປີ 2003. ນັບແຕ່ເລີ່ມດຳເນີນການ, ໂຄງການບໍ່ຄຳ-ທອງ ເຊໂປນ ໄດ້ປະກອບສ່ວນລາຍຮັບເຂົ້າງົບປະມານແຫ່ງຊາດແລ້ວຫຼາຍກວ່າ 1,9 ຕື້ໂດລາສະຫະລັດ ຜ່ານການມອບຄ່າຊັບພະຍາກອນແຮ່ທາດ, ອາກອນ ແລະ ເງິນປັນຜົນ. ນອກເໜືອຈາກການສ້າງຜົນປະໂຫຍດທາງກົງໃຫ້ລັດຖະບານແລ້ວ, ພວກເຮົາຮູ້ສຶກພາກພູມໃຈທີ່ສຸດ ຕໍ່ກັບການສົ່ງມອບຜົນປະໂຫຍດທາງອ້ອມ ເຊັ່ນ: ການສ້າງວຽກເຮັດງານທຳຫຼາຍຮ້ອຍຕຳແໜ່ງ, ໂຄງການຝຶກອົບຮົມຕ່າງໆ, ການສະໜັບສະໜູນທຸລະກິດທ້ອງຖິ່ນ ແລະ ການພັດທະນາເພື່ອຊຸມຊົນ ທີ່ຊ່ວຍຍົກລະດັບຊີວິດການເປັນຢູ່ຂອງຫຼາຍຄອບຄົວ ທົ່ວເມືອງວິລະບູລີ. ຄວາມຄືບໜ້າທັງໝົດນີ້ ຈະບໍ່ສາມາດເປັນໄປໄດ້ເລີຍ ຖ້າປາສະຈາກ ສະພາບແວດລ້ອມການເຮັດວຽກທີ່ປອດໄພ – ໂດຍສະເພາະໃນພື້ນທີ່ ທີ່ມີສິ່ງເສດເຫຼືອຈາກລະເບີດບໍ່ທັນແຕກ (UXO) ເຊິ່ງຮຽກຮ້ອງໃຫ້ມີຄວາມເອົາໃຈໃສ່ ແລະ ຄວາມຊ່ຽວຊານຢ່າງຈິງຈັງ.”

ຜົນສຳເລັດໃນວຽກງານ UXO ຂອງ LXML ແມ່ນມີຄວາມໂດດເດັ່ນໃນລະດັບພາກພື້ນ ໂດຍບໍລິສັດໄດ້ລົງທຶນຫຼາຍກວ່າ 56 ລ້ານໂດລາສະຫະລັດ ເຂົ້າໃນການກຳຈັດ ແລະ ທຳລາຍລະເບີດ. ຈົນເຖິງປັດຈຸບັນ, ສາມາດທຳລາຍລະເບີດບໍ່ທັນແຕກ ໄດ້ຫຼາຍກວ່າ 60,000 ລູກ ແລະ ສ້າງພື້ນທີ່ປອດໄພໄດ້ຫຼາຍກວ່າ 7,000 ເຮັກຕາ. ຍິ່ງໄປກວ່ານັ້ນ, LXML ຍັງໄດ້ພັດທະນາເຕັກໂນໂລຊີໃໝ່ທີ່ທັນສະໄໝ ເພື່ອກວດຫາລະເບີດທີ່ຖືກຝັງເລິກກວ່າ 3 ແມັດ ແລະ ນຳໃຊ້ນະວັດຕະກຳເຕັກນິກການຈຸດລະເບີດທີ່ມີຄວາມປອດໄພສູງ ເຊິ່ງໄດ້ຮັບການຢັ້ງຢືນເປັນແນວທາງປະຕິບັດທີ່ດີທີ່ສຸດໃນລະດັບຊາດ.

ການຮ່ວມມືອັນດີເລີດລະຫວ່າງ LXML, ຄຊກລ ແລະ ກະຊວງປ້ອງກັນປະເທດ ໄດ້ກາຍເປັນຕົວແບບຂອງການເປັນຄູ່ຮ່ວມມືລະຫວ່າງ ພາກລັດ ແລະ ພາກເອກະຊົນ. ການສ້າງນັກວິຊາການຊຸດໃໝ່ນີ້ ບໍ່ພຽງແຕ່ເປັນການເພີ່ມກຳລັງແຮງໃນການເກັບກູ້ລະເບີດຢູ່ພາກສະໜາມເທົ່ານັ້ນ ແຕ່ຍັງເປັນການຢືນຢັນເຖິງຄວາມມຸ່ງໝັ້ນຂອງ LXML ໃນການຮັກສາມາດຕະຖານຄວາມປອດໄພລະດັບສາກົນ ເພື່ອການເຕີບໂຕແບບຍືນຍົງ ແລະ ສ້າງຄວາມປອດໄພໃຫ້ແກ່ແຜ່ນດິນລາວຢ່າງແທ້ຈິງ.

#ບໍລິສັດລ້ານຊ້າງມິເນໂຣນສ໌ຈຳກັດ#LXML

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article