16 C
Vientiane
ວັນທີ 1 December, 2025

ສານປະຊາຊົນ ແຂວງວຽງຈັນ ຕັດສິນປະຫານຊີວິດຈຳເລີຍ 2 ຄົນໃນຄະດີຢາເສບຕິດ

Must read

ສານປະຊາຊົນ ແຂວງວຽງຈັນໄດ້ຕັດສິນປະຫານຊີວິດ ຈຳເລີຍ 2 ຄົນ ເມື່ອມໍ່ໆມານີ້ ໃນຄະດີຢາເສບຕິດ ແລະ 1 ຄົນ ໃນຄະດີລັກຊັບ ພົນລະເມືອງ ຖືກຕັດສິນລົງໂທດ ຕັດອິດສະຫຼະພາບ 5 ປີ.

ຈຳເລີຍ 2 ຄົນ ທີ່ຖືກຕັດສິນປະຫານຊີວິດ ຊື່: ທ້າວ ສອນວິໄລ ອາຍຸ 35 ປີ ຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ທ້າວ ວັດທະນາໄຊ ອາຍຸ 22 ປີ ຢູ່ບ້ານ ໂນນບໍ່ແກ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ທັງ 2 ຄົນ ຖືກຈັບໃນຄັ້ງວັນທີ 15 ທັນວາ 2020 ໃນຂໍ້ກ່າວຫາຂົນສົ່ງເຮໂຣອິນ, ຢາໄອສ ແລະ ການໂຕນໜີສະຖານທີ່ກັກຂັງ ຫຼື ຄ້າຍຄຸມຂັງດັດສ້າງ, ລວມມີຂອງກາງຢາເສບຕິດ ຄື: ຢາໄອສ ຈຳນວນ 5 ຖົງ ນໍ້າໜັກ 5 ກິໂລກຣາມ ແລະ ເຮໂຣອິນ ຈຳນວນ 1 ແທ່ງ ນໍ້າໜັກ 400 ກຣາມ.

ສ່ວນຈຳເລີຍອີກໜຶ່ງຄົນ ຊື່ ທ້າວ ຕູ້ມົ່ວລໍ່ ອາຍຸ 24 ປີ ຢູ່ບ້ານ ພູສັນ ເມືອງໂພນໂຮງ ແຂວງວຽງຈັນ ຖືກຈັບໃນຄັ້ງວັນທີ 5 ກຸມພາ 2025 ໃນຂໍ້ກ່າວຫາລັກຊັບພົນລະເມືອງ, ຄະນະ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດ ສະຫຼະພາບ ຈຳເລີຍ 5 ປີ ປັບໃໝ 5,000,000 ກີບ.

ທີ່ມາຂ່າວ: Viengchan police news.

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article