
ມະຫາວິທະຍາໄລແຫ່ງຊາດ (ມຊ) ອອກແຈ້ງການສຳຄັນກ່ຽວກັບການປ່ຽນແປງສັນຍະລັກ ຫຼື ໂລໂກ້ (Logo) ໃໝ່ ເພື່ອຍົກລະດັບຮູບລັກສະນະ ແລະ ເນື້ອໃນໃຫ້ມີຄວາມໝາຍສອດຄ່ອງໄປໃນທິດທາງດຽວກັນກັບໂລໂກ້ໃໝ່ຂອງກະຊວງສຶກສາທິການ ແລະ ກິລາ.
ອີງຕາມແຈ້ງການຈາກ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ອ້າງອີງຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 673/ສກ; ລົງວັນທີ 20 ກຸມພາ 2026, ໄດ້ມີທິດຊີ້ນຳໃຫ້ທຸກພາກສ່ວນທີ່ຂຶ້ນກັບ ມຊ ປະຕິບັດດັ່ງນີ້:
ມາດຕະການການປ່ຽນແປງທີ່ສຳຄັນ:
ການນຳໃຊ້ຢ່າງເປັນທາງການ:
ໃຫ້ທຸກຄະນະວິຊາ, ສະຖາບັນ, ຫ້ອງການ, ສູນ, ຫໍສະໝຸດກາງ ແລະ ໂຮງໝໍວິທະຍາເຂດດົງໂດກ ໂຈະການນຳໃຊ້ໂລໂກ້ເກົ່າ (ລວມທັງໂລໂກ້ຂອງບັນດາຄະນະວິຊາ) ແລະ ປ່ຽນມານຳໃຊ້ໂລໂກ້ໃໝ່ຂອງມະຫາວິທະຍາໄລແຫ່ງຊາດ ເລີ່ມແຕ່ວັນທີ 01 ມີນາ 2026 ເປັນຕົ້ນໄປ.
ສຳລັບນັກສຶກສາປັດຈຸບັນ:
ນັກສຶກສາທີ່ຍັງນຳໃຊ້ໂລໂກ້ເກົ່າຕິດໃສ່ເສື້ອ ແລະ ກາລະວັດ ແມ່ນ ສາມາດນຳໃຊ້ຕໍ່ໄປໄດ້ຈົນກວ່າຈະສຳເລັດການສຶກສາ ຫຼື ຫາກມີຄວາມປະສົງຈະປ່ຽນມານຳໃຊ້ໂລໂກ້ໃໝ່ກໍສາມາດເຮັດໄດ້.
ສຳລັບນັກສຶກສາໃໝ່ (ສົກສຶກສາ 2026-2027):

ນັກສຶກສາທີ່ຈະຮັບເຂົ້າໃໝ່ໃນສົກສຶກສາ 2026-2027 ເປັນຕົ້ນໄປ ແມ່ນຖືກກຳນົດໃຫ້ ນຳໃຊ້ເສື້ອ ແລະ ກາລະວັດ ທີ່ມີໂລໂກ້ໃໝ່ ຂອງມະຫາວິທະຍາໄລແຫ່ງຊາດເທົ່ານັ້ນ.

ຈຸດປະສົງຂອງການປ່ຽນແປງ
ການປ່ຽນແປງຄັ້ງນີ້ ເພື່ອສ້າງຄວາມເປັນເອກະພາບໃນການສື່ສານພາບລັກສະນະຂອງສະຖາບັນການສຶກສາຊັ້ນນຳຂອງປະເທດ ໃຫ້ມີຄວາມໝາຍທີ່ເລິກເຊິ່ງ ແລະ ສະທ້ອນເຖິງວິໄສທັດການພັດທະນາການສຶກສາໃນຍຸກໃໝ່ ໃຫ້ກົມກຽວກັບອົງກອນແມ່ຄື ກະຊວງສຶກສາທິການ ແລະ ກິລາ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາທຸກຊັ້ນປີ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເປັນເອກະພາບກັນ.






